10 ດັ່ງນັ້ນ ເພິ່ນຈຶ່ງຕັດສິນໃຈບໍ່ນຳເອົາຫີບຂອງພຣະເຈົ້າຢາເວໃຫ້ຢູ່ກັບຕົນທີ່ເມືອງຂອງດາວິດ, ແຕ່ເພິ່ນໄດ້ເອົາໄປທີ່ເຮືອນຊາວເມືອງກາດຄົນໜຶ່ງຊື່ວ່າ ໂອເບັດເອໂດມ.
ແລ້ວກະສັດກໍເວົ້າກັບອິດໄຕ ຫົວໜ້າຂອງທະຫານເຫຼົ່ານັ້ນວ່າ, “ເປັນຫຍັງເຈົ້າຈຶ່ງມາກັບພວກເຮົາ? ຄືນໄປຢູ່ກັບກະສັດອົງໃໝ່ສາ. ເຈົ້າເປັນຄົນຕ່າງດ້າວ ເປັນອົບພະຍົບທີ່ໜີຈາກບ້ານເມືອງມາ.
ແລ້ວເພິ່ນກໍສົ່ງພວກເຂົາອອກໄປເປັນສາມກອງ ຊຶ່ງມີລູກຊາຍຂອງນາງເຊຣູອີຢາຄືໂຢອາບແລະອາບີໄຊນ້ອງຊາຍຂອງຕົນແລະອິດໄຕຊາວເມືອງກາດ ເປັນຜູ້ບັນຊາການຂອງແຕ່ລະກອງ. ແລ້ວກະສັດກໍເວົ້າກັບທະຫານຂອງຕົນວ່າ, “ເຮົາເອງຈະໄປກັບພວກເຈົ້າ.”
ຄົນພື້ນເມືອງໃນເມືອງນີ້ໄດ້ປົບໜີໄປສູ່ກິດຕາອິມ ບ່ອນທີ່ພວກເຂົາອາໄສຢູ່ຈົນເຖິງເທົ່າທຸກວັນນີ້.)
ແຕ່ກະສັດດາວິດຢຶດເອົາປ້ອມປ້ອງກັນແຫ່ງຊີໂອນໄດ້ ເພິ່ນຈຶ່ງໃສ່ຊື່ໃຫ້ບ່ອນນີ້ວ່າ, “ເມືອງຂອງດາວິດ.”
ເມື່ອຢຶດເອົາປ້ອມປ້ອງກັນເມືອງໄດ້ແລ້ວ ກະສັດດາວິດກໍຢູ່ໃນທີ່ນັ້ນແລະໃສ່ຊື່ບ່ອນນີ້ວ່າ, “ເມືອງຂອງດາວິດ.” ເພິ່ນໄດ້ສ້າງປ້ອມປ້ອງກັນເມືອງນີ້ໄວ້ຕັ້ງແຕ່ບ່ອນທີ່ເຂົາຖົມດິນທາງທິດຕາເວັນອອກຂອງເນີນພູ.
ພວກເຂົາໄດ້ເລືອກເອົາຊາວເລວີໃຫ້ດີດພິນສຽງສູງ ມີດັ່ງນີ້: ເຊກາຣີຢາ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະມາອາເສອີຢາ. ພວກເຂົາໄດ້ເລືອກເອົາຊາວເລວີໃຫ້ດີດພິນສຽງຕໍ່າ ມີດັ່ງນີ້: ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ຜູ້ເຝົ້າຍາມພຣະວິຫານໄດ້ແກ່: ໂອເບັດເອໂດມແລະເຢອີເອນ.
ບັນດາປະໂຣຫິດເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາໄສ, ເຊກາຣີຢາ, ເບນາອີຢາ ແລະເອລີເອເຊໄດ້ຖືກເລືອກໃຫ້ເປັນຜູ້ເປົ່າແກ ນຳໜ້າຫີບພັນທະສັນຍາຂອງພຣະເຈົ້າ. ໂອເບັດເອໂດມ ແລະເຢຮີຢາ ໄດ້ຖືກຮັບເລືອກໃຫ້ເປັນຜູ້ເຝົ້າຍາມຫີບພັນທະສັນຍາດ້ວຍ.
ອາສັບໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າ ແລະເຊກາຣີຢາເປັນຜູ້ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະເຢອີເອນ ເປັນພວກດີດພິນ. ອາສັບເປັນຜູ້ຕົບແສ່ງ,
ເຢຮຸດ, ເບເນເບຣັກ, ກາດຣິມໂມນ,