Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:11 - ພຣະຄຳພີສັກສິ

11 ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ຫາ​ກະສັດ​ດາວິດ ພ້ອມ​ທັງ​ສົ່ງ​ໄມ້ແປກ, ຊ່າງ​ໄມ້, ຊ່າງ​ກໍ່​ເພື່ອ​ສ້າງ​ວັງ​ຂອງ​ກະສັດ​ດາວິດ.

Uka jalj uñjjattʼäta Copia luraña




2 ຊາມູເອນ 5:11
15 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຈຶ່ງ​ຮັບ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ທັງ​ໃຫ້​ອານາຈັກ​ຂອງຕົນ​ຮັ່ງມີ​ແລະ​ຮຸ່ງເຮືອງ​ຂຶ້ນ ເພື່ອ​ເຫັນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ກະສັດ​ດາວິດ​ໄດ້​ຄອງ​ອຳນາດ​ຢ່າງ​ໝັ້ນຄົງ​ຢູ່​ໃນ​ວັງ​ຂອງ​ເພິ່ນ ແລະ​ພຣະເຈົ້າຢາເວ​ກໍ​ຄຸ້ມຄອງ​ເພິ່ນ​ໃຫ້​ພົ້ນ​ໂພຍໄພ​ຈາກ​ເຫຼົ່າ​ສັດຕູ​ທັງປວງ.


ແລ້ວ​ກະສັດ​ກໍໄດ້​ເວົ້າ​ກັບ​ຜູ້ທຳນວາຍ​ນາທານ​ວ່າ, “ເບິ່ງດູ ເຮົາ​ເອງ​ຢູ່​ໃນ​ເຮືອນ​ທີ່​ສ້າງ​ດ້ວຍ​ໄມ້ແປກ, ແຕ່​ຫີບ​ຂອງ​ພຣະເຈົ້າ​ພັດ​ຢູ່​ໃນ​ຫໍເຕັນ.”


ກະສັດ​ໂຊໂລໂມນ​ຍັງ​ມີ​ຄົນ​ຂົນ​ຫີນ​ເຈັດສິບພັນ​ຄົນ ແລະ​ຄົນ​ຕັດ​ຫີນ​ຢູ່​ແຖບ​ເນີນພູ​ແປດສິບພັນ​ຄົນ;


ຄົນງານ​ຂອງ​ກະສັດ​ໂຊໂລໂມນ ແລະ​ຄົນງານ​ຂອງ​ກະສັດ​ຮີຣາມ ພ້ອມ​ທັງ​ຄົນ​ທີ່​ມາ​ຈາກ​ເມືອງ​ບິບໂລ ໄດ້​ຈັດຕຽມ​ກ້ອນຫີນ​ແລະ​ໄມ້​ເພື່ອ​ສ້າງ​ວິຫານ.


ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ພົບ​ກະສັດ​ດາວິດ. ເພິ່ນ​ໄດ້​ຈັດ​ຫາ​ໄມ້​ສົນສີດາ ແລະ​ຊ່າງ​ກໍ່ ຊ່າງ​ໄມ້​ມາ​ເພື່ອ​ສ້າງ​ວັງ​ໃຫ້​ກະສັດ​ດາວິດ.


ຕໍ່ມາ ປະຊາຊົນ​ກໍ​ຈ່າຍ​ເງິນ​ໃຫ້​ຊ່າງ​ຕັດ​ຫີນ ແລະ​ຊ່າງ​ໄມ້; ແລະ​ໄດ້​ເອົາ​ອາຫານ, ເຄື່ອງດື່ມ ແລະ​ນໍ້າມັນ​ໝາກກອກເທດ ສົ່ງ​ໄປ​ທີ່​ເມືອງ​ຕີເຣ ແລະ ຊີໂດນ ເພື່ອ​ແລກປ່ຽນ​ກັບ​ໄມ້ແປກ​ຈາກ​ເລບານອນ ຊຶ່ງ​ໄມ້​ເຫຼົ່ານີ້​ໄດ້​ຖືກ​ນຳ​ມາ​ທາງ​ທະເລ​ຈາກ​ເມືອງ​ຢົບປາ. ທຸກສິ່ງ​ທີ່​ໄດ້​ລົງມື​ເຮັດ​ນັ້ນ​ແມ່ນ​ໄດ້​ຮັບ​ອະນຸຍາດ​ຈາກ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊ່ວຍ​ເອົາ​ຂ້ານ້ອຍ​ໄວ້ ພຣະອົງ​ໄດ້​ຮັກສາ​ຂ້ານ້ອຍ​ໄວ້​ຈາກ​ເຫຼົ່າ​ສັດຕູ ໂດຍ​ບໍ່​ໃຫ້​ພວກເຂົາ​ສົມນໍ້າໜ້າ​ຂ້ານ້ອຍ​ໄດ້.


“ມະນຸດ​ເອີຍ ນີ້​ແມ່ນ​ສິ່ງ​ທີ່​ປະຊາຊົນ​ໃນ​ເມືອງ​ຕີເຣ​ກຳລັງ​ໂຮຮ້ອງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, ‘ນະຄອນ​ເຢຣູຊາເລັມ​ພັງ​ທະລາຍ​ແລ້ວ ອຳນາດ​ຂອງ​ນະຄອນ​ເຢຣູຊາເລັມ​ສິ້ນສຸດ​ລົງ​ແລ້ວ ຄູ່ແຂ່ງ​ຂອງ​ພວກເຮົາ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ.’


ແລ້ວ​ຊາຍແດນ​ນີ້​ກໍໄດ້​ລ້ຽວ​ໄປ​ທາງ​ຣາມາ ໂດຍ​ໄປ​ຈຸ​ກັບ​ຕີເຣ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ; ແລ້ວ​ລ້ຽວ​ໄປ​ທາງ​ໂຮສາ​ແລະ​ໄປ​ສຸດ​ທີ່​ທະເລ​ເມດີແຕຣາເນ. ດິນແດນ​ນີ້​ຍັງ​ໄດ້​ຮວມ​ເອົາ​ທັງ​ມາຮາລາບ, ອັກຊິບ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka