6 ໃນຂະນະທີ່ການຕໍ່ສູ້ກັນດຳເນີນຕໍ່ໄປ ລະຫວ່າງກຳລັງຂອງດາວິດ ແລະກຳລັງທີ່ຈົງຮັກພັກດີຕໍ່ຄອບຄົວກະສັດໂຊນ ອັບເນກໍມີອຳນາດຫລາຍຂຶ້ນໃນທ່າມກາງພັກພວກຂອງກະສັດໂຊນ.
ການຕໍ່ສູ້ກັນລະຫວ່າງຝ່າຍສະໜັບສະໜູນຄອບຄົວຂອງກະສັດໂຊນ ແລະຝ່າຍສະໜັບສະໜູນຄອບຄົວຂອງກະສັດດາວິດ ໄດ້ດຳເນີນໄປເປັນເວລານານ. ໃນຂະນະທີ່ກະສັດດາວິດເຂັ້ມແຂງຂຶ້ນນັ້ນ ຝ່າຍຄູ່ແຂ່ງຂອງເພິ່ນກໍອ່ອນກຳລັງລົງ.
ອິດທະເລອາມ ຜູ້ທີ່ເປັນແມ່ແມ່ນນາງເອັກລາ. ພວກລູກຊາຍເຫຼົ່ານີ້ເກີດຢູ່ໃນເມືອງເຮັບໂຣນ.
ຫລັງຈາກນັ້ນ ເຢຮູ ແລະໂຢນາດາບລູກຊາຍຂອງເຣກາບ ກໍເຂົ້າໄປໃນວິຫານ ແລະກ່າວຕໍ່ທຸກຄົນໃນທີ່ນັ້ນວ່າ, “ຈົ່ງໃຫ້ແນ່ໃຈວ່າ ມີແຕ່ຜູ້ຂາບໄຫວ້ພະບາອານເທົ່ານັ້ນຢູ່ທີ່ນີ້ ແລະຢ່າໃຫ້ຄົນທີ່ນະມັດສະການພຣະເຈົ້າຢາເວເຂົ້າມາໃນບ່ອນນີ້.”
ທ່ານອາດຄິດວ່າ ພວກເຂົາຈະເຮັດໃຫ້ທ່ານເຂັ້ມແຂງຂຶ້ນ ໃນສະໜາມຮົບ, ແຕ່ແມ່ນພຣະເຈົ້າຕ່າງຫາກ ທີ່ມີອຳນາດຊີ້ຂາດຄວາມມີໄຊ ຫລືການພ່າຍແພ້ ແລະພຣະເຈົ້າຈະເຮັດໃຫ້ສັດຕູເອົາຊະນະທ່ານ.”
ຄວາມເຂົ້າໃຈຄວາມຫລັກແຫລມແຖມປັນຍາ ກໍບໍ່ມີຄຸນຄ່າ ຖ້າພຣະເຈົ້າຢາເວຕໍ່ສູ້ເຂົາ.
ຜູ້ໃດບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ເຮົາ ແລະຜູ້ໃດບໍ່ຮ່ວມເຂົ້າກັນກັບເຮົາ ກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.
ເມຍຂອງກະສັດໂຊນຊື່ວ່າ ອາຮີໂນອາມລູກສາວຂອງອາຮີມາອາດ; ຜູ້ບັນຊາການກອງທັບແມ່ນຍາດຕິພີ່ນ້ອງຂອງເພິ່ນຊື່ວ່າ ອັບເນ; ລາວແມ່ນລູກຊາຍຂອງເນຣະຜູ້ເປັນລູງຂອງໂຊນ.