Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 6:3 - ພຣະຄຳພີສັກສິ

3 ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າ​ນັ້ນ​ອອກ​ມາ​ຈາກ​ເຮືອນ​ຂອງ​ອາບີນາດາບ​ທີ່​ເທິງ​ເນີນພູ ແລະ​ບັນຈຸ​ໃສ່​ລໍ້​ທີ່​ເຮັດ​ໃໝ່ໆ. ອຸດຊາ​ແລະ​ອາຮີໂອ​ລູກຊາຍ​ຂອງ​ອາບີນາດາບ​ເປັນ​ຄົນ​ຂັບ​ລໍ້​ໄປ

Uka jalj uñjjattʼäta Copia luraña




2 ຊາມູເອນ 6:3
6 Jak'a apnaqawi uñst'ayäwi  

ຍ້ອນ​ພວກເຈົ້າ​ບໍ່ໄດ້​ໄປ​ທີ່​ນັ້ນ​ເທື່ອ​ທຳອິດ ເພື່ອ​ຫາມ​ຫີບ​ພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ລົງໂທດ​ພວກເຮົາ ເພາະ​ບໍ່ໄດ້​ນະມັດສະການ​ພຣະອົງ​ຕາມ​ທີ່​ສົມຄວນ.”


ທີ່​ເອຟຣາທາ​ພວກເຮົາ​ໄດ້ຍິນ​ເຖິງ​ຫີບ​ພັນທະສັນຍາ ທີ່​ທົ່ງນາ​ເຢອາຣິມ ພວກເຮົາ​ໄດ້​ພົບ​ຫີບ​ນີ້.


ດັ່ງນັ້ນ ຈົ່ງ​ຈັດຕຽມ​ເອົາ​ກວຽນ​ຄັນ​ໃໝ່ໆ​ລຳ​ໜຶ່ງ​ມາ ພ້ອມ​ທັງ​ງົວແມ່​ສອງ​ໂຕ​ທີ່​ຍັງ​ບໍ່ທັນ​ທຽມແອກ; ໃຫ້​ເອົາ​ງົວແມ່​ນັ້ນ​ທຽມແອກ​ແລະ​ໄລ່​ລູກ​ມັນ​ເຂົ້າ​ຄອກ.


ສະນັ້ນ ຊາວ​ກີຣີອາດ​ເຢອາຣີມ​ຈຶ່ງ​ລົງ​ມາ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໄປ​ທີ່​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ຜູ້​ທີ່​ອາໄສ​ຢູ່​ຕາມ​ເນີນພູ​ຊື່​ວ່າ ອາບີນາດາບ. ພວກເຂົາ​ໄດ້​ແຕ່ງຕັ້ງ​ເອເລອາຊາ​ລູກຊາຍ​ຂອງ​ລາວ ໃຫ້​ຮັບ​ໜ້າທີ່​ເບິ່ງແຍງ​ຫີບ​ຂອງ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka