2 ຊາມູເອນ 6:16 - ພຣະຄຳພີສັກສິ16 ພໍຫາມຫີບຂອງພຣະເຈົ້າຢາເວເຂົ້າມາໃນເມືອງຂອງດາວິດ, ນາງມີການລູກສາວຂອງກະສັດໂຊນກໍຄິດກຽດຊັງກະສັດດາວິດຢູ່ໃນໃຈ ເພາະນາງແນມໄປທາງປ່ອງຢ້ຽມເຫັນເພິ່ນກຳລັງຟ້ອນ ແລະເຕັ້ນລຳຢູ່ຕໍ່ໜ້າພຣະເຈົ້າຢາເວ. Uka jalj uñjjattʼäta |
ຕໍ່ມາ ກະສັດໂຊນໄດ້ກ່າວແກ່ດາວິດວ່າ, “ນີ້ຄືເມຣາບລູກສາວຄົນກົກຂອງເຮົາ; ເຮົາຈະຍົກນາງໃຫ້ເປັນເມຍຂອງເຈົ້າ ແຕ່ເຈົ້າຕ້ອງຮັບໃຊ້ເຮົາໃນຖານະທີ່ເປັນທະຫານຜູ້ເກັ່ງກ້າແລະສັດຊື່ ແລະເຮັດເສິກເພື່ອພຣະເຈົ້າຢາເວ.” (ກະສັດໂຊນຄິດວ່າດ້ວຍວິທີນີ້ ເພິ່ນຈະບໍ່ເປັນຜູ້ສັງຫານດາວິດໂດຍຕົນເອງ ແຕ່ຈະປ່ອຍໃຫ້ພວກຟີລິດສະຕິນຂ້າລາວ.)