Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 4:4 - ພຣະຄຳພີສັກສິ

4 ກະສັດ​ໂຊນ​ຍັງ​ມີ​ເຊື້ອສາຍ​ຢູ່​ອີກ​ຄົນ​ໜຶ່ງ​ຊື່​ວ່າ ເມຟີໂບເຊັດ; ລາວ​ເປັນ​ລູກຊາຍ​ຂອງ​ໂຢນາທານ. ຕອນ​ທີ່​ກະສັດ​ໂຊນ​ກັບ​ໂຢນາທານ​ຖືກ​ຂ້າ​ນັ້ນ ເມຟີໂບເຊັດ​ມີ​ອາຍຸ​ພຽງແຕ່​ຫ້າ​ປີ. ເມື່ອ​ຂ່າວ​ການຕາຍ​ຂອງ​ທັງສອງ​ເລົ່າລື​ມາ​ຈາກ​ຢິດຊະເຣນ ເອື້ອຍລ້ຽງ​ຂອງ​ເມຟີໂບເຊັດ​ກໍ​ຫອບ​ອູ້ມ​ລາວ​ໜີ, ແຕ່​ນາງ​ຟ້າວ​ເກີນ​ໄປ​ຈຶ່ງ​ເຮັດ​ໃຫ້​ເມຟີໂບເຊັດ​ຫລຸດ​ຈາກ​ມື ລາວ​ຈຶ່ງ​ກາຍເປັນ​ຄົນ​ຂາ​ພິການ.

Uka jalj uñjjattʼäta Copia luraña




2 ຊາມູເອນ 4:4
10 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ໄດ້​ໄວ້​ຊີວິດ​ເມຟີໂບເຊັດ ລູກຊາຍ​ຂອງ​ໂຢນາທານ​ແລະ​ຫລານຊາຍ​ຂອງ​ໂຊນ ກໍ​ຍ້ອນ​ຄຳສາບານ​ແຫ່ງ​ພຣະເຈົ້າຢາເວ​ລະຫວ່າງ​ດາວິດ​ກັບ​ໂຢນາທານ​ລູກຊາຍ​ຂອງໂຊນ.


ສະນັ້ນ ເມຟີໂບເຊັດ​ຜູ້​ທີ່​ຂາ​ພິການ​ທັງສອງ​ເບື້ອງ​ຈຶ່ງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ກະສັດ​ສະເໝີ.


ກະສັດ​ຖາມ​ລາວ​ອີກ​ວ່າ, “ມີ​ຜູ້ໃດ​ແດ່​ໃນ​ຄອບຄົວ​ຂອງ​ໂຊນ​ທີ່​ຍັງ​ມີ​ຊີວິດ​ຢູ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ ແລະ​ໃຫ້​ຄວາມ​ເມດຕາ​ເພື່ອ​ຊ່ວຍເຫລືອ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າ.” ຊີບາ​ຕອບ​ວ່າ, “ຍັງ​ມີ​ຢູ່​ຜູ້ໜຶ່ງ. ລາວ​ແມ່ນ​ລູກຊາຍ​ຂອງ​ໂຢນາທານ ແຕ່​ລາວ​ຂາ​ພິການ.”


ເມື່ອ​ເມຟີໂບເຊັດ ລູກຊາຍ​ຂອງ​ໂຢນາທານ​ຫລານຊາຍ​ຂອງ​ໂຊນ​ເຂົ້າ​ມາ ລາວ​ກໍ​ກົ້ມ​ຂາບລົງ​ສະແດງ​ຄວາມ​ເຄົາຣົບ​ກະສັດ​ດາວິດ. ດາວິດ​ກ່າວ​ວ່າ, “ເມຟີໂບເຊັດ​ເອີຍ.” ແລະ​ລາວ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຂ້າ​ຮັບໃຊ້​ຂອງທ່ານ.”


ເວັ້ນໄວ້​ແຕ່​ຮາດາດ​ກັບ​ຄົນ​ຮັບໃຊ້​ຊາວ​ເອໂດມ​ບາງຄົນ​ຂອງ​ພໍ່​ຕົນ ທີ່​ປົບໜີໄປ​ປະເທດ​ເອຢິບ. (ໃນ​ຄາວນັ້ນ​ຮາດາດ​ຍັງ​ເປັນ​ເດັກນ້ອຍ​ຢູ່.)


ໂຢນາທານ​ເປັນ​ພໍ່​ຂອງ​ເມຣິບບາອານ ແລະ​ເມຣິບບາອານ​ເປັນ​ພໍ່​ຂອງ​ມີກາ.


ສ່ວນ​ໂຢນາທານ​ນັ້ນ​ເປັນ​ພໍ່​ຂອງ​ເມຣິບບາອານ, ແລະ​ເມຣິບບາອານ​ເປັນ​ພໍ່​ຂອງ​ມີກາ.


ພວກ​ຟີລິດສະຕິນ​ໄດ້​ນຳ​ເອົາ​ທະຫານ​ຂອງຕົນ​ໄປ​ເຕົ້າໂຮມ​ກັນ​ຢູ່​ທີ່​ອາເຟັກ ຊຶ່ງ​ໃນຂະນະ​ດຽວກັນ​ນັ້ນ​ພວກ​ອິດສະຣາເອນ​ກໍໄດ້​ຕັ້ງ​ຄ້າຍ ຢູ່​ທີ່​ນໍ້າພຸ​ໃນ​ຮ່ອມພູ​ຢິດຊະເຣນ.


ໃນ​ມື້​ເຊົ້າ​ຕໍ່ມາ ດາວິດ​ພ້ອມ​ກັບ​ຄົນ​ຂອງ​ເພິ່ນ​ກໍ​ເລີ່ມ​ອອກ​ເດີນທາງ​ໄປ​ແຕ່​ເຊົ້າໆ ກັບຄືນ​ເມືອ​ຟີລິດສະຕິນ. ຝ່າຍ​ພວກ​ຟີລິດສະຕິນ​ກໍໄດ້​ເດີນທາງ​ຕໍ່ໄປ​ສູ່​ຢິດຊະເຣນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka