7 ມື້ໜຶ່ງ ອີຊະໂບເຊັດລູກຊາຍຂອງກະສັດໂຊນກ່າວຫາວ່າ ອັບເນໄດ້ຮ່ວມນອນກັບເມຍນ້ອຍຂອງກະສັດໂຊນຄື: ນາງຣິຊະປາລູກສາວຂອງອາອີຢາ.
ເຮົາໄດ້ມອບອານາຈັກຂອງໂຊນກັບເມຍທັງຫລາຍຂອງລາວໃຫ້ເຈົ້າ ເຮົາໄດ້ມອບຊາວອິດສະຣາເອນ ແລະຊາວຢູດາໃຫ້ເປັນຂອງເຈົ້າ. ຖ້າສິ່ງເຫຼົ່ານີ້ຍັງບໍ່ພຽງພໍສຳລັບເຈົ້າ ເຮົາອາດໃຫ້ເຈົ້າຫລາຍກວ່ານີ້ອີກຫລາຍເທົ່າກໍໄດ້.
ອັບເນລູກຊາຍຂອງເນຣະ ຜູ້ບັນຊາການທະຫານຂອງກະສັດໂຊນ ໄດ້ປົບໜີໄປກັບອີຊະໂບເຊັດລູກຊາຍຂອງກະສັດໂຊນ. ພວກເຂົາໄດ້ຂ້າມແມ່ນໍ້າຈໍແດນໄປທີ່ເມືອງມະຫານາອິມ.
ລາວຕອບວ່າ, “ກະລຸນາຂໍນຳກະສັດໂຊໂລໂມນ ໃຫ້ເອົານາງອາບີຊາກ ຍິງສາວຊາວເມືອງຊູເນມມາເປັນເມຍຂອງຂ້ອຍ ຂ້ອຍຮູ້ວ່າເພິ່ນຄົງຈະບໍ່ປະຕິເສດເຈົ້າດອກ.”