Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 6:11 - ພຣະຄຳພີສັກສິ

11 ຫີບ​ຂອງ​ພຣະເຈົ້າຢາເວ​ໄດ້​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ໂອເບັດເອໂດມ​ພ້ອມ​ທັງ​ຄອບຄົວ​ຂອງ​ລາວ.

Uka jalj uñjjattʼäta Copia luraña




2 ຊາມູເອນ 6:11
7 Jak'a apnaqawi uñst'ayäwi  

ແຕ່​ລາບານ​ຕອບ​ວ່າ, “ລູງ​ຂໍ​ເວົ້າ​ຢ່າງ​ນີ້ ຄື: ລູງ​ໄດ້​ຮຽນຮູ້​ຈາກ​ການເດົາ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ລຸງ​ກໍ​ຍ້ອນ​ຫລານ.


ຫົວໜ້າ​ຜູ້ຄຸມຄຸກ​ບໍ່ໄດ້​ກວດກາ​ສິ່ງ​ໃດໆ​ທີ່​ໂຢເຊັບ​ຮັບຜິດຊອບ ຍ້ອນ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ ແລະ​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ນັ້ນ​ຈະເລີນ.


ຕັ້ງແຕ່​ໂປຕີຟາ​ໄດ້​ແຕ່ງຕັ້ງ​ໂຢເຊັບ​ມາ ພຣະເຈົ້າຢາເວ​ຈຶ່ງ​ອວຍພອນ​ຄອບຄົວ​ຂອງ​ຄົນ​ເອຢິບ​ຜູ້​ນີ້​ເພາະ​ເຫັນ​ແກ່​ໂຢເຊັບ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ທຸກສິ່ງ​ທີ່​ໂປຕີຟາ​ມີ​ໃນ​ເຮືອນ​ແລະ​ໃນ​ທົ່ງນາ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ບໍ່​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໃຫ້​ຢູ່​ກັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ, ແຕ່​ເພິ່ນ​ໄດ້​ເອົາ​ໄປ​ທີ່​ເຮືອນ​ຊາວ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂອເບັດເອໂດມ.


ພຣະເຈົ້າ​ໄດ້​ອວຍພອນ​ໂອເບັດເອໂດມ​ໃຫ້​ມີ​ລູກຊາຍ​ແປດ​ຄົນ ຕາມ​ລຳດັບ​ອາຍຸ ດັ່ງນີ້: ເຊມາອີຢາ, ເຢໂຮຊາບັດ, ໂຢອາ, ສາກາ, ເນທາເນນ,


ຈົ່ງ​ນຳ​ໜຶ່ງສ່ວນສິບ​ເຕັມ​ຈຳນວນ​ມາ​ທີ່​ວິຫານ​ຂອງເຮົາ ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ມີ​ອາຫານ​ຢ່າງ​ເຕັມ​ບໍຣິບູນ. ຈົ່ງ​ລອງ​ເຮັດ​ຢ່າງນັ້ນ​ກັບ​ເຮົາ​ເບິ່ງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ແລະ​ພວກເຈົ້າ​ຈະ​ເຫັນ​ວ່າ ເຮົາ​ຈະ​ໄຂ​ປະຕູ​ສະຫວັນ ແລະ​ຖອກເທ​ພຣະພອນ​ນາໆ​ຊະນິດ ຈົນ​ບໍ່ມີ​ຫ້ອງ​ໃສ່​ໄວ້​ໃນ​ເຮືອນ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka