Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ເມື່ອ​ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ​ນັ້ນ ເພິ່ນ​ຈຶ່ງ​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ; ແລ້ວ​ພວກ​ຜູ້ນຳ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 5:3
16 Jak'a apnaqawi uñst'ayäwi  

ຕໍ່ມາ ຊາວ​ຢູດາ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ຂອງ​ພວກ​ຕົນ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ, ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້​ຝັງ​ຊາກສົບ​ຂອງ​ໂຊນ​ແລ້ວ,


ສະນັ້ນ ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ​ເຖີດ ໂຊນ​ກະສັດ​ຂອງ​ພວກທ່ານ​ໄດ້​ຕາຍໄປ​ແລ້ວ ແລະ​ປະຊາຊົນ​ຊາວ​ຢູດາ​ກໍໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ຂ້າພະເຈົ້າ ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ​ແລ້ວ.”


ອັບເນ​ບອກ​ດາວິດ​ວ່າ, “ບັດນີ້ ຂ້ານ້ອຍ​ຈະ​ຕ້ອງ​ໄປ​ຮວບຮວມ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ໃຫ້​ທ່ານ. ພວກເຂົາ​ຈະ​ຍອມ​ຮັບ​ເອົາ​ທ່ານ​ໃຫ້​ເປັນ​ກະສັດ ແລະ​ທ່ານ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ທ່ານ​ໄດ້​ຕັ້ງໃຈ​ໄວ້​ນານ​ມາ​ແລ້ວ ແລະ​ຈະ​ໄດ້​ປົກຄອງ​ດິນແດນ​ທັງໝົດ.” ແລ້ວ​ດາວິດ​ກໍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ອັບເນ ແລະ​ສົ່ງ​ລາວ​ກັບ​ເມືອ.


ໃນ​ທີ່ນັ້ນ ໃຫ້​ປະໂຣຫິດ​ຊາດົກ​ແລະ​ຜູ້ທຳນວາຍ​ນາທານ​ຫົດສົງ​ແຕ່ງຕັ້ງ​ລາວ​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ. ແລ້ວ​ໃຫ້​ເປົ່າແກ​ແລະ​ຮ້ອງໂຮ​ຂຶ້ນ​ວ່າ, ‘ຂໍ​ໃຫ້​ກະສັດ​ໂຊໂລໂມນ​ຈົ່ງ​ໝັ້ນຍືນ.’


ປະໂຣຫິດ​ເຢໂຮຍອາດາ​ໄດ້​ໃຫ້​ກະສັດ​ໂຢອາດ​ແລະ​ປະຊາຊົນ​ເຮັດ​ພັນທະສັນຍາ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກຕົນ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ຍັງ​ໄດ້​ເຮັດ​ພັນທະສັນຍາ​ລະຫວ່າງ​ກະສັດ​ແລະ​ປະຊາຊົນ.


ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ຫາ​ດາວິດ​ທີ່​ນະຄອນ​ເຮັບໂຣນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພວກເຮົາ​ເປັນ​ເລືອດເນື້ອ​ເຊື້ອໄຂ​ດຽວກັນ.


ດັ່ງນັ້ນ ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ມາ​ຫາ​ກະສັດ​ດາວິດ​ທີ່​ເຮັບໂຣນ. ເພິ່ນ​ໄດ້​ເຮັດ​ສັນຍາ​ເປັນ​ພັນທະມິດ​ກັບ​ພວກເຂົາ​ທີ່​ເຮັບໂຣນ​ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເພິ່ນ ແລະ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຊາມູເອນ.


ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ເລືອກ​ຂ້າພະເຈົ້າ ແລະ​ເຊື້ອສາຍ​ຂອງ​ຂ້າພະເຈົ້າ​ໃຫ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ. ພຣະອົງ​ໄດ້​ເລືອກເອົາ​ເຜົ່າຢູດາ​ໃຫ້​ເປັນ​ຫົວໜ້າ​ນຳພາ ແລະ​ຈາກ​ເຜົ່າຢູດາ ພຣະອົງ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ຂ້າພະເຈົ້າ. ຈາກ​ພີ່ນ້ອງ​ທັງໝົດ​ໃນ​ຄອບຄົວ​ຂອງ​ຂ້າພະເຈົ້າ ພຣະອົງ​ພໍໃຈ​ນຳ​ຂ້າພະເຈົ້າ ແລະ​ແຕ່ງຕັ້ງ​ຂ້າພະເຈົ້າ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ທົ່ວ​ທັງໝົດ​ຊາດ​ອິດສະຣາເອນ.


ປະໂຣຫິດ​ເຢໂຮຍອາດາ ໂດຍ​ມີ​ກະສັດ​ໂຢອາດ​ພ້ອມ​ປະຊາຊົນ​ເຂົ້າ​ຮ່ວມ ໄດ້​ເຮັດ​ພິທີ​ຕັ້ງ​ພັນທະສັນຍາ​ວ່າ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.


ຍ້ອນ​ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນັ້ນ; ພວກເຮົາ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ເຊັນ​ຂໍ້​ຕົກລົງ​ຢ່າງ​ແທ້ຈິງ​ໄວ້​ໃນ​ທີ່​ນີ້ ແລະ​ບັນດາ​ຜູ້ນຳ, ຊາວ​ເລວີ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຮົາ​ກໍໄດ້​ປະທັບຕາ​ໄວ້​ດ້ວຍ.


ບັດນີ້ ເຈົ້າ​ຈົ່ງ​ໄປ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໄດ້​ປາກົດ​ແກ່​ຂ້ອຍ. ແລະ​ກ່າວ​ວ່າ: ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກເຈົ້າ.


ຫລັງຈາກ​ນັ້ນ ໂຢຊວຍ​ກັບ​ພວກ​ທະຫານ​ຂອງຕົນ​ກໍ​ອອກ​ຈາກ​ເມືອງ​ເອກໂລນ ແລະ​ເດີນທາງ​ຂຶ້ນ​ພູເຂົາ​ເພື່ອ​ໂຈມຕີ​ເມືອງ​ເຮັບໂຣນ


ດັ່ງນັ້ນ ເຢັບທາ​ຈຶ່ງ​ຄືນ​ເມືອ​ກັບ​ພວກ​ຜູ້ນຳ​ຊາວ​ກີເລອາດ ແລະ​ປະຊາຊົນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ນາຍ​ແລະ​ເປັນ​ຜູ້ນຳ​ຂອງ​ພວກເຂົາ. ຝ່າຍ​ເຢັບທາ​ກໍ​ກ່າວ​ປະຕິຍານ​ທີ່​ມີຊະປາ ຊ້ອງໜ້າ​ພຣະເຈົ້າຢາເວ.


ດັ່ງນັ້ນ ພວກເຂົາ​ທັງໝົດ​ຈຶ່ງ​ພາກັນ​ໄປ​ທີ່​ເມືອງ​ກິນການ. ແລະ​ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ພວກເຂົາ​ໄດ້​ປະກາດ​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ໂຊນ​ພ້ອມ​ກັບ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ໄດ້​ສະຫລອງ​ຢ່າງ​ຍິ່ງໃຫຍ່​ໃນ​ທີ່​ນັ້ນ.


ຊາມູເອນ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ​ຕໍ່ໜ້າ​ພວກອ້າຍໆ​ຂອງ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ຄວບຄຸມ​ດາວິດ ແລະ​ສະຖິດ​ຢູ່​ກັບ​ລາວ​ນັບ​ຕັ້ງແຕ່​ມື້​ນັ້ນ​ມາ ຊາມູເອນ​ກໍ​ກັບຄືນ​ເມືອ​ບ້ານເມືອງ​ຂອງ​ຕົນ​ທີ່​ຣາມາ.


ທັງສອງ​ໄດ້​ເຮັດ​ພັນທະສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ດາວິດ​ຍັງ​ອາໄສ​ຢູ່​ທີ່​ໂຮເຣັດ ສ່ວນ​ໂຢນາທານ​ນັ້ນ​ໄດ້​ຄືນ​ເມືອ​ເຮືອນ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka