Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:2 - ພຣະຄຳພີສັກສິ

2 ໃນ​ອະດີດ​ເມື່ອ​ກະສັດ​ໂຊນ​ຍັງ​ເປັນ​ກະສັດ​ຢູ່​ນັ້ນ ທ່ານ​ເອງ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ່​ສະໜາມຮົບ ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ທ່ານ​ວ່າ, ‘ທ່ານ​ຈະ​ເປັນ​ຜູ້ນຳ ແລະ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”’

Uka jalj uñjjattʼäta Copia luraña




2 ຊາມູເອນ 5:2
27 Jak'a apnaqawi uñst'ayäwi  

ແຕ່​ໂຢເຊັບ​ຖື​ໜ້າທະນູ​ໄວ້​ໃນ​ກຳມື​ຢ່າງ​ໝັ້ນແກ່ນ ແລະ​ແຂນ​ລາວ​ຈຶ່ງ​ໄດ້​ຮັບ​ຊ່ວຍ​ຊູ​ຂຶ້ນ​ໃຫ້​ແຂງແຮງ; ເປັນ​ເພາະ​ຣິດອຳນາດ​ຂອງ​ພຣະອົງ ຄື​ພຣະເຈົ້າ​ອົງ​ຊົງ​ນຳພາ​ຢາໂຄບ​ມາ​ຕະຫລອດ. ພຣະອົງ​ເປັນ​ທັງ​ຜູ້​ປົກປ້ອງ​ຄຸ້ມຄອງ​ຕະຫລອດ​ມາ ທັງ​ເປັນ​ພຣະຜູ້​ລ້ຽງ​ຊົນເຜົ່າ​ຊາດ​ອິດສະຣາເອນ​ດ້ວຍ.


ກະສັດ​ດາວິດ​ຕອບ​ວ່າ, “ຂ້ອຍ​ໄດ້​ຟ້ອນ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເລືອກ​ເອົາ​ຂ້ອຍ​ໃຫ້​ເປັນ​ຜູ້ນຳ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະເຈົ້າຢາເວ ແທນທີ່​ຈະ​ແມ່ນ​ພໍ່​ຂອງ​ເຈົ້າ​ແລະ​ຄອບຄົວ​ຂອງ​ເພິ່ນ. ຂ້ອຍ​ຍັງ​ຈະ​ຟ້ອນ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢ່າງ​ນີ້​ຕໍ່ໄປ


ຕະຫລອດ​ເວລາ​ທີ່​ເຮົາ​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ​ນັ້ນ ເຮົາ​ບໍ່ໄດ້​ຖາມ​ພວກ​ຜູ້ປົກຄອງ ຄົນໃດ​ຄົນໜຶ່ງ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ນັ້ນ​ວ່າ ເຫດໃດ​ພວກເຂົາ​ຈຶ່ງ​ບໍ່​ສ້າງ​ພຣະວິຫານ​ດ້ວຍ​ໄມ້ແປກ​ໃຫ້​ເຮົາ​ຢູ່.’


ດັ່ງນັ້ນ ຈົ່ງ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ບອກ​ລາວ​ວ່າ, ເຈົ້າ​ເປັນ​ຄົນ​ລ້ຽງແກະ​ຕາມ​ທົ່ງນາ ແລະ​ເຮົາ​ໄດ້​ເອົາ​ເຈົ້າ​ມາ​ເປັນ​ຜູ້ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ.


“ຈົ່ງ​ກັບຄືນ​ໄປ​ຫາ​ກະສັດ​ເຮເຊກີຢາ ຜູ້ປົກຄອງ​ປະຊາຊົນ​ຂອງ​ເຮົາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້ບອກ​ດັ່ງນີ້​ວ່າ, ‘ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ແລະ​ເຫັນ​ນໍ້າຕາ​ຂອງ​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ຫາຍ​ປ່ວຍ ແລະ​ໃນ​ວັນ​ທີ​ສາມ ເຈົ້າ​ຕ້ອງ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ໃນ​ອະດີດ​ທີ່​ຜ່ານ​ມາ ເຖິງ​ແມ່ນ​ໂຊນ​ຍັງ​ເປັນ​ກະສັດ​ຢູ່ ເພິ່ນ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ້ຮົບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ສັນຍາ​ກັບ​ເພິ່ນ​ໃຫ້​ນຳພາ​ປະຊາຊົນ​ຂອງ​ພຣະອົງ ແລະ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ.”


ສະນັ້ນ ໂຜດ​ປະທານ​ສະຕິປັນຍາ​ແລະ​ຄວາມຮູ້​ທີ່​ຈຳເປັນ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ຈະ​ປົກຄອງ​ພວກເຂົາ​ໄດ້ ບໍ່​ດັ່ງນັ້ນ​ແລ້ວ ຂ້ານ້ອຍ​ຈະ​ປົກຄອງ​ປະຊາຊົນ​ອັນ​ຫລວງຫລາຍ​ຂອງ​ພຣະອົງ​ໄດ້​ຢ່າງໃດ?”


ພຣະອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ ພຣະອົງ​ຈະ​ເຕົ້າໂຮມ​ລູກແກະ​ທຸກ​ໂຕ​ໄວ້ ແລະ​ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະອົງ ຈະ​ນຳ​ລູກແກະ ແມ່ແກະ​ເຫຼົ່ານັ້ນ​ຢ່າງ​ອ່ອນໂຍນ.


ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.


ເຮົາ​ຈະ​ມອບ​ກະສັດ​ຜູ້ໜຶ່ງ​ໃຫ້​ພວກເຂົາ ຄື​ດາວິດ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ເປັນ​ຜູ້ລ້ຽງ​ແຕ່ຜູ້ດຽວ​ຂອງ​ພວກເຂົາ ແລະ​ລາວ​ຈະ​ເປັນ​ຜູ້ລ້ຽງ​ຂອງ​ພວກເຂົາ.


ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ


ແລະ​ສາມາດ​ບັນຊາ​ພວກເຂົາ​ເຂົ້າ​ສູ້ຮົບ​ໄດ້ ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ເປັນ​ດັ່ງ​ຝູງແກະ​ທີ່​ຂາດ​ຜູ້​ລ້ຽງ.”


‘ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ກໍ​ບໍ່ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ​ຢູດາຍ ເພາະ​ຜູ້ນຳ​ຄົນ​ໜຶ່ງ​ຈະ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ມາ​ປົກຄອງ​ປະຊາຊົນ​ຂອງເຮົາ ຄື ຊາວ​ອິດສະຣາເອນ.”’


ເຮົາ​ນີ້​ແຫຼະ ເປັນ​ຜູ້​ລ້ຽງແກະ​ທີ່​ດີ ຜູ້​ລ້ຽງ​ທີ່​ດີ​ຍ່ອມ​ສະຫລະ​ຊີວິດ​ຂອງຕົນ​ເພື່ອ​ຝູງແກະ.


ດ້ວຍວ່າ, ໃນ​ການ​ທີ່​ພຣະເຈົ້າ​ຈະ​ຊົງ​ພາ​ບຸດ​ຫລວງຫລາຍ​ໄປ​ສູ່​ສະຫງ່າຣາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ຢູ່​ແລ້ວ ທີ່​ພຣະເຈົ້າ ຜູ້​ຊຶ່ງ​ທຸກສິ່ງ​ດຳລົງ​ຢູ່​ໂດຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຈະ​ຊົງ​ໃຫ້​ຜູ້ນຳ​ທາງ​ຄວາມ​ລອດພົ້ນ​ໃຫ້​ເຂົາ​ເຫຼົ່ານັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ໂດຍ​ການ​ທົນທຸກ​ທໍລະມານ.


ແຕ່​ບັດນີ້ ການປົກຄອງ​ຂອງ​ເຈົ້າ​ຈະ​ບໍ່​ຍືນຍົງ​ຕໍ່ໄປ ເພາະ​ເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ຈະ​ຊອກ​ຫາ​ຊາຍ​ຄົນ​ໜຶ່ງ​ຕາມ​ທີ່​ພຣະອົງ​ປະສົງ ແລະ​ພຣະເຈົ້າຢາເວ​ຈະ​ແຕ່ງຕັ້ງ​ລາວ ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ດາວິດ​ໜີ ໂດຍ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ບັນຊາການ​ທະຫານ​ໜຶ່ງພັນ​ຄົນ. ດາວິດ​ໄດ້​ນຳ​ໜ້າ​ທະຫານ​ຂອງຕົນ​ອອກ​ໄປ​ສູ່​ສະໜາມຮົບ.


ແຕ່​ທຸກໆຄົນ​ໃນ​ຊາດ​ອິດສະຣາເອນ ແລະ​ຢູດາ​ຕ່າງ​ກໍ​ຮັກ​ດາວິດ ເພາະ​ລາວ​ເປັນ​ຜູ້ນຳ​ທີ່​ເຮັດ​ສຳເລັດ​ໜ້າທີ່​ທຸກຢ່າງ.


ດາວິດ​ໄດ້​ອອກ​ໄປ​ເຮັດ​ວຽກ​ດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ແລະ​ສຳເລັດ​ໜ້າທີ່​ທຸກຢ່າງ ຕາມ​ທີ່​ກະສັດ​ໂຊນ​ໄດ້​ສັ່ງ. ດັ່ງນັ້ນ ເພິ່ນ​ຈຶ່ງ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ເພິ່ນ. ເລື່ອງ​ນີ້​ໄດ້​ສ້າງ​ຄວາມ​ພໍໃຈ​ແກ່​ບັນດາ​ນາຍ​ທະຫານ ແລະ​ພົນທະຫານ​ທຸກຄົນ​ຂອງ​ໂຊນ.


ຂໍໂຜດ​ກະລຸນາ​ຍົກໂທດ​ໃນ​ສິ່ງໃດໆ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ຜິດ​ໄປ​ນັ້ນ​ສາ. ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ເປັນ​ກະສັດ​ຕະຫລອດ​ທັງ​ເຊື້ອສາຍ​ຂອງທ່ານ​ດ້ວຍ ເພາະ​ທ່ານ​ກຳລັງ​ສູ້ຮົບ​ເພື່ອ​ພຣະເຈົ້າຢາເວ. ທ່ານ​ຄົງ​ບໍ່​ເຮັດ​ການຊົ່ວ ຢ່າງ​ໃດ​ເລີຍ ຕາບໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່.


ໃນ​ເມື່ອ​ພຣະເຈົ້າຢາເວ​ຈະ​ກະທຳ​ສິ່ງ​ທີ່​ດີ​ທຸກຢ່າງ​ແກ່​ທ່ານ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ແລະ​ທັງ​ຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ


“ມື້ອື່ນ ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ສົ່ງ​ຄົນ​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ​ມາ​ຫາ​ເຈົ້າ; ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ​ໃຫ້​ເປັນ​ກະສັດ ເພື່ອ​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ; ແລະ​ລາວ​ຈະ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ. ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ ແລະ​ໄດ້ຍິນ​ສຽງ​ຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ​ຂອງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka