Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 4:11 - ພຣະຄຳພີສັກສິ

11 ມັນ​ເປັນ​ການ​ຊົ່ວຮ້າຍ​ໜັກ​ສໍ່າໃດ ເມື່ອ​ຄົນ​ອະທຳ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ຊຶ່ງ​ກຳລັງ​ນອນ​ຢູ່​ໃນ​ເຮືອນ​ຂອງຕົນ. ບັດນີ້ ເຮົາ​ຈະ​ລົງໂທດ​ພວກເຈົ້າ​ທີ່​ໄດ້ຂ້າ​ລາວ ແລະ​ທຳລາຍ​ພວກເຈົ້າ​ໃຫ້​ໝົດສິ້ນ​ໄປ​ຈາກ​ແຜ່ນດິນ​ໂລກນີ້.”

Uka jalj uñjjattʼäta Copia luraña




2 ຊາມູເອນ 4:11
19 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ຖືກ​ສາບແຊ່ງ ແລະ​ຖືກ​ຂັບໄລ່​ໃຫ້​ອອກ​ຈາກ​ທົ່ງນາ​ແຫ່ງ​ນີ້. ມັນ​ຊຸ່ມ​ໄປ​ດ້ວຍ​ເລືອດ​ນ້ອງຊາຍ​ຂອງ​ເຈົ້າ ເໝືອນ​ກັບ​ວ່າ​ພື້ນດິນ​ນັ້ນ​ອ້າ​ປາກ​ຮັບ​ເລືອດ​ຈາກ​ມື​ຂອງ​ເຈົ້າ ເມື່ອ​ຂ້າ​ນ້ອງຊາຍ​ນັ້ນ.


ພຣະເຈົ້າ​ໄດ້​ບອກ​ໂນອາ​ວ່າ, “ເຮົາ​ໄດ້​ຕັດສິນໃຈ​ທີ່​ຈະ​ດັບສູນ​ມະນຸດ​ຊາດ​ທັງໝົດ​ແລ້ວ. ເຮົາ​ຈະ​ທຳລາຍ​ພວກເຂົາ​ຢ່າງ​ໝົດສິ້ນ ເພາະ​ໂລກນີ້​ເຕັມ​ໄປ​ດ້ວຍ​ການ​ກະທຳ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ. ຈົ່ງ​ສ້າງ​ເຮືອ​ລຳ​ໜຶ່ງ​ດ້ວຍ​ໄມ້​ແກ່ນ​ທີ່​ໜາແໜ້ນ​ສຳລັບ​ເຈົ້າ​ເອງ;


ພຣະອົງ​ໄດ້​ທຳລາຍ​ທຸກໆ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ເຊັ່ນ: ມະນຸດ, ສັດ ແລະ​ນົກ. ມີ​ແຕ່​ຄອບຄົວ​ຂອງ​ໂນອາ ແລະ​ສັດ​ໃນ​ເຮືອ​ເທົ່ານັ້ນ ທີ່​ຍັງເຫລືອ​ຢູ່.


ເຈົ້າ​ໄດ້​ຢຶດ​ອານາຈັກ​ຂອງ​ກະສັດ​ໂຊນ ແລະ​ບັດນີ້​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເຈົ້າ​ຄືນ ເພາະ​ເຈົ້າ​ໄດ້​ຂ້າ​ຫລາຍ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຍົກ​ອານາຈັກ​ໃຫ້​ອັບຊາໂລມ​ລູກຊາຍ​ຂອງ​ເຈົ້າ; ສ່ວນ​ຜູ້​ຮ້າຍ​ຂ້າ​ຄົນ​ດັ່ງ​ເຈົ້າ​ກໍໄດ້​ແຕ່​ຈິບຫາຍ​ເທົ່ານັ້ນ.”


ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ກະສັດ​ທີ່​ພຣະເຈົ້າ​ໄດ້​ຊົງ​ຫົດສົງ, ແຕ່​ເຮົາ​ກໍ​ຮູ້​ສຶກ​ອ່ອນແອ​ໃນວັນນີ້. ພວກ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ນີ້​ຊ່າງ​ໂຫດຮ້າຍ​ແກ່​ເຮົາ​ແທ້ນໍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຄາດຕະກອນ​ເຫຼົ່ານີ້ ຕາມ​ທີ່​ພວກເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ.”


ພຣະເຈົ້າຢາເວ​ຈະ​ລົງໂທດ​ໂຢອາບ​ຍ້ອນ​ລາວ​ໄດ້​ຂ້າ​ຄົນ ໂດຍ​ທີ່​ກະສັດ​ດາວິດ​ພໍ່​ຂອງເຮົາ​ບໍ່​ຮູ້ຈັກ​ນຳ. ໂຢອາບ​ໄດ້​ຂ້າ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ສອງ​ຄົນ​ທີ່​ເກັ່ງກ້າ​ກວ່າ​ຕົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ອິດສະຣາເອນ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ຢູດາຍ.


ຂໍ​ໃຫ້​ພຣະເຈົ້າຢາເວ​ຈົດຈຳ​ການບາບ​ຂອງ​ພວກເຂົາ​ຢູ່​ສະເໝີ ແຕ່​ຂໍ​ໃຫ້​ພວກເຂົາ​ເອງ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.


ພຣະເຈົ້າ​ຊົງ​ແກ້ແຄ້ນ​ແທນ​ເລືອດ​ທີ່​ຕົກ ພຣະອົງ​ບໍ່​ລືມໄລ ແຕ່​ຕອບ​ຄຳ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ກົດຂີ່.


“ຜູ້ໃດ​ກໍຕາມ​ທີ່​ທຸບຕີ​ຄົນ​ໜຶ່ງ​ໃຫ້​ເຖິງ​ຕາຍ ຈະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ຄືກັນ.


ຖ້າ​ເຮົາ​ຍົກ​ມື​ຂຶ້ນ​ທຳຮ້າຍ​ເຈົ້າ ແລະ​ປະຊາຊົນ​ຂອງ​ເຈົ້າ​ດ້ວຍ​ພະຍາດ​ອັນ​ຮ້າຍແຮງ ພວກເຈົ້າ​ກໍ​ຈະ​ດັບສູນ​ກັນ​ໝົດ.


ແຕ່​ພຣະເຈົ້າ​ຈະ​ຕັດ​ຄົນຊົ່ວຮ້າຍ​ອອກ​ໄປ​ຈາກ​ດິນແດນ ແລະ​ຄົນ​ຄົດໂກງ​ຈະ​ຖືກ​ຖອນຮາກ​ອອກ​ຈາກ​ແຜ່ນດິນ​ນັ້ນ.


ຄົນດີ​ທີ່​ຍອມ​ເຮັດ​ຕາມ​ຄົນຊົ່ວ ກໍ​ເທົ່າກັບ​ບໍ່ນໍ້າ​ທີ່​ເປິເປື້ອນ ຫລື​ນໍ້າສ້າງ​ທີ່​ເປັນ​ພິດໄພ.


ພວກເຈົ້າ​ຕ້ອງ​ບອກ​ພວກເຂົາ​ວ່າ ບັນດາ​ພະ​ທີ່​ບໍ່ໄດ້​ສ້າງ​ຟ້າ​ສະຫວັນ ​ແລະ​ແຜ່ນດິນ​ໂລກ​ນັ້ນ ພະ​ເຫຼົ່ານັ້ນ​ຈະ​ຖືກ​ທຳລາຍ​ໝົດ. ພວກເຂົາ​ຈະ​ບໍ່ມີ​ບ່ອນຢູ່​ໃນ​ແຜ່ນດິນ​ໂລກ​ແລະ​ໃຕ້​ຟ້າ​ນີ້​ອີກ​ຕໍ່ໄປ.)


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕັ້ງແຕ່​ໃດໆ​ມາ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ, ເປັນ​ອົງ​ບໍຣິສຸດ ແລະ​ອົງ​ເປັນ​ຢູ່​ສືບໄປ​ເປັນນິດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະ​ຜູ້​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ເລືອກເອົາ​ພວກ​ບາບີໂລນ ແລະ​ໄດ້​ເຮັດ​ໃຫ້​ພວກເຂົາ​ແຂງແຮງ ເພື່ອ​ວ່າ​ພວກເຂົາ​ຈະ​ລົງໂທດ​ພວກ​ຂ້ານ້ອຍ​ໄດ້.


ກົດບັນຍັດ​ຖືກ​ຫຍໍ້ຫຍັນ ແລະ​ຄວາມ​ຍຸດຕິທຳ​ກໍ​ບໍ່ມີ​ເລີຍ. ຄົນ​ອະທຳ​ເອົາປຽບ​ຄົນ​ຊອບທຳ; ເພາະເຫດນັ້ນ ຄວາມ​ຍຸດຕິທຳ​ຈຶ່ງ​ຖືກ​ບິດເບືອນ.


ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka