Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 7:10 - ພຣະຄຳພີສັກສິ

10 ເຮົາ​ໄດ້​ເລືອກ​ເອົາ​ບ່ອນ​ໜຶ່ງ​ໄວ້​ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ແລະ​ໃຫ້​ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທີ່ນັ້ນ ຊຶ່ງ​ເປັນ​ບ່ອນ​ທີ່​ພວກເຂົາ​ຈະ​ຢູ່​ຢ່າງ​ບໍ່ມີ​ການ​ກົດຂີ່​ຂົ່ມເຫັງ​ໃດໆ​ທັງສິ້ນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 7:10
25 Jak'a apnaqawi uñst'ayäwi  

ຖ້າ​ປະຊາຊົນ​ອິດສະຣາເອນ​ຈະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ ທັງ​ຖື​ຮັກສາ​ກົດບັນຍັດ​ທັງໝົດ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງເຮົາ​ໄດ້​ມອບ​ໃຫ້​ພວກເຂົາ; ເຮົາ​ຈະ​ບໍ່​ໃຫ້​ພວກເຂົາ​ຖືກ​ຂັບໄລ່​ອອກ​ໜີໄປ​ຈາກ​ດິນແດນ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ນັ້ນ.”


ເຮົາ​ໄດ້​ເລືອກ​ເອົາ​ບ່ອນ​ໜຶ່ງ​ເພື່ອ​ໃຫ້​ຊາວ​ອິດສະຣາເອນ ປະຊາຊົນ​ຂອງເຮົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່ ຊຶ່ງ​ເປັນ​ບ່ອນ​ທີ່​ພວກເຂົາ​ຈະ​ອາໄສ​ຢູ່ ໂດຍ​ບໍ່ມີ​ການ​ກົດຂີ່​ຂົ່ມເຫັງ​ອີກ​ຕໍ່ໄປ. ນັບ​ຕັ້ງແຕ່​ພວກເຂົາ​ໄດ້​ເຂົ້າ​ມາ​ຢູ່​ໃນ​ດິນແດນ​ນີ້ ພວກເຂົາ​ໄດ້​ຖືກ​ປະຊາຊົນ​ທີ່​ໂຫດຮ້າຍ​ເຂົ້າ​ມາ​ບຸກຮຸກ​ໂຈມຕີ ແຕ່​ເລື່ອງ​ເຊັ່ນນີ້​ຈະ​ບໍ່​ໃຫ້​ເກີດ​ມີ​ຂຶ້ນ​ອີກ. ເຮົາ​ສັນຍາ​ວ່າ ເຮົາ​ຈະ​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ສືບໆ​ຕໍ່​ກັນ​ໄປ.


ແລະ​ຖ້າ​ປະຊາຊົນ​ອິດສະຣາເອນ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ແລະ​ຮັກສາ​ກົດບັນຍັດ​ທີ່​ໂມເຊ ຂ້າຮັບໃຊ້​ຂອງເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລ້ວ​ເຮົາ​ກໍ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຖືກ​ຂັບໄລ່​ອອກ​ໜີໄປ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ.”


ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ທີ່​ບໍ່​ນັບຖື​ພຣະອົງ​ອອກ​ໄປ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢູ່​ດິນແດນ​ນັ້ນ ພຣະອົງ​ໄດ້​ລົງໂທດ​ຊົນຊາດ​ອື່ນໆ ເຮັດ​ໃຫ້​ຄົນ​ຊາດ​ຂອງ​ພຣະອົງ​ຮັ່ງມີ​ຂຶ້ນ.


ພຣະອົງ​ເປັນ​ກະສັດ​ຂອງ​ຂ້ານ້ອຍ ແລະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈຶ່ງ​ໃຫ້ ຄວາມມີໄຊ​ແກ່​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ


ພຣະອົງ​ໄດ້​ເອົາ​ເຄືອ​ອະງຸ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລ້ວ​ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ໜີ ຈາກ​ດິນແດນ​ຂອງ​ພວກເຂົາ​ແລະ​ເອົາ​ເຄືອ​ອະງຸ່ນ ມາ​ປູກ​ໄວ້​ແທນ​ໃນ​ດິນແດນ​ນັ້ນ.


ພຣະອົງ​ໄດ້​ຖາງ​ປ່າ​ແລະ​ພວນດິນ​ຄືນ​ໃໝ່​ໃຫ້​ດີ ສຳລັບ​ໃຫ້​ເຄືອ​ອະງຸ່ນ​ປົ່ງ​ງາມດີ ມັນ​ມີ​ຮາກ​ຢັ່ງ​ລົງ​ເລິກ​ຫລາຍ​ແລະ​ແຜ່ຜາຍ​ອອກ​ໄປ ທົ່ວ​ທັງ​ຜືນ​ແຜ່ນດິນ​ນັ້ນ.


ແຕ່​ກະສັດ​ຟາໂຣ​ກໍໄດ້​ສັ່ງ​ປະຊາຊົນ​ຂອງຕົນ​ວ່າ, “ລູກ​ຜູ້ຊາຍ​ທຸກໆ​ຄົນ​ຂອງ​ຊາວ​ເຮັບເຣີ​ທີ່​ເກີດ​ໃໝ່ ໃຫ້​ຖິ້ມ​ລົງ​ໃນ​ແມ່ນໍ້ານິນ, ແຕ່​ລູກ​ຜູ້ຍິງ​ຈົ່ງ​ປະ​ໄວ້​ໃຫ້​ມີ​ຊີວິດ​ຢູ່.”


ພຣະອົງ​ນຳ​ພວກເຂົາ ເຂົ້າ​ມາ​ໃກ້ ແລະ​ຕັ້ງ​ໄວ້​ທີ່​ພູເຂົາ​ສັກສິດ; ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ສັນ​ເປັນ​ບ່ອນ​ສະຖິດ​ຢູ່. ຄື​ໃນ​ພຣະວິຫານ​ທີ່​ພຣະອົງ​ໄດ້​ສ້າງ​ເອງ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ກະສັດ​ປົກຄອງ​ສືບໆໄປ​ເປັນນິດ.”


ລາວ​ຂຸດ​ທັງ​ພູນ​ດິນ​ຫລັງຈາກ​ເກັບ​ກ້ອນ​ຫີນ​ອອກ​ໄປ ແລ້ວ​ຈຶ່ງ​ໄດ້​ປູກ​ເບ້ຍ​ພັນ​ອະງຸ່ນ​ດີໆ​ທັງນັ້ນ​ໃສ່. ລາວ​ປຸກ​ຫໍຄອຍ​ຫລັງ​ໜຶ່ງ​ໄວ້​ສຳລັບ​ເຝົ້າ​ສວນອະງຸ່ນ ລາວ​ເຈາະ​ອ່າງ​ຫີນ​ໄວ້​ສຳລັບ​ບີບ​ໝາກອະງຸ່ນ​ດ້ວຍ. ແລ້ວ​ກໍ​ຕັ້ງໃຈ​ລໍ​ຄອຍຖ້າ ຈົນ​ໝາກອະງຸ່ນ​ສຸກງອມ ແຕ່​ໝາກອະງຸ່ນ​ທີ່​ສຸກ​ພັດ​ມີ​ຣົດ​ສົ້ມ​ທັງໝົດ.


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ສຽງ​ຂອງ​ຄວາມ​ຮຸນແຮງ​ນັ້ນ​ຈະ​ບໍ່ມີ​ຕໍ່ໄປ ຄວາມ​ຈິບຫາຍ​ຈະ​ບໍ່​ມາ​ທຳລາຍ​ປະເທດ​ອີກ. ເຮົາ​ຈະ​ເປັນ​ດັ່ງ​ກຳແພງ​ລ້ອມ​ປົກປ້ອງ​ຄຸ້ມຄອງ ເຈົ້າ​ຈະ​ຍົກຍໍ​ເຮົາ​ເພາະ​ເຮົາ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.


ປະຊາຊົນ​ຂອງ​ເຈົ້າ​ຈະ​ເຮັດ​ສິ່ງ​ຖືກຕ້ອງ​ທັງໝົດ ແລະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ສືບໄປ​ເປັນນິດ. ເຮົາ​ໄດ້​ປູກ​ພວກເຂົາ​ໄວ້​ແລະ​ເຮົາ​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ ເພື່ອ​ເຜີຍ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ໃຫ້​ໂລກ​ໄດ້​ຮູ້.


ອີກ​ຢ່າງໜຶ່ງ ຖ້າ​ເຮົາ​ກ່າວ​ວ່າ​ຈະ​ປູກ ຫລື​ຈະ​ກໍ່ສ້າງ​ຊົນຊາດ​ໜຶ່ງ​ຫລື​ອານາຈັກ​ໜຶ່ງ​ຂຶ້ນ


ເຮົາ​ຈະ​ເຝົ້າເບິ່ງ​ພວກເຂົາ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ນີ້. ເຮົາ​ຈະ​ກໍ່ສ້າງ ແລະ​ຫລໍ່ຫລອມ​ພວກເຂົາ​ຂຶ້ນ ແລະ​ຈະ​ບໍ່​ທຳລາຍ​ພວກເຂົາ​ລົງ; ເຮົາ​ຈະ​ປູກ​ພວກເຂົາ​ໄວ້ ແລະ​ຈະ​ບໍ່​ຫລົກ​ພວກເຂົາ​ຖິ້ມ.


ບໍ່ມີ​ຊາດ​ໃກ້ຄຽງ​ຊາດ​ໃດ​ທີ່​ໄດ້​ດູຖູກ​ຊາດ​ອິດສະຣາເອນ​ນັ້ນ ຈະ​ເປັນ​ສ້ຽນໜາມ ເໝືອນ​ໜາມ​ຍອກອົກ​ຂອງ​ຊາດ​ອິດສະຣາເອນ​ອີກ​ຕໍ່ໄປ. ແລ້ວ​ພວກເຂົາ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.’


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ສັດປ່າ​ແລະ​ຝູງນົກ​ທັງປວງ ເພື່ອ​ວ່າ​ພວກມັນ​ຈະ​ບໍ່​ທຳຮ້າຍ​ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ເອົາ​ອາວຸດ​ແຫ່ງ​ການ​ຮົບເສິກ​ໜີໄປ​ຈາກ​ດິນແດນ ຄື​ດາບ​ແລະ​ລູກທະນູ ແລະ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ປອດໄພ.


ເຮົາ​ຈະ​ປູກ​ປະຊາຊົນ​ຂອງເຮົາ​ໄວ້​ຢູ່​ໃນ​ດິນແດນ ບ່ອນ​ທີ່​ເຮົາ​ມອບ​ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ຈະ​ບໍ່​ຖືກ​ຫລົກ​ອອກ​ໜີໄປ​ເລີຍ.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ຄວາມຕາຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ. ຄວາມ​ໂສກເສົ້າ, ການ​ຮ້ອງໄຫ້ ແລະ​ຄວາມ​ເຈັບປວດ​ຈະ​ບໍ່ມີ​ອີກ​ຕໍ່ໄປ ເພາະວ່າ​ສິ່ງ​ທີ່​ມີ​ຢູ່​ໃນ​ຄາວ​ກ່ອນ​ນັ້ນ ກໍໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”


ເຈົ້າ​ຢາບິນ​ມີ​ລົດຮົບ​ເຫຼັກ​ເກົ້າຮ້ອຍ​ຄັນ ແລະ​ເພິ່ນ​ໄດ້​ປົກຄອງ​ປະຊາຊົນ​ອິດສະຣາເອນ ໂດຍ​ການ​ບີບບັງຄັບ​ຢ່າງໜັກ​ເປັນ​ເວລາ​ຊາວ​ປີ. ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.


ທະຫານ​ຟິລິດສະຕິນ​ໄດ້​ຈາກ​ຄ້າຍ​ຂອງ​ພວກເຂົາ​ໄປ​ຫາ​ຫລອນ​ໂຈມຕີ ໂດຍ​ຈັດ​ທະຫານ​ເປັນ​ສາມ​ໝວດ​ດັ່ງນີ້: ໝວດ​ທີ​ໜຶ່ງ​ໄປ​ທາງ​ໂອຟະຣາ​ໃນ​ເຂດແດນ​ຊູອານ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka