6 ຜູ້ຍິງທີ່ພວມຫ່ອນເຂົ້າສາລີທີ່ປະຕູເຮືອນນັ້ນຫິວນອນຫລາຍ ນາງຈຶ່ງຫລັບໄປ. ສະນັ້ນ ເຣກາບແລະບາອານາຈຶ່ງຢ່ອງເຂົ້າໄປຂ້າງໃນ.
ແຕ່ອາສາເຮນບໍ່ຢຸດໄລ່. ດັ່ງນັ້ນ ອັບເນຈຶ່ງຊັດຫອກຄືນຫລັງ ຖືກທ້ອງຂອງອາສາເຮນຈົນປາຍຫອກຊອດອອກມາຂ້າງຫລັງ; ອາສາເຮນລົ້ມຟຸບລົງກັບດິນ ແລະສິ້ນໃຈຕາຍ. ເມື່ອພວກທີ່ຕາມມາຮອດບ່ອນທີ່ອາສາເຮນນອນຕາຍຢູ່ນັ້ນ ຈຶ່ງພາກັນຢຸດຢູ່ທີ່ນັ້ນ.
ແຕ່ອາມາສາບໍ່ໄດ້ສັງເກດເຫັນດາບຢູ່ໃນມືອີກເບື້ອງໜຶ່ງຂອງໂຢອາບ. ໂຢອາບໃຊ້ດາບແທງທີ່ທ້ອງຂອງອາມາສາຈົນໃສ້ໂລ່ລົງດິນ. ລາວສິ້ນໃຈຕາຍກັບທີ່ໂດຍບໍ່ຕ້ອງແທງຊໍ້າອີກ. ແລ້ວໂຢອາບກັບອາບີໄຊກໍອອກເດີນທາງຕາມຫາເຊບາລູກຊາຍຂອງບີກຣີຕໍ່ໄປ.
ເມື່ອອັບເນມາເຖິງເມືອງເຮັບໂຣນ ໂຢອາບຈຶ່ງພາລາວຫລີກໄປທາງປະຕູເມືອງໂດຍທຳທ່າວ່າຢາກເວົ້າກັບລາວເປັນທາງສ່ວນຕົວ. ໃນທີ່ນັ້ນ ໂຢອາບໄດ້ໃຊ້ມີດແທງທີ່ທ້ອງຂອງລາວ. ອັບເນຖືກລອບສັງຫານເຊັ່ນນີ້ ເພາະລາວໄດ້ຂ້າອາສາເຮນນ້ອງຊາຍໂຢອາບ.
ອີຊະໂບເຊັດມີຂ້າຣາຊການສອງຄົນທີ່ເປັນຫົວໜ້າກອງປຸ້ນຄື: ບາອານາແລະເຣກາບ, ທັງສອງນີ້ເປັນລູກຊາຍຂອງຣິມໂມນ ໄທເມືອງເບເອໂຣດໃນເຜົ່າເບັນຢາມິນ. (ເບເອໂຣດຖືກນັບເຂົ້າເປັນສ່ວນໜຶ່ງຂອງເຜົ່າເບັນຢາມິນ.
ເອຮຸດໄດ້ແລ່ນປົບໜີໄປໃນຂະນະທີ່ພວກເຂົາຄອຍຖ້າຢູ່. ລາວຜ່ານທາງເສົາຫີນແກະສະຫລັກ ແລະປົບໜີໄປທີ່ເມືອງເສອີຣາ.