2 ຊາມູເອນ 5:12 - ພຣະຄຳພີສັກສິ12 ກະສັດດາວິດຈຶ່ງຮັບຮູ້ວ່າ ພຣະເຈົ້າຢາເວໄດ້ແຕ່ງຕັ້ງເພິ່ນໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະທັງໃຫ້ອານາຈັກຂອງຕົນຮັ່ງມີແລະຮຸ່ງເຮືອງຂຶ້ນ ເພື່ອເຫັນແກ່ປະຊາຊົນຂອງພຣະອົງ. Uka jalj uñjjattʼäta |
ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງໄດ້ສຳແດງໃຫ້ເຫັນວ່າພຣະອົງພໍໃຈນຳທ່ານຫລາຍທີ່ສຸດ ຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ. ເພາະຄວາມຮັກຂອງພຣະເຈົ້າຢາເວສຳລັບຊາດອິດສະຣາເອນມີຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດຂອງພວກເຂົາ ເພື່ອທ່ານຈະຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.”