Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 5:10 - ພຣະຄຳພີສັກສິ

10 ເພິ່ນ​ມີ​ອຳນາດ​ເຂັ້ມແຂງ​ຂຶ້ນ​ຕະຫລອດ​ມາ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ສະຖິດ​ຢູ່​ກັບ​ເພິ່ນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 5:10
19 Jak'a apnaqawi uñst'ayäwi  

ໃນ​ຄາວ​ນັ້ນ ເຈົ້າ​ອາບີເມເຫຼັກ ແລະ​ຟິໂກນ​ແມ່​ທັບ​ຂອງ​ເພິ່ນ​ໄດ້​ມາ​ຫາ​ອັບຣາຮາມ ແລະ​ເວົ້າ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍຕາມ.


ການ​ຕໍ່ສູ້​ກັນ​ລະຫວ່າງ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ໂຊນ ແລະ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ດາວິດ ໄດ້​ດຳເນີນ​ໄປ​ເປັນ​ເວລາ​ນານ. ໃນ​ຂະນະທີ່​ກະສັດ​ດາວິດ​ເຂັ້ມແຂງ​ຂຶ້ນ​ນັ້ນ ຝ່າຍ​ຄູ່ແຂ່ງ​ຂອງ​ເພິ່ນ​ກໍ​ອ່ອນ​ກຳລັງ​ລົງ.


ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ໄດ້​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ພ່າຍແພ້​ໃນ​ຂະນະທີ່​ເຈົ້າ​ບຸກໜ້າ​ເຂົ້າ​ໄປ. ເຮົາ​ຈະ​ສ້າງ​ເຈົ້າ​ໃຫ້​ເປັນ​ຜູ້​ມີ​ຊື່ສຽງ ດັ່ງ​ບັນດາ​ຜູ້ນຳ​ຄົນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ.


ເພິ່ນ​ໄດ້​ຕັ້ງ​ຄ້າຍ​ທະຫານ​ຕ່າງໆ ໄວ້​ຢູ່​ທົ່ວ​ເຂດແດນ​ຂອງ​ເອໂດມ ແລະ​ປະຊາຊົນ​ຕາມ​ບ່ອນ​ເຫຼົ່ານີ້​ກໍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.


ແລ້ວ​ເພິ່ນ​ກໍໄດ້​ຕັ້ງ​ຄ້າຍ​ທະຫານ​ໄວ້​ໃນ ດິນແດນ​ຂອງ​ພວກເຂົາ. ຊາວ​ຊີເຣຍ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ. ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.


ຂໍ​ໃຫ້​ຄົນ​ຊອບທຳ​ນັ້ນ​ມີ​ຄວາມ​ອົດທົນ​ດົນນານ ຂໍ​ໃຫ້​ຜູ້​ທີ່​ມື​ສະອາດ​ດີ ມີ​ໃຈ​ເຂັ້ມແຂງ​ເຖິງ​ສອງເທົ່າ.


ແມ່ນ​ໃຜ​ທີ່​ເປັນ​ກະສັດ​ອົງ​ຊົງ​ສະຫງ່າຣາສີ? ກະສັດ​ອົງ​ຊົງ​ສະຫງ່າຣາສີ​ຄື​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ທາງ​ຂອງ​ຄົນ​ຊອບທຳ​ເດີນ​ໄປ​ນັ້ນ​ເປັນ​ດັ່ງ​ຕາເວັນ​ຂຶ້ນ​ໃນ​ຍາມ​ເຊົ້າ ໂດຍ​ສ່ອງແສງ​ເຫລື້ອມໃສ​ຂຶ້ນ​ໄປ​ຈົນກວ່າ​ກາງເວັນ​ມາຮອດ.


ພຣະ​ຣາຊອຳນາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ສະເໝີ​ ພຣະ​ຣາຊອານາຈັກ​ຈະ​ມີ​ສັນຕິສຸກ​ໄປ​ເລື້ອຍໆ. ພຣະອົງ​ຈະ​ຂຶ້ນ​ປົກຄອງ​ສືບຕໍ່​ດາວິດ​ຜູ້​ເປັນ​ກະສັດ ທີ່​ອຳນາດ​ຫລັກ​ຄື​ຄວາມ​ຍຸດຕິທຳ​ແລະ​ຖືກຕ້ອງ ເລີ່ມ​ຕັ້ງແຕ່​ບັດນີ້​ຈົນເຖິງ​ເທົ່າ​ອະວະສານ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ທຸກສິ່ງ​ນີ້.


ແຕ່​ບັດນີ້ ເຊຣຸບບາເບນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ພຣະເຈົ້າຢາເວ​ກ່າວ​ວ່າ, ຈົ່ງ​ເຂັ້ມແຂງ​ເຖີດ, ປະຊາຊົນ​ທັງໝົດ​ຂອງ​ດິນແດນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ. ຈົ່ງ​ເຮັດ​ວຽກ​ຕໍ່ໄປ​ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ພຣະເຢຊູເຈົ້າ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ ໃນ​ດ້ານ​ສະຕິປັນຍາ ແລະ​ໃນ​ດ້ານ​ຮ່າງກາຍ ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະເຈົ້າ​ແລະ​ຕໍ່​ມະນຸດ​ດ້ວຍ.


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ກະສັດ​ໂຊນ​ເກີດ​ຢ້ານກົວ​ດາວິດ​ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ, ແຕ່​ພຣະອົງ​ໄດ້​ປະຖິ້ມ​ເພິ່ນ​ແລ້ວ.


ລາວ​ໄດ້​ປະຕິບັດ​ສຳເລັດ​ໜ້າທີ່​ທຸກຢ່າງ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.


ດາວິດ​ໄດ້​ອອກ​ໄປ​ເຮັດ​ວຽກ​ດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ແລະ​ສຳເລັດ​ໜ້າທີ່​ທຸກຢ່າງ ຕາມ​ທີ່​ກະສັດ​ໂຊນ​ໄດ້​ສັ່ງ. ດັ່ງນັ້ນ ເພິ່ນ​ຈຶ່ງ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ເພິ່ນ. ເລື່ອງ​ນີ້​ໄດ້​ສ້າງ​ຄວາມ​ພໍໃຈ​ແກ່​ບັນດາ​ນາຍ​ທະຫານ ແລະ​ພົນທະຫານ​ທຸກຄົນ​ຂອງ​ໂຊນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka