Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:22 - ພຣະຄຳພີສັກສິ

22 ແລ້ວ​ພວກ​ຟີລິດສະຕິນ​ກໍ​ກັບຄືນ​ມາ​ສູ່​ຮ່ອມພູ​ເຣຟາອິມ ແລະ​ຢຶດເອົາ​ບ່ອນ​ນັ້ນ​ໄວ້​ອີກ.

Uka jalj uñjjattʼäta Copia luraña




2 ຊາມູເອນ 5:22
7 Jak'a apnaqawi uñst'ayäwi  

ຕໍ່ມາ ເສິກ​ໄດ້​ເກີດຂຶ້ນ​ລະຫວ່າງ​ພວກ​ຟີລິດສະຕິນ​ແລະ​ພວກ​ອິດສະຣາເອນ. ຝ່າຍ​ກະສັດ​ດາວິດ​ພ້ອມ​ທະຫານ​ຂອງ​ເພິ່ນ​ກໍໄດ້​ອອກ​ໄປ​ສູ້ຮົບ​ພວກ​ຟີລິດສະຕິນ. ໃນ​ບັ້ນຮົບ​ຄັ້ງ​ໜຶ່ງ ກະສັດ​ດາວິດ​ເກີດ​ມີ​ຄວາມ​ອ່ອນເພຍ.


ພໍ​ໃກ້​ລະດູ​ເກັບກ່ຽວ ໄດ້​ມີ​ທະຫານ​ສາມ​ຄົນ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ ລົງ​ໄປ​ໃນ​ຖໍ້າ​ອາດຸນລຳ​ບ່ອນ​ທີ່​ກະສັດ​ດາວິດ​ອາໄສ​ຢູ່ ໃນ​ຂະນະທີ່​ກອງທັບ​ຂອງ​ພວກ​ຟີລິດສະຕິນ​ພວມ​ຕັ້ງ​ທີ່ໝັ້ນ​ຢູ່​ທີ່​ຮ່ອມພູ​ເຣຟາອິມ.


ຝ່າຍ​ພວກ​ຟີລິດສະຕິນ​ກໍໄດ້​ມາ​ຮອດ​ຮ່ອມພູ​ເຣຟາອິມ ແລະ​ຢຶດເອົາ​ບ່ອນ​ນີ້​ໄວ້.


ຫຼັງຈາກ​ນັ້ນ ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ໃຫ້​ທ່ານ​ກັບຄືນ​ເມືອ​ຮວບຮວມ​ເອົາ​ກຳລັງ​ຂອງທ່ານ ແລະ​ວາງແຜນ​ຢ່າງ​ລະມັດ​ລະວັງ ເພາະ​ກະສັດ​ຊີເຣຍ​ຈະ​ກັບຄືນ​ມາ​ໂຈມຕີ​ອີກ​ໃນ​ລະດູ​ໃບໄມ້ປົ່ງ​ໃນ​ປີ​ຕໍ່ໄປ.”


ຢູ່​ມາ​ບໍ່​ນານ ພວກ​ຟີລິດສະຕິນ​ກໍໄດ້​ກັບ​ມາ​ທີ່​ຮ່ອມພູ ແລະ​ເລີ່ມ​ປຸ້ນສະດົມ​ອີກ.


ຊາດ​ອິດສະຣາເອນ​ຈະ​ເປັນ​ດັ່ງ​ທົ່ງນາ​ທີ່​ຖືກ​ຄົນ​ເກັບກ່ຽວ​ເອົາ​ເຂົ້າ​ໄປ ຄື​ເປົ່າປ່ຽວ​ດັ່ງ​ທົ່ງນາ​ໃນ​ຮ່ອມພູ​ເຣຟາອິມ​ທີ່​ຖືກ​ເກັບກ່ຽວ​ເອົາ​ເຂົ້າ​ໄປ​ໝົດ.


ແລະ​ຜ່ານ​ຂຶ້ນ​ໄປ​ທາງ​ຮ່ອມພູ​ຮິນໂນມ​ທາງ​ເບື້ອງໃຕ້​ຂອງ​ເນີນພູ ບ່ອນ​ທີ່​ເຢຣູຊາເລັມ​ເມືອງ​ຂອງ​ຊາວ​ເຢບຸດ​ໄດ້​ຕັ້ງ​ຢູ່. ແລ້ວ​ຊາຍແດນ​ນີ້​ກໍ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ຍອດພູ ທາງທິດ​ຕາເວັນຕົກ​ຂອງ​ຮ່ອມພູ​ຮິນໂນມ ທີ່​ສົ້ນ​ເໜືອ​ສຸດ​ຂອງ​ຮ່ອມພູ​ເຣຟາອິມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka