2 ຊາມູເອນ 3:8 - ພຣະຄຳພີສັກສິ8 ເລື່ອງນີ້ພາໃຫ້ອັບເນໂກດຮ້າຍທີ່ສຸດ ລາວຈຶ່ງຮ້ອງອອກມາວ່າ, “ເຈົ້າຄິດວ່າຂ້ອຍທໍລະຍົດຕໍ່ກະສັດໂຊນຊັ້ນບໍ? ເຈົ້າຄິດວ່າຂ້ອຍກຳລັງຮັບໃຊ້ຢູດາຊັ້ນບໍ? ແຕ່ໃດໆມາ ຂ້ອຍໄດ້ສະແດງຄວາມຈົງຮັກພັກດີຕໍ່ພໍ່ຂອງເຈົ້າ, ຕໍ່ອ້າຍນ້ອງຂອງເພິ່ນ ແລະຕໍ່ໝູ່ເພື່ອນຂອງເພິ່ນ ແລະຂ້ອຍໄດ້ປົກປ້ອງຄຸ້ມຄອງເຈົ້າໄວ້ ບໍ່ໃຫ້ຕົກຢູ່ໃນກຳມືຂອງກະສັດດາວິດ, ແຕ່ເຖິງປານນັ້ນ ໃນວັນນີ້ເຈົ້າຍັງຊອກຫາຄວາມຜິດໃສ່ຂ້ອຍກ່ຽວກັບເລື່ອງຜູ້ຍິງຊັ້ນບໍ? Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສາບານກັບດາວິດວ່າ ພຣະອົງຈະເອົາອານາຈັກໄປຈາກກະສັດໂຊນ ແລະເຊື້ອສາຍຂອງເພິ່ນ; ແລ້ວພຣະອົງກໍຈະໃຫ້ດາວິດຂຶ້ນເປັນກະສັດປົກຄອງຊາວອິດສະຣາເອນແລະຊາວຢູດາ ຕັ້ງແຕ່ເມືອງດານທາງພາກເໜືອ ຈົນເຖິງເບເອນເຊບາທາງພາກໃຕ້. ຖ້າຂ້ອຍບໍ່ເຮັດສິ່ງນີ້ໃຫ້ກາຍເປັນຈິງ ກໍຂໍພຣະເຈົ້າລົງໂທດຂ້ອຍໃຫ້ເຖິງຕາຍເຖີດ.”