23 ກະສັດດາວິດຈຶ່ງຖາມພຣະເຈົ້າຢາເວຕື່ມ ແລະພຣະອົງຕອບວ່າ, “ຢ່າໂຈມຕີພວກເຂົາໃນບ່ອນນີ້ ແຕ່ໃຫ້ອ້ອມໄປໂຈມຕີພວກເຂົາທາງດ້ານຫລັງຢູ່ໃກ້ກັບຕົ້ນມອນ.
ຫລັງຈາກນັ້ນແລ້ວ ດາວິດກໍຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນໄປຢຶດເອົາເມືອງໜຶ່ງໃນຢູດາຍຫລືບໍ່?” ພຣະເຈົ້າຢາເວຕອບເພິ່ນວ່າ, “ໄປຢຶດເອົາ.” ດາວິດຖາມວ່າ, “ເມືອງໃດ?” ພຣະອົງກ່າວວ່າ, “ເມືອງເຮັບໂຣນ.”
ກະສັດດາວິດຖາມພຣະເຈົ້າຢາເວວ່າ, “ໃຫ້ຂ້ານ້ອຍໄປໂຈມຕີພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ຂ້ານ້ອຍຮົບຊະນະພວກເຂົາຫລືບໍ່?” ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງໄປໂຈມຕີພວກເຂົາ ເຮົາຈະໃຫ້ເຈົ້າຮົບຊະນະ.”
ກະສັດດາວິດໄດ້ປຶກສາກັບພຣະເຈົ້າອີກ ແລະພຣະເຈົ້າໄດ້ຕອບເພິ່ນວ່າ, “ຢ່າເຂົ້າໂຈມຕີພວກເຂົາທາງດ້ານນີ້, ແຕ່ໃຫ້ອ້ອມໄປຕຽມໂຈມຕີພວກເຂົາດ້ານອື່ນ ຢູ່ໃກ້ກັບປ່າຕົ້ນໂພ.
ເຈົ້າຈົ່ງເຮັດຕໍ່ເມືອງອາອີແລະກະສັດຂອງເມືອງນີ້ ເໝືອນດັ່ງທີ່ເຈົ້າໄດ້ເຮັດຕໍ່ເມືອງເຢຣິໂກແລະກະສັດຂອງເມືອງນັ້ນ. ແຕ່ໃນຄັ້ງນີ້ ໃຫ້ພວກເຈົ້າເອົາສິ່ງຂອງ ແລະຝູງສັດມາເປັນຂອງພວກເຈົ້າໄດ້. ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ ໂດຍບໍ່ໃຫ້ພວກເຂົາຮູ້ຕົວ.”
ແລ້ວໃຫ້ພວກເຈົ້າອອກມາຈາກບ່ອນລີ້ ແລະເຂົ້າຢຶດຄອງຕົວເມືອງ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຍົກເມືອງນີ້ໃຫ້ພວກເຈົ້າ.
ແມ່ນແທ້ ຂ້ານ້ອຍໄດ້ຖາມພຣະເຈົ້າໃຫ້ລາວ ແລະຂ້ານ້ອຍເຮັດເຊັ່ນນັ້ນກໍບໍ່ແມ່ນເທື່ອທຳອິດ. ຂໍທ່ານຢ່າຫາວ່າ ຂ້ານ້ອຍຫລືຜູ້ໃດຜູ້ໜຶ່ງໃນຄອບຄົວຂອງຂ້ານ້ອຍກະບົດຕໍ່ທ່ານເລີຍ. ຂ້ານ້ອຍບໍ່ໄດ້ຮູ້ຫຍັງກ່ຽວກັບເລື່ອງນີ້.”
ສະນັ້ນ ລາວຈຶ່ງຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນຈະໄປໂຈມຕີພວກຟີລິດສະຕິນຫລືບໍ່?” ພຣະເຈົ້າຢາເວຕອບດາວິດວ່າ, “ຄວນໄປ ໂຈມຕີພວກເຂົາແລະຊ່ວຍເອົາເມືອງເກອີລາໄວ້.”