Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:13 - ພຣະຄຳພີສັກສິ

13 ເມື່ອ​ກະສັດ​ດາວິດ​ຍ້າຍ​ຈາກ​ເມືອງ​ເຮັບໂຣນ​ມາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ມີ​ເມຍນ້ອຍ​ຕື່ມ​ອີກ​ຫລາຍ​ຄົນ ແລະ​ມີ​ລູກຊາຍ​ກັບ​ລູກສາວ​ຫລາຍ​ຄົນ​ຕື່ມ​ອີກ.

Uka jalj uñjjattʼäta Copia luraña




2 ຊາມູເອນ 5:13
11 Jak'a apnaqawi uñst'ayäwi  

ຊາຍ​ຮັ່ງມີ​ນັ້ນ​ມີ​ງົວ​ແລະ​ແກະ​ຫລາຍ​ໂຕ


ກະສັດ​ດາວິດ​ຈຶ່ງ​ຮັບ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ທັງ​ໃຫ້​ອານາຈັກ​ຂອງຕົນ​ຮັ່ງມີ​ແລະ​ຮຸ່ງເຮືອງ​ຂຶ້ນ ເພື່ອ​ເຫັນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ກະສັດ​ໂຊໂລໂມນ​ມີ​ເມຍ​ທີ່​ເປັນ​ເຈົ້າຍິງ​ເຈັດຮ້ອຍ​ຄົນ ແລະ​ຍັງ​ມີ​ເມຍນ້ອຍ​ສາມຮ້ອຍ​ຄົນ. ພວກ​ຍິງ​ເຫຼົ່ານີ້​ໄດ້​ເຮັດ​ໃຫ້​ເພິ່ນ​ຫັນໜີ​ຈາກ​ພຣະເຈົ້າ


ຕໍ່ໄປນີ້​ແມ່ນ​ລູກຊາຍ​ຂອງ​ກະສັດ​ດາວິດ​ຕາມ​ລຳດັບ​ອາຍຸ ເກີດ​ໃນ​ເວລາ​ທີ່​ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຮັບໂຣນ ມີ​ດັ່ງນີ້: ອຳໂນນ ມີ​ແມ່​ຊື່​ນາງ​ອາຮີໂນອາມ ຊາວ​ຢິດຊະເຣນ ດານີເອນ ມີ​ແມ່​ຊື່​ນາງ​ອາບີກາຍ ຊາວ​ກາເມນ


ນອກຈາກ​ລູກ​ທັງໝົດ​ເຫຼົ່ານີ້​ແລ້ວ ເພິ່ນ​ຍັງ​ມີ​ລູກຊາຍ​ຫລາຍ​ຄົນ​ທີ່​ໄດ້​ເກີດ​ຈາກ​ບັນດາ​ເມຍນ້ອຍ. ເພິ່ນ​ໄດ້​ມີ​ລູກສາວ​ຜູ້ໜຶ່ງ​ອີກ​ຊື່​ວ່າ ຕາມາ.


ສ່ວນ​ອາບີຢາ​ນັ້ນ​ຍິ່ງ​ມີ​ອຳນາດ​ຫລາຍ​ຂຶ້ນ. ເພິ່ນ​ມີ​ເມຍ​ສິບສີ່​ຄົນ ແລະ​ມີ​ລູກຊາຍ​ຊາວສອງ​ຄົນ​ແລະ​ມີ​ລູກສາວ​ສິບຫົກ​ຄົນ.


ກະສັດ​ບໍ່​ຕ້ອງ​ມີ​ເມຍ​ຫລາຍ​ຄົນ ເພາະ​ການ​ມີ​ເມຍ​ຫລາຍ​ຄົນ​ນັ້ນ ເຮັດ​ໃຫ້​ໃຈ​ຫ່າງ​ເຫີນ​ໄປ ແລະ​ກະສັດ​ຈະ​ຕ້ອງ​ບໍ່​ເປັນ​ຄົນ​ຮັກ​ເງິນ​ແລະ​ຄຳ​ຫລາຍ.


ດາວິດ​ຍັງ​ໄດ້​ແຕ່ງງານ​ກັບ​ນາງ​ອາຮີໂນອາມ​ຊາວ​ຢິດຊະເຣນ ແລະ​ບັດນີ້​ເພິ່ນ​ຍັງ​ເອົາ​ນາງ​ອາບີກາຍ​ມາ​ເປັນ​ເມຍ​ຂອງ​ເພິ່ນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka