Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 4:8 - ພຣະຄຳພີສັກສິ

8 ພວກເຂົາ​ນຳ​ເອົາ​ຫົວ​ອີຊະໂບເຊັດ​ມາ​ໃຫ້​ກະສັດ​ດາວິດ​ຢູ່​ໃນ​ເມືອງ​ເຮັບໂຣນ ແລະ​ເວົ້າ​ວ່າ, “ນີ້​ຄື​ຫົວ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ ສັດຕູ​ຜູ້​ທີ່​ພະຍາຍາມ​ຂ້າ​ທ່ານ. ວັນ​ນີ້ ພຣະເຈົ້າຢາເວ​ອະນຸຍາດ​ໃຫ້​ທ່ານ​ແກ້ແຄ້ນ​ໂຊນ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ແລ້ວ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 4:8
18 Jak'a apnaqawi uñst'ayäwi  

ຢູ່​ຕໍ່ມາ ອາຮີມາອາດ​ລູກຊາຍ​ຂອງ​ຊາດົກ​ໄດ້​ເວົ້າ​ກັບ​ໂຢອາບ​ວ່າ, “ຈົ່ງ​ໃຫ້​ຂ້ອຍ​ແລ່ນ​ໄປ​ບອກ​ກະສັດ​ໂດຍ​ນຳ​ຂ່າວ​ດີ​ໄປ​ແຈ້ງ​ວ່າ ພຣະເຈົ້າຢາເວ​ໄດ້​ຊ່ວຍ​ເພິ່ນ​ໃຫ້​ພົ້ນໄພ​ຈາກ​ສັດຕູ​ຂອງ​ເພິ່ນ​ແລ້ວ.”


ຕໍ່ມາ ຄົນ​ຮັບໃຊ້​ເອທີໂອເປຍ​ກໍ​ມາ​ຮອດ ແລະ​ເວົ້າ​ຕໍ່​ກະສັດ​ວ່າ, “ຂ້ານ້ອຍ​ມີ​ຂ່າວ​ດີ​ມາ​ບອກ​ພະຣາຊາ ວັນ​ນີ້​ພຣະເຈົ້າຢາເວ​ໃຫ້​ທ່ານ​ຮົບ​ຊະນະ​ທຸກຄົນ​ທີ່​ໄດ້​ກະບົດ​ຕໍ່ສູ້​ທ່ານ.”


ອັບເນ​ລູກຊາຍ​ຂອງ​ເນຣະ ຜູ້​ບັນຊາການ​ທະຫານ​ຂອງ​ກະສັດ​ໂຊນ ໄດ້​ປົບໜີໄປ​ກັບ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ. ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທີ່​ເມືອງ​ມະຫານາອິມ.


ພຣະອົງ​ໃຫ້​ມີໄຊ​ເໜືອ​ສັດຕູ​ທັງຫລາຍ. ພຣະອົງ​ປາບປາມ​ບັນດາ​ຊົນຊາດ ໃຫ້​ພວກເຂົາ​ຢູ່​ໃຕ້​ອຳນາດ​ຂອງ​ຂ້ານ້ອຍ ໂດຍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ. ພຣະອົງ​ໃຫ້​ມີ​ໄຊ​ເໜືອ​ສັດຕູ ແລະ​ປົກຄອງ​ຂ້ານ້ອຍ​ຈາກ​ພວກ​ຄົນ​ໂຫດຮ້າຍ.


ຂ້ານ້ອຍ​ຈະ​ເວົ້າ​ເຖິງ ຄວາມ​ຊອບທຳ​ຂອງ​ພຣະອົງ​ຕະຫລອດ​ວັນ ເພາະ​ຜູ້​ທີ່​ພະຍາຍາມ​ທຳຮ້າຍ​ຂ້ານ້ອຍ ໄດ້​ພ່າຍແພ້​ແລະ​ເສຍກຽດ​ແລ້ວ.


ເທວະດາ​ຕົນ​ນີ້​ໄດ້​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ​ແລະ​ແມ່​ຂອງ​ເພິ່ນ​ກັບຄືນ​ໄປ​ດິນແດນ​ອິດສະຣາເອນ ເພາະ​ຜູ້​ທີ່​ຕ້ອງການ​ຂ້າ​ກຸມມານ​ນັ້ນ​ຕາຍ​ແລ້ວ.”


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


ກະສັດ​ໂຊນ​ກ່າວ​ແກ່​ຕົນເອງ​ວ່າ, “ເຮົາ​ຈະ​ແທງ​ມັນ​ໃຫ້​ຕິດ​ກັບ​ຝາ.” ແລະ​ເພິ່ນ​ໄດ້​ຊັດ​ຫອກ​ໃສ່​ດາວິດ​ສອງ​ເທື່ອ, ແຕ່​ດາວິດ​ຫລົບ​ຫລີກ​ທັນ​ທຸກ​ເທື່ອ.


ກະສັດ​ໂຊນ​ໄດ້​ບອກ​ໂຢນາທານ​ລູກຊາຍ​ຂອງຕົນ ແລະ​ພວກ​ຂ້າຣາຊການ​ເຖິງ​ແຜນການ​ທີ່​ຈະ​ຂ້າ​ດາວິດ. ແຕ່​ໂຢນາທານ​ຮັກ​ດາວິດ​ຫລາຍ


ແຕ່​ກະສັດ​ໂຊນ​ບອກ​ພວກເຂົາ​ໃຫ້​ກັບ​ໄປ​ຫາ​ດາວິດ​ອີກ ພ້ອມ​ທັງ​ສັ່ງ​ວ່າ, “ຈົ່ງ​ຫາມ​ດາວິດ​ມາ​ທັງ​ຕຽງນອນ​ແລະ​ເຮົາ​ຈະ​ຂ້າ​ມັນ​ເອງ.”


ຕໍ່ມາ ດາວິດ​ໄດ້​ໜີໄປ​ຈາກ​ບ້ານ​ນາໂຢດ​ໃນ​ເມືອງ​ຣາມາ ໄປ​ຫາ​ໂຢນາທານ​ແລະ​ຖາມ​ລາວ​ວ່າ, “ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ມີ​ຄວາມຜິດ​ຫຍັງ ຂ້ອຍ​ໄດ້​ເຮັດ​ຊົ່ວ​ອັນໃດ​ແດ່​ຕໍ່​ພໍ່​ຂອງ​ເຈົ້າ ເພິ່ນ​ຈຶ່ງ​ຢາກ​ຂ້າ​ຂ້ອຍ?”


ດາວິດ​ຮູ້​ດີ​ວ່າ ກະສັດ​ໂຊນ​ໄດ້​ອອກ​ຕາມ​ຫາ​ເພື່ອ​ຈະ​ຂ້າ​ຕົນ. ດາວິດ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ໂຮເຣັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໃກ້​ກັບ​ເມືອງ​ຊີເຟ.


ພວກ​ທະຫານ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ, “ນີ້​ແມ່ນ​ໂອກາດ​ຂອງທ່ານ​ແລ້ວ ພຣະເຈົ້າຢາເວ​ໄດ້​ມອບ​ສັດຕູ​ຂອງທ່ານ​ໄວ້​ຢູ່​ໃນ​ກຳມື​ຂອງທ່ານ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ບັດນີ້ ຈົ່ງ​ເຮັດ​ກັບ​ສັດຕູ​ຂອງທ່ານ​ຕາມ​ທີ່​ຕ້ອງການ​ສາ.” ດາວິດ​ຈຶ່ງ​ຄານ​ອອກ​ມາ​ຕັດ​ສົ້ນ​ເສື້ອລ່າມ​ຂອງ​ກະສັດ​ໂຊນ ໂດຍ​ທີ່​ເພິ່ນ​ບໍ່​ຮູ້​ຕົວ,


ຖ້າ​ມີ​ຜູ້ໃດ​ຜູ້ໜຶ່ງ​ຈະ​ໂຈມຕີ​ທ່ານ ແລະ​ພະຍາຍາມ​ຈະ​ຂ້າ​ທ່ານ ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ກໍ​ຈະ​ຮັກສາ​ທ່ານ​ໃຫ້​ພົ້ນ ເໝືອນດັ່ງ​ຜູ້ໜຶ່ງ​ທີ່​ເຝົ້າ​ຮັກສາ​ສົມບັດ​ອັນ​ປະເສີດ​ຂອງ​ພຣະອົງ. ສຳລັບ​ເຫຼົ່າ​ສັດຕູ​ຂອງທ່ານ​ນັ້ນ ພຣະອົງ​ຈະ​ໂຍນ​ພວກເຂົາ​ຖິ້ມ ດັ່ງ​ກ້ອນຫີນ​ທີ່​ຖືກ​ຍິງ​ອອກ​ໄປ​ຈາກ​ກະຖຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka