Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:25 - ພຣະຄຳພີສັກສິ

25 ກະສັດ​ດາວິດ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ ແລະ​ໄລ່​ພວກ​ຟີລິດສະຕິນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ເກບາ​ຈົນເຖິງ​ເມືອງ​ເກເຊ.

Uka jalj uñjjattʼäta Copia luraña




2 ຊາມູເອນ 5:25
9 Jak'a apnaqawi uñst'ayäwi  

ຕໍ່ມາ ກະສັດ​ດາວິດ​ໄດ້​ໂຈມຕີ​ພວກ​ຟີລິດສະຕິນ​ອີກ. ເພິ່ນ​ໄດ້​ເອົາ​ຊະນະ​ພວກເຂົາ​ແລະ​ປົດປ່ອຍ​ເອົາ​ດິນແດນ​ທັງໝົດ​ໄດ້.


ກະສັດ​ດາວິດ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັ່ງ; ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໄລ່​ພວກ​ຟີລິດສະຕິນ​ໜີ​ຈາກ​ກີເບໂອນ​ໄປ​ຈົນ​ຮອດ​ເມືອງ​ເກເຊ.


ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ອາໂຣນ​ໄວ້​ນັ້ນ​ທຸກປະການ.


ພຣະເຈົ້າຢາເວ​ຈະ​ຕໍ່ສູ້ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ທີ່​ພູ​ເປຣາຊີມ ແລະ​ຢູ່​ໃນ​ຮ່ອມພູ​ກີເບໂອນ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ; ການ​ກະທຳ​ຂອງ​ພຣະອົງ​ເບິ່ງ​ແລ້ວ​ເປັນ​ການ​ແປກ​ປະຫລາດ​ແທ້ ພຣະອົງ​ຈະ​ເຮັດ​ພາລະກິດ​ຂອງ​ພຣະອົງ​ໃຫ້​ຄົບຖ້ວນ ຄື​ພາລະກິດ​ທີ່​ລຶກລັບ​ຂອງ​ພຣະອົງ.


ໃນ​ຄັ້ງ​ນັ້ນ ເຈົ້າ​ໂຮຣາມ​ກະສັດ​ແຫ່ງ​ເກເຊ​ໄດ້​ມາ​ຊ່ວຍ​ເມືອງ​ລາກິດ ແຕ່​ໂຢຊວຍ​ໄດ້​ຂ້າ​ລາວ​ແລະ​ທະຫານ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ.


ກະສັດ​ຂອງ​ເອກໂລນ, ກະສັດ​ຂອງ​ເກເຊ,


ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ພວກ​ການາອານ ທີ່​ຢູ່​ໃນ​ເມືອງ​ເກເຊ​ໃຫ້​ອອກ​ໄປ. ດ້ວຍເຫດນີ້ ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ຮ່ວມ​ກັບ​ພວກ​ເອຟຣາອິມ​ຈົນ​ເຖິງ​ທຸກ​ວັນ​ນີ້. ແຕ່​ພວກ​ເອຟຣາອິມ​ໄດ້​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ດັ່ງ​ທາດຮັບໃຊ້.


ເກຟາອຳໂມນີ, ໂອຟະນີ ແລະ​ເກບາ. ລວມ​ທັງໝົດ​ມີ 12 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຊີເຄມ​ແລະ​ທົ່ງຫຍ້າ​ທີ່​ຢູ່​ໃນ​ແຖບ​ເນີນພູ​ຂອງ​ເອຟຣາອິມ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ເກເຊ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka