Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 6:21 - ພຣະຄຳພີສັກສິ

21 ກະສັດ​ດາວິດ​ຕອບ​ວ່າ, “ຂ້ອຍ​ໄດ້​ຟ້ອນ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເລືອກ​ເອົາ​ຂ້ອຍ​ໃຫ້​ເປັນ​ຜູ້ນຳ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະເຈົ້າຢາເວ ແທນທີ່​ຈະ​ແມ່ນ​ພໍ່​ຂອງ​ເຈົ້າ​ແລະ​ຄອບຄົວ​ຂອງ​ເພິ່ນ. ຂ້ອຍ​ຍັງ​ຈະ​ຟ້ອນ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢ່າງ​ນີ້​ຕໍ່ໄປ

Uka jalj uñjjattʼäta Copia luraña




2 ຊາມູເອນ 6:21
15 Jak'a apnaqawi uñst'ayäwi  

ໃນ​ອະດີດ​ເມື່ອ​ກະສັດ​ໂຊນ​ຍັງ​ເປັນ​ກະສັດ​ຢູ່​ນັ້ນ ທ່ານ​ເອງ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ່​ສະໜາມຮົບ ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ທ່ານ​ວ່າ, ‘ທ່ານ​ຈະ​ເປັນ​ຜູ້ນຳ ແລະ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”’


ກະສັດ​ດາວິດ​ນຸ່ງ​ແຕ່​ເສື້ອປ່ານ​ໂດຍ​ມີ​ຜ້າ​ມັດ​ແອວ ຟ້ອນ​ຖວາຍ​ກຽດ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢ່າງ​ສຸດຈິດ​ສຸດໃຈ.


ພໍ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ມາ​ໃນ​ເມືອງ​ຂອງ​ດາວິດ, ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ຄິດ​ກຽດຊັງ​ກະສັດ​ດາວິດ​ຢູ່ໃນ​ໃຈ ເພາະ​ນາງ​ແນມ​ໄປ​ທາງ​ປ່ອງຢ້ຽມ​ເຫັນ​ເພິ່ນ​ກຳລັງ​ຟ້ອນ ແລະ​ເຕັ້ນລຳ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ແລະ​ຂ້ອຍ​ກໍ​ຈະ​ຖ່ອມຕົວ​ລົງ​ກວ່າ​ນີ້​ອີກ. ເຈົ້າ ອາດ​ຄິດ​ວ່າ​ຂ້ອຍ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ​ກໍໄດ້ ແຕ່​ພວກຜູ້ຍິງ​ເຫຼົ່ານັ້ນ​ຄິດ​ຍົກຍ້ອງ​ຂ້ອຍ​ຢ່າງ​ສູງ.”


ກະສັດ​ດາວິດ​ກັບ​ຊາວ​ອິດສະຣາເອນ​ທຸກຄົນ​ຕ່າງ​ກໍ​ຟ້ອນ ແລະ​ຮ້ອງລຳ​ທຳເພງ​ດ້ວຍ​ສຸດໃຈ ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ດີດພິນ, ຕີ​ກອງ, ສັ່ນ​ກະລໍ ແລະ​ຕົບແສ່ງ​ໄປ​ນຳ​ພ້ອມ.


ດັ່ງນັ້ນ ຈົ່ງ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ບອກ​ລາວ​ວ່າ, ເຈົ້າ​ເປັນ​ຄົນ​ລ້ຽງແກະ​ຕາມ​ທົ່ງນາ ແລະ​ເຮົາ​ໄດ້​ເອົາ​ເຈົ້າ​ມາ​ເປັນ​ຜູ້ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ.


ໃນ​ຂະນະທີ່​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ ນາງ​ມີການ ຜູ້​ເປັນ​ລູກສາວ​ຂອງ​ກະສັດ​ໂຊນ​ໄດ້​ແນມເບິ່ງ​ໄປ​ທາງ​ປ່ອງຢ້ຽມ ໄດ້ເຫັນ​ກະສັດ​ດາວິດ​ຟ້ອນ​ແລະ​ເຕັ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ນາງ​ຈຶ່ງ​ດູຖູກ​ໝິ່ນປະໝາດ​ເພິ່ນ​ໃນໃຈ.


ຫລັງຈາກ​ປົດ​ໂຊນ​ລົງ​ແລ້ວ ພຣະເຈົ້າ​ກໍໄດ້​ຕັ້ງ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ​ພວກເພິ່ນ, ພຣະເຈົ້າ​ກ່າວ​ກ່ຽວກັບ​ດາວິດ​ດັ່ງນີ້​ວ່າ, ‘ເຮົາ​ໄດ້​ພົບ ດາວິດ​ລູກຊາຍ​ຂອງ​ເຢຊີ ເປັນ​ຄົນ​ທີ່​ເຮັດ​ຖືກ​ໃຈ​ເຮົາ ເປັນ​ຜູ້​ທີ່​ຈະ​ເຮັດ​ຕາມ​ຄວາມປະສົງ​ຂອງເຮົາ​ທຸກຢ່າງ.’


ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງໃດ​ກໍດີ ຈົ່ງ​ເຮັດ​ທຸກສິ່ງ​ເພື່ອ​ຖວາຍ​ພຣະກຽດ​ແດ່​ພຣະເຈົ້າ.


ແຕ່​ບັດນີ້ ການປົກຄອງ​ຂອງ​ເຈົ້າ​ຈະ​ບໍ່​ຍືນຍົງ​ຕໍ່ໄປ ເພາະ​ເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ຈະ​ຊອກ​ຫາ​ຊາຍ​ຄົນ​ໜຶ່ງ​ຕາມ​ທີ່​ພຣະອົງ​ປະສົງ ແລະ​ພຣະເຈົ້າຢາເວ​ຈະ​ແຕ່ງຕັ້ງ​ລາວ ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”


ຊາມູເອນ​ກ່າວ​ແກ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ຈີກ​ອານາຈັກ​ອິດສະຣາເອນ​ອອກ​ຈາກ​ເຈົ້າ​ໃນ​ມື້ນີ້ ແລະ​ພຣະອົງ​ຈະ​ມອບ​ໃຫ້​ແກ່​ຄົນອື່ນ​ທີ່​ດີກວ່າ​ເຈົ້າ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”


ດັ່ງນັ້ນ ເຢຊີ​ຈຶ່ງ​ໄດ້ສົ່ງ​ຄົນ​ໄປ​ນຳ​ເອົາ​ດາວິດ. ລາວ​ເປັນ​ຄົນ​ຜິວ​ສົດໃສ, ເປັນ​ຊາຍໜຸ່ມ​ທີ່​ມີ​ສຸຂະພາບ​ດີ ແລະ​ຕາ​ກໍ​ເປັນ​ແວວ​ແຈ່ມໃສ​ງາມດີ. ພຣະເຈົ້າຢາເວ​ກ່າວ​ວ່າ, “ແມ່ນ​ຄົນ​ນີ້​ແຫຼະ ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka