Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:18 - ພຣະຄຳພີສັກສິ

18 ຝ່າຍ​ພວກ​ຟີລິດສະຕິນ​ກໍໄດ້​ມາ​ຮອດ​ຮ່ອມພູ​ເຣຟາອິມ ແລະ​ຢຶດເອົາ​ບ່ອນ​ນີ້​ໄວ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 5:18
8 Jak'a apnaqawi uñst'ayäwi  

ໃນ​ປີ​ທີ​ສິບສີ່ ເຄໂດລາໂອເມ​ພ້ອມ​ທັງ​ພັນທະມິດ​ໄດ້​ຍົກທັບ​ມາ​ປາບ ພວກ​ເຣຟາອີມ​ແຫ່ງ​ນະຄອນ​ອັດຊະຕາໂຣດ-ການາອີມ, ພວກ​ຊູຊິມ​ແຫ່ງ​ນະຄອນ​ຮາມ, ພວກ​ເອມິມ​ທີ່​ທົ່ງນາ​ຂອງ​ນະຄອນ​ກີຣິອາດທາອິມ,


ພໍ​ໃກ້​ລະດູ​ເກັບກ່ຽວ ໄດ້​ມີ​ທະຫານ​ສາມ​ຄົນ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ ລົງ​ໄປ​ໃນ​ຖໍ້າ​ອາດຸນລຳ​ບ່ອນ​ທີ່​ກະສັດ​ດາວິດ​ອາໄສ​ຢູ່ ໃນ​ຂະນະທີ່​ກອງທັບ​ຂອງ​ພວກ​ຟີລິດສະຕິນ​ພວມ​ຕັ້ງ​ທີ່ໝັ້ນ​ຢູ່​ທີ່​ຮ່ອມພູ​ເຣຟາອິມ.


ແລ້ວ​ພວກ​ຟີລິດສະຕິນ​ກໍ​ກັບຄືນ​ມາ​ສູ່​ຮ່ອມພູ​ເຣຟາອິມ ແລະ​ຢຶດເອົາ​ບ່ອນ​ນັ້ນ​ໄວ້​ອີກ.


ມື້​ໜຶ່ງ ມີ​ສາມ​ຄົນ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ ໄດ້​ໄປ​ທີ່​ໂງ່ນຫີນ​ແຫ່ງ​ໜຶ່ງ​ໃກ້​ກັບ​ຖໍ້າ​ອາດຸນລຳ​ບ່ອນ​ທີ່​ກະສັດ​ດາວິດ​ຢູ່ ຂະນະທີ່​ພວກ​ຟີລິດສະຕິນ​ກຸ່ມ​ໜຶ່ງ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ຮ່ອມພູ​ເຣຟາອິມ.


ຊາດ​ອິດສະຣາເອນ​ຈະ​ເປັນ​ດັ່ງ​ທົ່ງນາ​ທີ່​ຖືກ​ຄົນ​ເກັບກ່ຽວ​ເອົາ​ເຂົ້າ​ໄປ ຄື​ເປົ່າປ່ຽວ​ດັ່ງ​ທົ່ງນາ​ໃນ​ຮ່ອມພູ​ເຣຟາອິມ​ທີ່​ຖືກ​ເກັບກ່ຽວ​ເອົາ​ເຂົ້າ​ໄປ​ໝົດ.


ແລະ​ຜ່ານ​ຂຶ້ນ​ໄປ​ທາງ​ຮ່ອມພູ​ຮິນໂນມ​ທາງ​ເບື້ອງໃຕ້​ຂອງ​ເນີນພູ ບ່ອນ​ທີ່​ເຢຣູຊາເລັມ​ເມືອງ​ຂອງ​ຊາວ​ເຢບຸດ​ໄດ້​ຕັ້ງ​ຢູ່. ແລ້ວ​ຊາຍແດນ​ນີ້​ກໍ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ຍອດພູ ທາງທິດ​ຕາເວັນຕົກ​ຂອງ​ຮ່ອມພູ​ຮິນໂນມ ທີ່​ສົ້ນ​ເໜືອ​ສຸດ​ຂອງ​ຮ່ອມພູ​ເຣຟາອິມ.


ໂຢຊວຍ​ຈຶ່ງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄົນ​ຫລາຍ ແລະ​ເຂດ​ເນີນພູ​ເອຟຣາອິມ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຈົ້າ​ແລ້ວ ໃຫ້​ພວກເຈົ້າ​ອອກ​ໄປ​ຖາງ​ເອົາ​ປ່າ ທາງ​ດິນແດນ​ຂອງ​ຊາວ​ເປຣີຊີ​ແລະ​ຊາວ​ເຣຟາອິມ.”


ແລ້ວ​ຊາຍແດນ​ນີ້​ກໍໄດ້​ລົງ​ໄປ ຈົນເຖິງ​ຕີນ​ພູ​ບ່ອນ​ທີ່​ຫລຽວ​ເຫັນ​ພູ​ຮິນໂນມ ທາງ​ເໜືອສຸດ​ຂອງ​ຮ່ອມພູ​ເຣຟາອິມ. ແລ້ວ​ຊາຍແດນ​ນີ້​ກໍໄດ້​ເລີຍ​ໄປ​ທາງໃຕ້​ຜ່ານ​ຮ່ອມພູ​ຮິນໂນມ ທາງໃຕ້​ສັນ​ພູ​ຂອງ​ຊາວ​ເຢບຸດ​ໄປ​ທາງ​ເອນໂຣເກນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka