Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 6:9 - ພຣະຄຳພີສັກສິ

9 ໃນ​ວັນນັ້ນ​ກະສັດ​ດາວິດ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າຢາເວ ແລະ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ນີ້​ໄປ​ໄດ້​ຢ່າງ​ໃດ?”

Uka jalj uñjjattʼäta Copia luraña




2 ຊາມູເອນ 6:9
12 Jak'a apnaqawi uñst'ayäwi  

ຝ່າຍ​ກະສັດ​ດາວິດ​ກໍໄດ້​ໃຈຮ້າຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ອຸດຊາ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ສະນັ້ນ ບ່ອນ​ນີ້​ຈຶ່ງ​ເປັນ​ທີ່​ເອີ້ນ​ວ່າ ເປເຣັດອຸດຊາ ຈົນເຖິງ​ທຸກ​ວັນນີ້.


ໂອ​ພຣະເຈົ້າ​ເອີຍ ແຕ່​ພຣະອົງ​ຢາກ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້​ແທ້​ບໍ? ແມ່ນແຕ່​ຟ້າ​ສະຫວັນ​ທັງໝົດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້ ແລ້ວ​ພຣະວິຫານ​ທີ່​ຂ້ານ້ອຍ​ສ້າງ​ນີ້​ຈະ​ໃຫຍ່​ພຽງພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?


ຂ້ານ້ອຍ​ຢ້ານ​ພຣະອົງ​ຈົນ​ຕົວສັ່ນ ແລະ​ຂ້ານ້ອຍ​ຢ້ານ​ການຕັດສິນ​ຂອງ​ພຣະອົງ​ຫລາຍ​ທີ່ສຸດ.


ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”


ຂ້ານ້ອຍ​ຢ້ານ​ຈຶ່ງ​ໄດ້​ເອົາ​ເງິນ​ທີ່​ທ່ານ​ມອບ​ໃຫ້​ໄປ​ຝັງ​ດິນ​ໄວ້. ເບິ່ງແມ! ນີ້​ເດ ສິ່ງ​ທີ່​ເປັນ​ຂອງທ່ານ​ກໍໄດ້​ແລ້ວ.’


ເໝືອນ​ດັ່ງ​ນາງ​ຊາຣາ​ໄດ້​ຍອມ​ຟັງ​ອັບຣາຮາມ ແລະ​ເອີ້ນ​ເພິ່ນ​ວ່າ, “ນາຍ.” ຖ້າ​ພວກເຈົ້າ​ເຮັດ​ດີ ບໍ່​ຕົກໃຈ​ຢ້ານກົວ​ຕໍ່​ສິ່ງໃດ ພວກເຈົ້າ​ກໍ​ກາຍເປັນ​ລູກຫລານ​ຂອງ​ນາງ​ແລ້ວ.


ດັ່ງນັ້ນ ຊາວ​ເມືອງ​ເບັດເຊເມດ​ຈຶ່ງ​ເວົ້າ​ວ່າ, “ແມ່ນ​ຜູ້ໃດ​ທີ່​ຈະ​ຢືນ​ຢູ່​ຊ້ອງໜ້າ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ບໍຣິສຸດ​ນີ້​ໄດ້? ພວກເຮົາ​ຈະ​ສົ່ງ​ພຣະອົງ​ໄປ​ໃຫ້​ຜູ້ໃດ​ໄດ້ ເພື່ອ​ໃຫ້​ພົ້ນ​ຈາກ​ພວກເຮົາ​ເສຍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka