Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:9 - ພຣະຄຳພີສັກສິ

9 ເມື່ອ​ຢຶດເອົາ​ປ້ອມ​ປ້ອງກັນ​ເມືອງ​ໄດ້​ແລ້ວ ກະສັດ​ດາວິດ​ກໍ​ຢູ່​ໃນ​ທີ່ນັ້ນ​ແລະ​ໃສ່​ຊື່​ບ່ອນ​ນີ້​ວ່າ, “ເມືອງ​ຂອງ​ດາວິດ.” ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ນີ້​ໄວ້​ຕັ້ງແຕ່​ບ່ອນ​ທີ່​ເຂົາ​ຖົມ​ດິນ​ທາງທິດ​ຕາເວັນອອກ​ຂອງ​ເນີນພູ.

Uka jalj uñjjattʼäta Copia luraña




2 ຊາມູເອນ 5:9
16 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ດາວິດ​ຢຶດເອົາ​ປ້ອມ​ປ້ອງກັນ​ແຫ່ງ​ຊີໂອນ​ໄດ້ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນີ້​ວ່າ, “ເມືອງ​ຂອງ​ດາວິດ.”


ໃນ​ວັນນັ້ນ ກະສັດ​ດາວິດ​ໄດ້​ກ່າວ​ແກ່​ພວກ​ທະຫານ​ຂອງ​ເພິ່ນ​ວ່າ, “ຢູ່​ທີ່​ນີ້​ມີ​ຜູ້ໃດ​ແດ່​ບໍ​ທີ່​ຊັງ​ຊາວ​ເຢບຸດ​ຫລາຍ​ເທົ່າ​ກັບ​ທີ່​ເຮົາ​ຊັງ​ພວກເຂົາ ແລະ​ພໍ​ທີ່​ຈະ​ຂ້າ​ພວກເຂົາ​ໄດ້? ໃຫ້​ຂຶ້ນ​ໄປ​ທາງ​ທໍ່​ນໍ້າ​ເພື່ອ​ເຂົ້າ​ບຸກໂຈມຕີ​ຄົນ​ຕາບອດ​ກັບ​ຄົນ​ຂາ​ພິການ​ເຫຼົ່ານັ້ນ.” (ດ້ວຍເຫດນີ້ ຈຶ່ງ​ມີ​ຄຳ​ກ່າວ​ກັນ​ວ່າ, “ຄົນ​ຕາບອດ​ກັບ​ຄົນ​ຂາ​ພິການ​ບໍ່ໄດ້​ຮັບ​ອະນຸຍາດ ໃຫ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.”)


ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ບໍ່​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໃຫ້​ຢູ່​ກັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ, ແຕ່​ເພິ່ນ​ໄດ້​ເອົາ​ໄປ​ທີ່​ເຮືອນ​ຊາວ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂອເບັດເອໂດມ.


ຕໍ່ໄປນີ້​ແມ່ນ​ເລື່ອງລາວ​ການ​ກະບົດ​ຂອງ​ເຢໂຣໂບອາມ: ກະສັດ​ໂຊໂລໂມນ​ໄດ້​ຖົມ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ສ້ອມແປງ​ກຳແພງ​ເມືອງ.


ກະສັດ​ດາວິດ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ເມືອງ​ຂອງ​ດາວິດ.


ກະສັດ​ໂຊໂລໂມນ​ໄດ້​ເກນ​ເອົາ​ຄົນງານ​ມາ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຣາຊວັງ ທັງ​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ແລະ​ສ້າງ​ກຳແພງ​ເມືອງ. ເພິ່ນ​ຍັງ​ໄດ້​ໃຊ້​ຄົນງານ​ພວກ​ນີ້​ສ້າງ​ເມືອງ​ຮາໂຊ, ເມກິດໂດ ແລະ​ເກເຊ. (


ກະສັດ​ໂຊໂລໂມນ​ໄດ້​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ຫລັງຈາກ​ທີ່​ເມຍ​ຂອງ​ເພິ່ນ ຄື​ລູກສາວ​ຂອງ​ກະສັດ​ເອຢິບ​ໄດ້​ຍ້າຍ​ຈາກ​ເມືອງ​ຂອງ​ດາວິດ ໄປ​ຢູ່​ວັງ​ທີ່​ເພິ່ນ​ໄດ້​ສ້າງ​ໃຫ້​ນາງ.


ບັນດາ​ຂ້າຣາຊການ​ຂອງ​ກະສັດ​ໄດ້​ວາງແຜນ​ກະບົດ​ຕໍ່​ເພິ່ນ ແລ້ວ​ມີ​ສອງ​ຄົນ​ໃນ​ພວກເຂົາ ຄື​ໂຢຊາການ​ລູກຊາຍ​ຂອງ​ຊີເມອາດ ແລະ​ເຢໂຮຊາບັດ​ລູກຊາຍ​ຂອງ​ໂຊເມ ໄດ້​ຂ້າ​ກະສັດ​ໂຢອາດ​ຢູ່​ໃນ​ວັງ ທີ່​ຖືກ​ສ້າງ​ຂຶ້ນ​ໃນ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຕາມ​ເສັ້ນທາງ​ໄປ​ເມືອງ​ສິນລາ. ຊາກສົບ​ຂອງ​ກະສັດ​ໂຢອາດ​ໄດ້​ຖືກ​ຝັງ​ໄວ້​ທີ່​ອຸບມຸງ​ແຫ່ງ​ກະສັດ ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ອາມາຊີຢາ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ເພິ່ນ​ໄດ້​ສ້າງ​ເມືອງ​ຂຶ້ນ​ໃໝ່​ໂດຍ​ເລີ່ມຕົ້ນ​ແຕ່​ປ້ອມ​ທີ່​ມີ​ຊື່​ວ່າ ມິນໂລ ທາງທິດ​ຕາເວັນອອກ​ຂອງ​ເນີນພູ ແລະ​ໂຢອາບ​ໄດ້​ສ້ອມແປງ​ສ່ວນ​ທີ່​ເຫຼືອ​ຂອງ​ເມືອງ.


ກະສັດ​ຍັງ​ໄດ້​ສ້ອມແປງ​ກຳແພງ​ປ້ອງກັນ​ເມືອງ​ໃຫ້​ເຂັ້ມແຂງ​ຂຶ້ນ ໂດຍ​ສ້າງ​ຫໍຄອຍ​ໄວ້​ຕາມ​ເທິງ​ກຳແພງ ແລະ​ກໍ່ສ້າງ​ກຳແພງ​ຮອບ​ນອກ​ອີກ. ນອກຈາກນີ້ ເພິ່ນ​ຍັງ​ໄດ້​ສ້ອມແປງ​ບ່ອນ​ປ້ອງກັນ​ທີ່​ມີ​ຢູ່​ທົ່ວ​ໄປ ທາງ​ດ້ານ​ທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຕາມ​ບໍລິເວນ​ທີ່​ເກົ່າແກ່. ເພິ່ນ​ຍັງ​ເຮັດ​ຫອກ​ແລະ​ໂລ້​ເປັນ​ຈຳນວນ​ຫລວງຫລາຍ​ໄວ້​ອີກ.


ຊານລູມ​ລູກຊາຍ​ຂອງ​ໂກນໂຮເຊ ຜູ້ປົກຄອງ​ເມືອງ​ມີຊະປາ​ໄດ້​ສ້າງ​ປະຕູ​ນໍ້າພຸ. ເພິ່ນ​ໄດ້​ມຸງ​ທາງຍ່າງ ແລະ​ໃສ່​ປະຕູ​ໃນ​ບ່ອນ​ຂອງ​ມັນ ພ້ອມທັງ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ. ຢູ່​ໃນ​ບ່ອນ​ອາບນໍ້າ​ຂອງ​ເຊລາ ເພິ່ນ​ໄດ້​ສ້າງ​ກຳແພງ​ໄປ​ຕໍ່​ໃສ່​ກັບ​ສວນ​ຂອງ​ກະສັດ ຈົນເຖິງ​ຂັ້ນໄດ​ລົງ​ໄປ​ເຖິງ​ເມືອງ​ຂອງ​ດາວິດ.


ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ທີ່​ໄດ້​ສ້ອມແປງ​ຂຶ້ນໃໝ່ ຊຶ່ງ​ເປັນ​ລະບຽບ​ຮຽບຮ້ອຍ​ສະອາດ​ງາມຕາ.


ເຄາະກຳ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ແທ່ນບູຊາ​ຂອງ​ພຣະເຈົ້າ​ສາ​ແລ້ວ ເຄາະກຳ​ເປັນ​ຂອງ​ເມືອງ​ທີ່​ດາວິດ​ໄດ້​ຕັ້ງຄ້າຍ​ໃສ່​ສາ​ແລ້ວ ປ່ອຍ​ໃຫ້​ງານກິນລ້ຽງ​ແລະ​ເທດສະການ​ຕ່າງໆ ປີ​ໜຶ່ງ​ຫລື​ສອງ​ປີ​ຜ່ານ​ໄປ​ກ່ອນ


ຖ້າບໍ່​ດັ່ງນັ້ນ ກໍ​ຂໍ​ໃຫ້​ໄຟ​ຈາກ​ອາບີເມເຫຼັກ​ເຜົາຜານ​ຊາວ​ຊີເຄມ​ກັບ​ຊາວ​ເບັດມິນໂລ ແລະ​ຂໍ​ໃຫ້​ໄຟ​ຈາກ​ຊາວ​ຊີເຄມ​ກັບ​ຊາວ​ເບັດມິນໂລ​ເຜົາຜານ​ອາບີເມເຫຼັກ​ເຊັ່ນດຽວ​ກັນ.”


ແລ້ວ​ຊາວ​ຊີເຄມ​ທຸກຄົນ​ພ້ອມ​ທັງ​ຊາວ​ເບັດມິນໂລ ກໍ​ພາກັນ​ໄປ​ທີ່​ຕົ້ນໂອກ​ສັກສິດ​ທີ່​ເມືອງ​ຊີເຄມ ແລະ​ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ອາບີເມເຫຼັກ​ໃຫ້​ຂຶ້ນ​ເປັນ​ກະສັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka