Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:7 - ພຣະຄຳພີສັກສິ

7 ແຕ່​ກະສັດ​ດາວິດ​ຢຶດເອົາ​ປ້ອມ​ປ້ອງກັນ​ແຫ່ງ​ຊີໂອນ​ໄດ້ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນີ້​ວ່າ, “ເມືອງ​ຂອງ​ດາວິດ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 5:7
27 Jak'a apnaqawi uñst'ayäwi  

ໃນ​ວັນນັ້ນ ກະສັດ​ດາວິດ​ໄດ້​ກ່າວ​ແກ່​ພວກ​ທະຫານ​ຂອງ​ເພິ່ນ​ວ່າ, “ຢູ່​ທີ່​ນີ້​ມີ​ຜູ້ໃດ​ແດ່​ບໍ​ທີ່​ຊັງ​ຊາວ​ເຢບຸດ​ຫລາຍ​ເທົ່າ​ກັບ​ທີ່​ເຮົາ​ຊັງ​ພວກເຂົາ ແລະ​ພໍ​ທີ່​ຈະ​ຂ້າ​ພວກເຂົາ​ໄດ້? ໃຫ້​ຂຶ້ນ​ໄປ​ທາງ​ທໍ່​ນໍ້າ​ເພື່ອ​ເຂົ້າ​ບຸກໂຈມຕີ​ຄົນ​ຕາບອດ​ກັບ​ຄົນ​ຂາ​ພິການ​ເຫຼົ່ານັ້ນ.” (ດ້ວຍເຫດນີ້ ຈຶ່ງ​ມີ​ຄຳ​ກ່າວ​ກັນ​ວ່າ, “ຄົນ​ຕາບອດ​ກັບ​ຄົນ​ຂາ​ພິການ​ບໍ່ໄດ້​ຮັບ​ອະນຸຍາດ ໃຫ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.”)


ເມື່ອ​ຢຶດເອົາ​ປ້ອມ​ປ້ອງກັນ​ເມືອງ​ໄດ້​ແລ້ວ ກະສັດ​ດາວິດ​ກໍ​ຢູ່​ໃນ​ທີ່ນັ້ນ​ແລະ​ໃສ່​ຊື່​ບ່ອນ​ນີ້​ວ່າ, “ເມືອງ​ຂອງ​ດາວິດ.” ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ນີ້​ໄວ້​ຕັ້ງແຕ່​ບ່ອນ​ທີ່​ເຂົາ​ຖົມ​ດິນ​ທາງທິດ​ຕາເວັນອອກ​ຂອງ​ເນີນພູ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ບໍ່​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໃຫ້​ຢູ່​ກັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ, ແຕ່​ເພິ່ນ​ໄດ້​ເອົາ​ໄປ​ທີ່​ເຮືອນ​ຊາວ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂອເບັດເອໂດມ.


ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ຄອບຄົວ​ໂອເບັດເອໂດມ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ ຍ້ອນ​ຫີບ​ຂອງ​ພຣະເຈົ້າ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້ເອົາ​ຫີບ​ຂອງ​ພຣະເຈົ້າ ອອກ​ຈາກ​ເຮືອນ​ຂອງ​ໂອເບັດເອໂດມ​ໄປ​ທີ່​ເມືອງ​ຂອງ​ດາວິດ​ດ້ວຍ​ຄວາມ​ຊົມຊື່ນຍິນດີ.


ພໍ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ມາ​ໃນ​ເມືອງ​ຂອງ​ດາວິດ, ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ຄິດ​ກຽດຊັງ​ກະສັດ​ດາວິດ​ຢູ່ໃນ​ໃຈ ເພາະ​ນາງ​ແນມ​ໄປ​ທາງ​ປ່ອງຢ້ຽມ​ເຫັນ​ເພິ່ນ​ກຳລັງ​ຟ້ອນ ແລະ​ເຕັ້ນລຳ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ກະສັດ​ດາວິດ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ເມືອງ​ຂອງ​ດາວິດ.


ກະສັດ​ໂຊໂລໂມນ​ໄດ້​ເປັນ​ພັນທະມິດ​ກັບ​ກະສັດ​ແຫ່ງ​ເອຢິບ ໂດຍ​ການ​ແຕ່ງງານ​ກັບ​ລູກສາວ​ຂອງ​ເພິ່ນ. ກະສັດ​ໂຊໂລໂມນ​ໄດ້​ພາ​ນາງ​ໄປ​ຢູ່​ໃນ​ເມືອງ​ຂອງ​ດາວິດ ຈົນ​ເພິ່ນ​ສ້າງ​ຣາຊວັງ, ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ກຳແພງ​ອ້ອມ​ນະຄອນ​ເຢຣູຊາເລັມ​ສຳເລັດ.


ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ເຊີນ​ບັນດາ​ຜູ້ນຳ​ເຜົ່າ​ກັບ​ຕະກຸນ​ຕ່າງໆ ຂອງ​ຊາດ​ອິດສະຣາເອນ​ທັງໝົດ​ມາ​ປະຊຸມກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຈາກ​ພູເຂົາ​ຊີໂອນ​ເມືອງ​ຂອງ​ດາວິດ ໄປ​ທີ່​ພຣະວິຫານ.


ກະສັດ​ໂຊໂລໂມນ​ໄດ້​ຖົມ​ດິນ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ ຫລັງຈາກ​ທີ່​ເມຍ​ຂອງ​ເພິ່ນ ຄື​ລູກສາວ​ຂອງ​ກະສັດ​ເອຢິບ​ໄດ້​ຍ້າຍ​ຈາກ​ເມືອງ​ຂອງ​ດາວິດ ໄປ​ຢູ່​ວັງ​ທີ່​ເພິ່ນ​ໄດ້​ສ້າງ​ໃຫ້​ນາງ.


ເພາະ​ກະສັດ​ດາວິດ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ປ້ອມ​ນີ້; ສະນັ້ນ ທີ່​ນັ້ນ​ຈຶ່ງ​ມີ​ຊື່​ວ່າ, “ເມືອງ​ຂອງ​ດາວິດ.”


ພວກເຂົາ​ໄດ້​ຝັງສົບ​ເພິ່ນ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ ເພື່ອ​ລະນຶກເຖິງ​ຄຸນງາມ​ຄວາມດີ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ປະຊາຊົນ​ອິດສະຣາເອນ, ສຳລັບ​ພຣະເຈົ້າ ແລະ​ສຳລັບ​ວິຫານ​ຂອງ​ພຣະອົງ.


ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ເອີ້ນ​ປະຊຸມ ພວກ​ຜູ້ນຳ​ທຸກ​ເຜົ່າ​ແລະ​ທຸກ​ຕະກຸນ​ຂອງ​ຊາດ​ອິດສະຣາເອນ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຈາກ​ພູເຂົາ​ຊີໂອນ ເມືອງ​ຂອງ​ດາວິດ ມາ​ທີ່​ພຣະວິຫານ.


ຊານລູມ​ລູກຊາຍ​ຂອງ​ໂກນໂຮເຊ ຜູ້ປົກຄອງ​ເມືອງ​ມີຊະປາ​ໄດ້​ສ້າງ​ປະຕູ​ນໍ້າພຸ. ເພິ່ນ​ໄດ້​ມຸງ​ທາງຍ່າງ ແລະ​ໃສ່​ປະຕູ​ໃນ​ບ່ອນ​ຂອງ​ມັນ ພ້ອມທັງ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ. ຢູ່​ໃນ​ບ່ອນ​ອາບນໍ້າ​ຂອງ​ເຊລາ ເພິ່ນ​ໄດ້​ສ້າງ​ກຳແພງ​ໄປ​ຕໍ່​ໃສ່​ກັບ​ສວນ​ຂອງ​ກະສັດ ຈົນເຖິງ​ຂັ້ນໄດ​ລົງ​ໄປ​ເຖິງ​ເມືອງ​ຂອງ​ດາວິດ.


ພຣະເຈົ້າຢາເວ​ໄດ້​ເລືອກເຟັ້ນ​ເອົາ​ພູເຂົາ​ຊີໂອນ ພຣະອົງ​ຕ້ອງການ​ເຮັດ​ໃຫ້​ພູນີ້​ເປັນ​ທີ່​ປະທັບ​ຂອງ​ພຣະອົງ.


ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”


ປະຊາຊົນ​ຂອງ​ພຣະເຈົ້າ ຈົ່ງ​ຍ່າງ​ອ້ອມ​ພູເຂົາ​ຊີໂອນ ແລະ​ພວກເຈົ້າ​ຈົ່ງ​ນັບ​ຫໍຄອຍ​ທັງຫລາຍ​ເບິ່ງ


ພຣະເຈົ້າ​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ໃຫ້​ມີ​ຄວາມ​ປອດໄພ ກັບ​ພຣະອົງ​ທີ່​ປ້ອມ​ປ້ອງກັນ​ໃນ​ນະຄອນ​ນັ້ນ.


ຂໍ​ຊົງ​ໂຜດ​ເມດຕາ​ແລະ​ຊ່ວຍເຫຼືອ​ຊີໂອນ​ດ້ວຍ ໂຜດ​ສ້າງ​ກຳແພງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ດ້ວຍ.


ພຣະເຈົ້າຢາເວ​ຮັກ​ປະຕູ​ນະຄອນ​ເຢຣູຊາເລັມ​ຫລາຍກວ່າ​ທີ່​ອື່ນໃດ ໃນ​ດິນແດນ​ອິດສະຣາເອນ​ນັ້ນ.


ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ຜູ້ປົກຄອງ​ໃນ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ບອກ​ທຸກ​ຊົນຊາດ​ໃຫ້​ໄດ້ຍິນ​ທຸກສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ປ້ອງກັນ​ພວກເຈົ້າ ແລະ​ເພື່ອ​ຊ່ວຍ​ພວກເຈົ້າ​ທຸກຄົນ​ທີ່​ຫັນໜີ​ຈາກ​ການບາບ​ຂອງຕົນ.


ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ຕັ້ງ​ຢູ່ ສູງ​ເດັ່ນ​ເໜືອ​ຮ່ອມພູ​ທັງຫລາຍ ດັ່ງ​ໂງ່ນຫີນ​ສູງ​ເດັ່ນ​ໃນ​ທ່າມກາງ​ທົ່ງພຽງ, ແຕ່​ເຮົາ​ຈະ​ຕໍ່ສູ້​ເຈົ້າ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຈົ້າ​ເວົ້າ​ວ່າ, ບໍ່ມີ​ຜູ້ໃດ​ໂຈມຕີ​ເຈົ້າ ຫລື​ຕີ​ທີ່​ປ້ອງກັນ​ຂອງ​ເຈົ້າ​ໄດ້.


ປະຊາຊົນ​ຂອງ​ພວກເຂົາ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນັ້ນ. ເພາະ​ພຣະອົງ​ຈະ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ພວກເຮົາ​ເຮັດ​ຕາມ ພວກເຮົາ​ຈະ​ຍ່າງ​ຕາມ​ທາງ​ທີ່​ພຣະອົງ​ໄດ້​ເລືອກໄວ້. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ຈາກ​ພູເຂົາ​ຊີໂອນ​ທີ່​ຊົງ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ.”


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນີ້​ແຫຼະ ເຮົາ​ໄດ້​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເປັນ​ຫີນ​ກ້ອນ​ທີ່​ໃຫ້​ຄົນ​ຕຳ​ສະດຸດ ຄື​ກ້ອນຫີນ​ທີ່​ໃຫ້​ຄົນ​ລົ້ມ​ລົງ ແຕ່​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ​ຈັກເທື່ອ.”


ແຕ່​ເຈົ້າ​ທັງຫລາຍ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່ ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ, ມາ​ເຖິງ​ຝູງ​ເທວະດາ​ນັບ​ເປັນ​ຈຳນວນ​ໝື່ນໆ ທີ່​ຊຸມນຸມ​ກັນ​ເປັນ​ງານ​ມ່ວນຊື່ນ,


ແລ້ວ​ຂ້າພະເຈົ້າ​ກໍໄດ້​ຫລຽວ​ເບິ່ງ ແລະ​ເຫັນ​ພຣະ​ເມສານ້ອຍ​ຢືນ​ຢູ່​ເທິງ​ພູເຂົາ​ຊີໂອນ ແລະ​ຜູ້​ທີ່​ຢູ່​ກັບ​ພຣະອົງ​ແສນ​ສີ່ໝື່ນ​ສີ່ພັນ​ຄົນ ຊຶ່ງ​ເປັນ​ພວກ​ທີ່​ມີ​ພຣະນາມ​ຂອງ​ພຣະອົງ ແລະ​ພຣະນາມ​ພຣະບິດາ​ຂອງ​ພຣະອົງ ຂຽນ​ໄວ້​ທີ່​ໜ້າຜາກ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka