1 ເມື່ອອີຊະໂບເຊັດລູກຊາຍຂອງກະສັດໂຊນໄດ້ຍິນວ່າ ອັບເນຖືກຂ້າຢູ່ທີ່ເມືອງເຮັບໂຣນແລ້ວ; ເພິ່ນກໍຢ້ານກົວ ແລະປະຊາຊົນອິດສະຣາເອນທັງໝົດກໍແຕກຕື່ນຕົກໃຈ.
ຂ້ານ້ອຍຈະໄປໂຈມຕີເພິ່ນໃນຂະນະທີ່ເພິ່ນອິດເມື່ອຍ ແລະທໍ້ຖອຍກຳລັງໃຈ. ເພິ່ນຈະຕື່ນຕົກໃຈ ແລະພວກທະຫານຂອງເພິ່ນກໍຈະແລ່ນປົບໜີໄປ. ຂ້ານ້ອຍຈະຂ້າແຕ່ກະສັດເທົ່ານັ້ນ
ອັບເນລູກຊາຍຂອງເນຣະ ຜູ້ບັນຊາການທະຫານຂອງກະສັດໂຊນ ໄດ້ປົບໜີໄປກັບອີຊະໂບເຊັດລູກຊາຍຂອງກະສັດໂຊນ. ພວກເຂົາໄດ້ຂ້າມແມ່ນໍ້າຈໍແດນໄປທີ່ເມືອງມະຫານາອິມ.
ເມື່ອອັບເນມາເຖິງເມືອງເຮັບໂຣນ ໂຢອາບຈຶ່ງພາລາວຫລີກໄປທາງປະຕູເມືອງໂດຍທຳທ່າວ່າຢາກເວົ້າກັບລາວເປັນທາງສ່ວນຕົວ. ໃນທີ່ນັ້ນ ໂຢອາບໄດ້ໃຊ້ມີດແທງທີ່ທ້ອງຂອງລາວ. ອັບເນຖືກລອບສັງຫານເຊັ່ນນີ້ ເພາະລາວໄດ້ຂ້າອາສາເຮນນ້ອງຊາຍໂຢອາບ.
ແລ້ວປະຊາຊົນທີ່ໄດ້ຢູ່ໃນດິນແດນນັ້ນ ກໍພະຍາຍາມເຮັດໃຫ້ຊາວຢິວຢ້ານກົວ ແລະທໍ້ຖອຍໃຈ ເພື່ອໃຫ້ພວກເຂົາເຊົາສ້າງພຣະວິຫານ.
ພວກເຂົາພະຍາຍາມຂົ່ມຂູ່ພວກເຮົາໃຫ້ຢ້ານກົວ ແລະເຮັດໃຫ້ວຽກງານຢຸດສະງັກ. ຂ້າພະເຈົ້າພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າ ບັດນີ້ ໂຜດເຮັດໃຫ້ຂ້ານ້ອຍເຂັ້ມແຂງດ້ວຍເຖີດ.”
ແຂນຂອງທຸກໆຄົນຈະຢ່ອນລົງເພາະອ່ອນແຮງ ແລະຄວາມກ້າຂອງທຸກໆຄົນກໍຈະໝົດໄປ.
ຈົ່ງໃຫ້ກຳລັງຜູ້ທີ່ມືອິດເມື່ອຍອ່ອນແຮງ ຊູແຮງຫົວເຂົ່າທີ່ສັ່ນເຊັນເພາະຄວາມອິດເມື່ອຍ.
ເມື່ອກະສັດບາບີໂລນໄດ້ຍິນຂ່າວທີ່ຄົນນຳມາ ມືຂອງເພິ່ນກໍອ່ອນເພຍເປ້ຍຫລ່ອຍລົງໂລດ. ເພິ່ນຈຶ່ງຂົມຂື່ນແລະເປັນທຸກໃນຈິດໃຈ ເຈັບປວດຢ່າງໜັກດັ່ງຍິງກຳລັງຈະຄອດລູກ.
ປະຊາຊົນອິດສະຣາເອນເວົ້າວ່າ, “ພໍພວກເຮົາໄດ້ຍິນຂ່າວຂອງເສິກ ມືຂອງພວກເຮົາກໍອ່ອນເພຍລົງ; ພວກເຮົາເປັນທຸກໃຈຫລາຍ ແລະເຈັບປວດໜັກ ເໝືອນດັ່ງແມ່ຍິງທີ່ກຳລັງຈະອອກລູກ.
ເມື່ອວັນນັ້ນມາເຖິງ ພວກເຂົາຈະເວົ້າຕໍ່ນະຄອນເຢຣູຊາເລັມວ່າ, “ນະຄອນຊີໂອນ ຢ່າຢ້ານ, ຢ່າເສຍກຳລັງໃຈເທາະ