Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 6:5 - ພຣະຄຳພີສັກສິ

5 ກະສັດ​ດາວິດ​ກັບ​ຊາວ​ອິດສະຣາເອນ​ທຸກຄົນ​ຕ່າງ​ກໍ​ຟ້ອນ ແລະ​ຮ້ອງລຳ​ທຳເພງ​ດ້ວຍ​ສຸດໃຈ ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ດີດພິນ, ຕີ​ກອງ, ສັ່ນ​ກະລໍ ແລະ​ຕົບແສ່ງ​ໄປ​ນຳ​ພ້ອມ.

Uka jalj uñjjattʼäta Copia luraña




2 ຊາມູເອນ 6:5
17 Jak'a apnaqawi uñst'ayäwi  

ບັດນີ້​ຈົ່ງ​ນຳ​ນັກດົນຕຼີ​ຄົນ​ໜຶ່ງ​ມາ​ໃຫ້​ຂ້ານ້ອຍ.” ໃນ​ຂະນະທີ່​ນັກດົນຕຼີ​ກຳລັງ​ດີດພິນ​ຢູ່​ນັ້ນ ຣິດເດດ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ​ຄວບຄຸມ​ເອລີຊາ


ກະສັດ​ດາວິດ ແລະ​ປະຊາຊົນ​ທັງຫລາຍ, ຕ່າງ​ກໍ​ຟ້ອນ​ຢ່າງ​ສຸດໃຈ​ເພື່ອ​ຖວາຍ​ກຽດ​ແກ່​ພຣະເຈົ້າ. ພວກເຂົາ​ຮ້ອງເພງ​ທັງ​ບັນເລງ​ດົນຕຼີ​ເຊັ່ນ: ພິນ, ກອງ, ແສ່ງ ແລະ​ແກ.


ສະນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ແຫ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ມາ​ເຖິງ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ​ພ້ອມ​ທັງ​ເປົ່າແກ, ເປົ່າ​ເຂົາສັດ, ຕົບແສ່ງ ແລະ​ດີດພິນ.


ເມື່ອ​ມາ​ຮອດ​ໃນ​ເມືອງ ພວກເຂົາ​ກໍ​ຍ່າງ​ມຸ່ງໜ້າ​ສູ່​ວິຫານ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ດີດພິນ​ແລະ​ເປົ່າແກ​ດັງ​ກ້ອງສະໜັ່ນ.


ພຣະເຈົ້າ​ຂຶ້ນ​ສູ່​ບັນລັງ​ທ່າມກາງ​ສຽງ​ໂຮຮ້ອງ​ຍິນດີ ສຽງ​ແກ​ດັງ​ກ້ອງສະໜັ່ນ​ຂະນະທີ່​ພຣະເຈົ້າຢາເວ​ຂຶ້ນ​ໄປ​ນັ້ນ.


ພະຣາຊາ​ໄດ້​ອອກ​ຄຳສັ່ງ​ວ່າ ພໍ​ສຽງ​ດົນຕຼີ​ເລີ່ມ​ດັງ​ຂຶ້ນ ທຸກໆ​ຄົນ​ຈະ​ຕ້ອງ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ


ແຕ່​ບັດນີ້ ພໍ​ພວກເຈົ້າ​ໄດ້ຍິນ​ສຽງ​ແກ, ສຽງ​ປີ່, ສຽງ​ພິນໃຫຍ່, ສຽງ​ກະຈັບປີ່, ສຽງ​ພິນນ້ອຍ ແລະ​ສຽງດົນຕຼີ​ອື່ນໆ​ດັງ​ຂຶ້ນ ໃຫ້​ພາກັນ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ນັ້ນ. ຖ້າ​ພວກເຈົ້າ​ບໍ່​ຂາບໄຫວ້ ພວກເຈົ້າ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ເຕົາໄຟ​ອັນ​ຮ້ອນ​ທັນທີ. ພວກເຈົ້າ​ຄິດວ່າ ຈະ​ມີ​ພະ​ອົງໃດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້​ຊັ້ນບໍ?”


ພວກທ່ານ​ຈະ​ໄດ້ຍິນ​ສຽງ​ແກ, ສຽງ​ປີ່, ສຽງ​ພິນໃຫຍ່, ສຽງ​ກະຈັບປີ່ ແລະ​ສຽງ​ພິນນ້ອຍ; ແລ້ວ​ສຽງ​ເຄື່ອງ​ດົນຕຼີ​ອື່ນໆ​ກໍ​ຈະ​ດັງ​ປະສານກັນ​ໄປ. ພໍ​ສຽງ​ດົນຕຼີ​ດັງ​ຂຶ້ນ ໃຫ້​ພວກທ່ານ​ກົ້ມ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຕັ້ງ​ຂຶ້ນ.


ເພາະສະນັ້ນ ພໍ​ສຽງ​ດົນຕຼີ​ດັງ​ຂຶ້ນ ປະຊາຊົນ​ຈາກ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ ກໍໄດ້​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຕັ້ງ​ຂຶ້ນ.


ຈົ່ງ​ເຊົາ​ຮ້ອງເພງ​ອັນ​ອຶກກະທຶກ​ຂອງ​ພວກເຈົ້າ​ນັ້ນ​ສາ ເຮົາ​ບໍ່​ຢາກ​ຟັງ​ສຽງ​ດົນຕຼີ​ຂອງ​ພວກເຈົ້າ.


ພວກເຈົ້າ​ມັກ​ແຕ່ງ​ເພງ​ດັ່ງ​ດາວິດ​ໄດ້​ແຕ່ງ ແລະ​ມັກ​ດີດ​ກິດຕາ​ບັນເລງ​ເພງ​ນັ້ນ​ໄປ​ພ້ອມ.


ຕໍ່ຈາກນັ້ນ ເຈົ້າ​ຈະ​ໄປ​ເຖິງ​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກີເບອາ ບ່ອນ​ທີ່​ພວກ​ຟີລິດສະຕິນ​ຕັ້ງ​ຄ້າຍ​ຢູ່. ທີ່​ທາງ​ເຂົ້າ​ປະຕູ​ເມືອງ ເຈົ້າ​ຈະ​ພົບ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ທີ່​ກຳລັງ​ດີດພິນ, ຕີ​ກອງ ແລະ​ເປົ່າ​ຂຸ່ຍ ພວມ​ລົງ​ມາ​ແຕ່​ເນີນພູ​ບ່ອນ​ມີ​ແທ່ນບູຊາ. ພວກເຂົາ​ຈະ​ຟ້ອນ​ແລະ​ຮ້ອງ​ໂຮ​ດ້ວຍ​ສຽງດັງ.


ດັ່ງນັ້ນ ທ່ານເອີຍ ຈົ່ງ​ອອກ​ຄຳສັ່ງ​ມາ​ເທີ້ນ ແລະ​ພວກ​ຂ້ານ້ອຍ​ຈະ​ໄປ​ຊອກ​ຫາ​ຄົນ​ທີ່​ຮູ້ຈັກ​ດີດພິນ​ມາ​ໃຫ້​ທ່ານ. ເມື່ອໃດ​ທີ່​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ເຂົ້າ​ມາ​ສິງ​ຢູ່​ໃນ​ທ່ານ ຊາຍ​ຄົນ​ນັ້ນ​ຈະ​ດີດພິນ​ຂອງ​ລາວ ແລະ​ທ່ານ​ກໍ​ຈະ​ເປັນ​ປົກກະຕິ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka