Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:6 - ພຣະຄຳພີສັກສິ

6 ເວລາ​ຕໍ່ມາ ກະສັດ​ດາວິດ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ໄດ້​ໄປ​ໂຈມຕີ​ນະຄອນ​ເຢຣູຊາເລັມ. ຊາວ​ເຢບຸດ​ຢູ່​ໃນ​ເມືອງ​ນີ້​ຄິດ​ວ່າ ກະສັດ​ດາວິດ​ບໍ່ມີ​ຄວາມ​ສາມາດ​ຕີ​ເອົາ​ເມືອງ​ໄດ້​ຈຶ່ງ​ເວົ້າ​ຕໍ່​ເພິ່ນ​ວ່າ, “ທ່ານ​ຈະ​ເຂົ້າ​ມາ​ໃນ​ເມືອງ​ນີ້​ບໍ່ໄດ້ດອກ ແມ່ນແຕ່​ຄົນ​ຕາບອດ ແລະ​ຄົນ​ຂາ​ພິການ​ກໍ​ຈະ​ກີດຂວາງ​ທ່ານ​ໄວ້​ໄດ້.”

Uka jalj uñjjattʼäta Copia luraña




2 ຊາມູເອນ 5:6
13 Jak'a apnaqawi uñst'ayäwi  

ແລ້ວ​ເຈົ້າ​ເມຄີເຊເດັກ​ຜູ້​ທີ່​ເປັນ​ກະສັດ​ແຫ່ງ​ນະຄອນ​ຊາເລັມ ທັງ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ກໍ​ເອົາ​ເຂົ້າຈີ່​ກັບ​ເຫຼົ້າ​ອະງຸ່ນ​ໃຫ້​ອັບຣາມ ແລະ​ອວຍພອນ​ເພິ່ນ


ພຣະອົງ​ຊູ​ກຳລັງ​ຂ້ານ້ອຍ​ໂຈມຕີ​ສັດຕູ ແລະ​ໃຫ້​ຊະນະ​ໜ່ວຍ​ປ້ອງກັນ​ເຂົາເຈົ້າ.


ນາຍພົນ​ທີ່​ສະຫລາດ​ສາມາດ​ຢຶດ​ເມືອງ​ທີ່​ມີ​ທະຫານໆ ພ້ອມ​ທັງ​ທະລຸ​ກຳແພງ​ເມືອງ​ອັນ​ເຂັ້ມແຂງ​ທີ່​ປ້ອງກັນ​ເຂົາ​ໄວ້​ນັ້ນ.


ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ຕັ້ງ​ຢູ່ ສູງ​ເດັ່ນ​ເໜືອ​ຮ່ອມພູ​ທັງຫລາຍ ດັ່ງ​ໂງ່ນຫີນ​ສູງ​ເດັ່ນ​ໃນ​ທ່າມກາງ​ທົ່ງພຽງ, ແຕ່​ເຮົາ​ຈະ​ຕໍ່ສູ້​ເຈົ້າ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຈົ້າ​ເວົ້າ​ວ່າ, ບໍ່ມີ​ຜູ້ໃດ​ໂຈມຕີ​ເຈົ້າ ຫລື​ຕີ​ທີ່​ປ້ອງກັນ​ຂອງ​ເຈົ້າ​ໄດ້.


ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ເອົາ​ຊະນະ​ກອງທັບ​ບາບີໂລນ​ທັງໝົດ​ໄດ້ ຈົນ​ຍັງເຫລືອ​ແຕ່​ຜູ້​ທີ່​ບາດເຈັບ​ນອນ​ຢູ່​ໃນ​ຜ້າເຕັນ​ກໍຕາມ; ແຕ່​ຄົນ​ເຫຼົ່ານັ້ນ​ກໍ​ຍັງ​ຈະ​ລຸກຂຶ້ນ​ມາ​ຈູດ​ເມືອງ​ນີ້​ຖິ້ມ.”


ສ່ວນ​ເມຄີເຊເດັກ​ຜູ້​ນີ້ ຄື​ກະສັດ​ແຫ່ງ​ເມືອງ​ຊາເລັມ ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ ໄດ້​ພົບ​ອັບຣາຮາມ ຂະນະທີ່​ອັບຣາຮາມ​ກຳລັງ​ກັບ​ມາ​ຈາກ​ການ​ຮົບ​ກັບ​ກະສັດ​ທັງຫລາຍ​ດ້ວຍ​ໄຊຊະນະ ແລະ​ໄດ້​ຊົງ​ອວຍພອນ​ແກ່​ເພິ່ນ.


ດັ່ງນັ້ນ ເຈົ້າ​ອາໂດນີ​ເຊເດັກ​ຈຶ່ງ​ໄດ້​ສົ່ງ​ຄົນ​ນຳ​ສານ ໄປ​ຫາ​ເຈົ້າ​ໂຮຮາມ​ກະສັດ​ແຫ່ງ​ເຮັບໂຣນ, ເຈົ້າ​ປີຣາມ​ກະສັດ​ແຫ່ງ​ຢາຣະມຸດ, ເຈົ້າ​ຢາເຟຍ​ກະສັດ​ແຫ່ງ​ລາກິດ ແລະ ເຈົ້າ​ເດບີ​ກະສັດ​ແຫ່ງ​ເອກໂລນ​ວ່າ,


ແຕ່​ປະຊາຊົນ​ຢູດາ​ບໍ່​ສາມາດ​ຂັບໄລ່​ພວກ​ເຢບຸດ ຊຶ່ງ​ອາໄສ​ຢູ່​ນະຄອນ​ເຢຣູຊາເລັມ​ອອກ​ໄປ​ໄດ້. ພວກ​ເຢບຸດ​ຈຶ່ງ​ຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ກັບ​ປະຊາຊົນ​ຢູດາ​ຈົນ​ເຖິງ​ທຸກ​ວັນ​ນີ້.


ເຊລາ, ຮາເອເລັບ, ເຢບູ (ເມືອງ​ເຢຣູຊາເລັມ), ກີເບອາ ແລະ​ກີຣີອາດ​ເຢອາຣີມ. ລວມ​ທັງໝົດ​ມີ 14 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ນີ້​ແມ່ນ​ດິນແດນ​ທີ່​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ ໄດ້​ຮັບ​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ແຕ່​ປະຊາຊົນ​ໃນ​ເຜົ່າ​ເບັນຢາມິນ​ບໍ່ໄດ້​ຂັບໄລ່​ຊາວ​ເຢບຸດ ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ອອກ​ໜີໄປ; ສະນັ້ນ ຊາວ​ເຢບຸດ​ຈຶ່ງ​ຢູ່​ຮ່ວມ​ກັບ​ຊາວ​ເບັນຢາມິນ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ຕໍ່ມາ ຊາວ​ຢູດາ​ໄດ້​ໂຈມຕີ​ເມືອງ​ເຢຣູຊາເລັມ​ແລະ​ຢຶດເມືອງ​ໄດ້. ພວກເຂົາ​ໄດ້​ຂ້າ​ປະຊາຊົນ​ແລະ​ຈູດ​ເມືອງ​ຖິ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka