Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 4:9 - ພຣະຄຳພີສັກສິ

9 ແຕ່​ກະສັດ​ດາວິດ​ຕອບ​ລູກຊາຍ​ຂອງ​ຣິມໂມນ​ໄທ​ເມືອງ​ເບເອໂຣດ ຄື​ເຣກາບ​ແລະ​ບາອານາ​ອ້າຍ​ຂອງ​ລາວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ຊົງ​ໄຖ່​ຊີວິດ​ຂອງເຮົາ​ໃຫ້​ພົ້ນ​ອັນຕະລາຍ​ນາໆ​ປະການ

Uka jalj uñjjattʼäta Copia luraña




2 ຊາມູເອນ 4:9
14 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ເທວະດາ​ຕົນ​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ດ້ວຍ ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ​ທັງ​ອີຊາກ​ແລະ​ອັບຣາຮາມ ດຳລົງ​ຄົງ​ຢູ່​ນຳ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ໃຫ້​ພວກເຂົາ​ຈົ່ງ​ມີ​ລູກຫລານ​ຢ່າງ​ຫຼວງຫລາຍ ທັງ​ມີ​ເຊື້ອສາຍ​ມາກມາຍ​ຫລາຍ​ລົ້ນ ແດ່ທ້ອນ.”


ອີຊະໂບເຊັດ​ມີ​ຂ້າຣາຊການ​ສອງ​ຄົນ​ທີ່​ເປັນ​ຫົວໜ້າ​ກອງປຸ້ນ​ຄື: ບາອານາ​ແລະ​ເຣກາບ, ທັງສອງ​ນີ້​ເປັນ​ລູກຊາຍ​ຂອງ​ຣິມໂມນ ໄທ​ເມືອງ​ເບເອໂຣດ​ໃນ​ເຜົ່າ​ເບັນຢາມິນ. (ເບເອໂຣດ​ຖືກ​ນັບ​ເຂົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຜົ່າ​ເບັນຢາມິນ.


ແລ້ວ​ກະສັດ​ໄດ້ສາບານ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ຄື​ອົງ​ທີ່​ໄດ້​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ຕ່າງໆ​ນາໆ


ພຣະອົງ​ຮັກສາ​ຂ້ານ້ອຍ​ໄວ້​ຈາກ​ຂຸມຝັງສົບ ທັງ​ອວຍພອນ​ດ້ວຍ​ຄວາມຮັກ​ແລະ​ຄວາມ​ເມດຕາ.


ພຣະອົງ​ໄດ້​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ກຽດຊັງ​ພວກເພິ່ນ ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເພິ່ນ​ຈາກ​ເຫຼົ່າ​ສັດຕູ​ດ້ວຍ.


ບັນດາ​ຄົນ​ທີ່​ພຣະອົງ​ຊົງໄຖ່​ໃຫ້​ພົ້ນໄພ​ເອີຍ ຈົ່ງ​ທ່ອງຈຳ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ນີ້​ເຖີດ. ຜູ້​ທີ່​ພຣະອົງ​ໄດ້ໄຖ່​ອອກ​ຈາກ​ເງື້ອມມື​ຂອງ​ສັດຕູ


ຄົນ​ຊອບທຳ​ຮ້ອງຫາ, ພຣະເຈົ້າຢາເວ​ກໍ​ຊົງ​ຮັບ​ຟັງ​ພວກເຂົາ ແລະ​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ຈະ​ຊົງໄຖ່​ເອົາ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ບໍ່ມີ​ຜູ້ໃດ​ທີ່​ມາ​ຂໍ​ໃຫ້​ພຣະອົງ​ຄຸ້ມຄອງ​ຈະ​ໄດ້​ຮັບ​ໂທດ.


ຂໍ​ຊົງ​ໂຜດ​ມາ​ຫາ​ດ້ວຍ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ​ແດ່ ໂຜດ​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ຂອງ​ຂ້ານ້ອຍ​ດ້ວຍ.


ຂ້ານ້ອຍ​ຈະ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ໃນ​ຂະນະທີ່​ດີດ​ກິດຕາ​ຖວາຍ​ແດ່​ພຣະອົງ​ນັ້ນ ຂ້ານ້ອຍ​ຈະ​ຮ້ອງເພງ​ດ້ວຍ​ສຸດຈິດ​ສຸດໃຈ ເພາະ​ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ໄດ້​ພົ້ນ.


ເໝືອນກັນ​ກັບ​ທີ່​ຂ້ານ້ອຍ​ໄດ້​ໄວ້​ຊີວິດ​ຂອງທ່ານ​ແລ້ວ​ໃນ​ມື້ນີ້ ຂໍ​ພຣະເຈົ້າຢາເວ​ກະທຳ​ຕໍ່​ຂ້ານ້ອຍ​ເຊັ່ນດຽວ​ກັນ​ເຖີດ ແລະ​ຂໍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ດ້ວຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka