Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 3:39 - ພຣະຄຳພີສັກສິ

39 ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ກະສັດ​ທີ່​ພຣະເຈົ້າ​ໄດ້​ຊົງ​ຫົດສົງ, ແຕ່​ເຮົາ​ກໍ​ຮູ້​ສຶກ​ອ່ອນແອ​ໃນວັນນີ້. ພວກ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ນີ້​ຊ່າງ​ໂຫດຮ້າຍ​ແກ່​ເຮົາ​ແທ້ນໍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຄາດຕະກອນ​ເຫຼົ່ານີ້ ຕາມ​ທີ່​ພວກເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 3:39
30 Jak'a apnaqawi uñst'ayäwi  

ກະສັດ​ກ່າວ​ຕໍ່​ອາບີໄຊ​ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ບໍ່ແມ່ນ​ເລື່ອງ​ຂອງ​ພວກເຈົ້າ ຖ້າ​ຄຳ​ປ້ອຍດ່າ​ນັ້ນ​ເປັນ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ບອກ​ລາວ ຜູ້ໃດ​ແດ່​ມີ​ສິດ​ຖາມ​ວ່າ, ‘ເປັນຫຍັງ​ລາວ​ຈຶ່ງ​ດ່າ​ເຮົາ?”’


ກະສັດ​ດາວິດ​ຍັງ​ສົ່ງ​ຄົນ​ໄປ​ບອກ​ອາມາສາ​ຄືກັນ​ວ່າ, “ເຈົ້າ​ກໍ​ເປັນ​ຍາດຕິ​ພີ່ນ້ອງ​ຂອງເຮົາ. ນັບ​ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ບັນຊາການ​ກອງທັບ​ແທນ​ໂຢອາບ. ຖ້າ​ເຮົາ​ບໍ່​ປະຕິບັດ​ຕາມ​ຄຳ​ເວົ້າ ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ເຮົາ​ເຖິງ​ຕາຍ​ເຖີດ.”


ແຕ່​ກະສັດ​ດາວິດ​ໄດ້​ເວົ້າ​ກັບ​ອາບີໄຊ ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ແມ່ນ​ຜູ້ໃດ​ຖາມ​ເອົາ​ຄວາມ​ຄິດ​ເຫັນ​ນຳ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເດືອດຮ້ອນ​ອີກ​ບໍ? ດຽວ​ນີ້​ເຮົາ​ເອງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ວັນ​ນີ້​ຈະ​ບໍ່ມີ​ຄົນ​ອິດສະຣາເອນ​ຜູ້ໃດ​ຖືກ​ປະຫານ​ຊີວິດ.”


ກະສັດ​ກ່າວ​ແກ່​ບັນດາ​ຂ້າຣາຊການ​ຂອງຕົນ​ວ່າ, “ພວກທ່ານ​ຮູ້​ບໍ​ວ່າ​ວັນ​ນີ້ ມີ​ຜູ້ນຳ​ຄົນ​ສຳຄັນ​ໃນ​ຊາດ​ອິດສະຣາເອນ​ໄດ້​ຕາຍໄປ.


ພຣະເຈົ້າຢາເວ​ຈະ​ລົງໂທດ​ໂຢອາບ​ຍ້ອນ​ລາວ​ໄດ້​ຂ້າ​ຄົນ ໂດຍ​ທີ່​ກະສັດ​ດາວິດ​ພໍ່​ຂອງເຮົາ​ບໍ່​ຮູ້ຈັກ​ນຳ. ໂຢອາບ​ໄດ້​ຂ້າ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ສອງ​ຄົນ​ທີ່​ເກັ່ງກ້າ​ກວ່າ​ຕົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ອິດສະຣາເອນ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ຢູດາຍ.


ແຕ່​ເຈົ້າ​ບໍ່​ຕ້ອງ​ປ່ອຍ​ລາວ​ໄປ​ຢ່າງ​ບໍ່​ໃສ່​ໂທດ. ເຈົ້າ​ເປັນ​ຄົນມີ​ປັນຍາ ເຈົ້າ​ຮູ້​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ ຈົ່ງ​ພິຈາລະນາ​ໃຫ້​ລາວ​ຖືກ​ໂທດ​ປະຫານ.”


ກະສັດ​ດາວິດ​ຄິດ​ວ່າ, “ວິຫານ​ທີ່​ໂຊໂລໂມນ​ລູກຊາຍ​ເຮົາ​ຈະ​ສ້າງ​ຂຶ້ນ​ສຳລັບ​ພຣະເຈົ້າຢາເວ​ນີ້​ຕ້ອງ​ງາມ ແລະ​ເປັນ​ທີ່​ຊ່າລື​ກັນ​ໄປ​ທົ່ວໂລກ, ແຕ່​ລາວ​ຍັງ​ໜຸ່ມ ແລະ​ຂາດ​ປະສົບການ. ດັ່ງນັ້ນ ເຮົາ​ຈຶ່ງ​ຕ້ອງ​ເປັນ​ຜູ້​ຈັດຕຽມ​ສິ່ງ​ຕ່າງໆ​ໄວ້​ໃຫ້​ລາວ.” ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ຈັດຫາ​ວັດສະດຸ​ກໍ່ສ້າງ​ໄວ້ ເປັນ​ຈຳນວນ​ຫລວງຫລາຍ​ກ່ອນ​ເພິ່ນ​ຕາຍໄປ.


ແລ້ວ​ກະສັດ​ດາວິດ​ກໍ​ປະກາດ​ຕໍ່​ທີ່​ປະຊຸມ​ທັງໝົດ​ວ່າ, “ໂຊໂລໂມນ​ລູກຊາຍ​ຂອງ​ຂ້າພະເຈົ້າ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກເອົາ, ແຕ່​ລາວ​ຍັງ​ໜຸ່ມ ແລະ​ຂາດ​ປະສົບການ. ພາລະກິດ​ນີ້​ເປັນ​ວຽກ​ທີ່​ຍິ່ງໃຫຍ່​ຫລາຍ ເພາະ​ບໍ່ແມ່ນ​ວຽກ​ສຳລັບ​ສ້າງ​ຣາຊວັງ​ໃຫ້​ມະນຸດ​ຢູ່, ແຕ່​ເປັນ​ວຽກ​ທີ່​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ.


ຕໍ່ມາ ລາວ​ໄດ້​ເຕົ້າໂຮມ​ເອົາ​ພວກ​ນັກເລງ​ໝວດ​ໜຶ່ງ ມາ​ບັງຄັບ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ ຜູ້​ທີ່​ຍັງ​ໜຸ່ມນ້ອຍ​ທັງ​ຂາດ​ປະສົບການ​ທີ່​ຈະ​ຕໍ່ຕ້ານ​ພວກເຂົາ.


ແຕ່ລະ​ວັນ ຂ້ານ້ອຍ​ຈະ​ທຳລາຍ​ຄົນ​ຊົ່ວຮ້າຍ ຢູ່​ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ. ຂ້ານ້ອຍ​ຈະ​ຂັບໄລ່​ຄົນຊົ່ວ​ທັງໝົດ​ອອກ​ໄປ ຈາກ​ນະຄອນ​ຂອງ​ພຣະເຈົ້າຢາເວ.


ຂໍ​ຊົງ​ໂຜດ​ລົງໂທດ​ພວກເຂົາ​ຕາມ​ທີ່​ພວກເຂົາ​ໄດ້​ກະທຳ​ ສຳລັບ​ຄວາມຊົ່ວ​ນາໆ​ປະການ​ຂອງ​ພວກເຂົາ​ນັ້ນ. ຈົ່ງ​ລົງໂທດ​ພວກເຂົາ​ໃນ​ທຸກໆສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ ໃຫ້​ກຳ​ນຳ​ສະໜອງ​ຕາມ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ ເພາະ​ພຣະອົງ​ເປັນ​ຜູ້​ປະທານ​ບຳເໜັດ​ລາງວັນ​ໃຫ້​ແກ່​ທຸກຄົນ ຕາມ​ຜົນ​ການກະທຳ​ຂອງ​ເຂົາເຈົ້າ.


ສະນັ້ນ ພວກເຂົາ​ຈຶ່ງ​ຖືກ​ລົງໂທດ​ໂດຍ​ສິ່ງ​ຊົ່ວ​ນັ້ນ​ເອງ ຖືກ​ທຳຮ້າຍ​ຍ້ອນ​ສິ່ງ​ຮຸນແຮງ​ທີ່​ພວກເຂົາ​ໄດ້​ກໍ່​ຂຶ້ນ.


ພຣະອົງ​ຈະ​ທຳລາຍ​ອຳນາດ​ຂອງ​ຄົນຊົ່ວຮ້າຍ ແຕ່​ອຳນາດ​ຂອງ​ຄົນ​ຊອບທຳ​ຈະ​ທະວີ​ຂຶ້ນ.


“ຜູ້ໃດ​ກໍຕາມ​ທີ່​ທຸບຕີ​ຄົນ​ໜຶ່ງ​ໃຫ້​ເຖິງ​ຕາຍ ຈະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ຄືກັນ.


ເມື່ອ​ກະສັດ​ນັ່ງ​ຕັດສິນ​ຄະດີ ເພິ່ນ​ກໍ​ຮູ້​ທັນທີ​ເມື່ອ​ແນມ​ເຫັນ​ຄົນ​ຊົ່ວຮ້າຍ.


ກຳຈັດ​ທີ່ປຶກສາ​ຜູ້​ຊົ່ວຊ້າ​ອອກ​ໜີ​ຈາກ​ກະສັດ ເຮັດ​ໃຫ້​ລັດຖະບານ​ຂອງ​ເພິ່ນ​ເຫັນແຈ້ງ​ຄວາມ​ຍຸດຕິທຳ.


ແຕ່​ຄົນຊົ່ວຊ້າ ພັດ​ໄດ້​ຮັບ​ຄວາມ​ຫາຍຍະນະ; ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ໃຫ້​ຜູ້​ອື່ນ​ນັ້ນ ບັດນີ້ ສິ່ງ​ນັ້ນ​ໄດ້​ຕາມ​ມາ​ສະໜອງ​ພວກເຂົາ​ເອງ.


ຈົ່ງ​ບອກ​ລາວ​ໃຫ້​ລະມັດ​ລະວັງ, ສະຫງົບ​ຈິດໃຈ ແລະ​ຢ່າ​ສູ່​ຢ້ານ​ຫລື​ເປັນທຸກໃຈ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເຣຊິນ ແລະ​ຊາວ​ຊີເຣຍ​ແລະ​ກະສັດ​ເປກາ ບໍ່​ເປັນ​ອັນຕະລາຍ​ທໍ່ກັບ​ຄວັນໄຟ​ໄໝ້​ຟືນໄມ້​ໂດກ.


ກະສັດ​ເຊເດກີຢາ​ຕອບ​ວ່າ, “ດີແລ້ວ ຖ້າດັ່ງນັ້ນ ຈົ່ງ​ເຮັດ​ຕໍ່​ລາວ​ຕາມ​ທີ່​ພວກເຈົ້າ​ຕ້ອງການ; ເຮົາ​ຫ້າມ​ພວກເຈົ້າ​ບໍ່ໄດ້​ດອກ.”


ດັ່ງນັ້ນ ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ໂຍນ​ດານີເອນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ. ເພິ່ນ​ກ່າວ​ຕໍ່​ດານີເອນ​ວ່າ, “ຂໍ​ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ເຈົ້າ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ​ຈົງຮັກ​ພັກດີ​ນັ້ນ ຊ່ວຍກູ້​ເອົາ​ເຈົ້າ​ເຖີດ.”


ແຕ່​ຖ້າ​ພວກເຈົ້າ​ຫາກ​ບໍ່​ເຮັດ​ຕາມ​ສັນຍາ ເຮົາ​ຂໍເຕືອນ​ວ່າ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ໂທດກຳ​ຍ້ອນ​ບາບ​ນັ້ນ. ຢ່າ​ເຂົ້າໃຈ​ຜິດ​ໃນ​ເລື່ອງ​ນີ້.


ເພາະ​ຜູ້ປົກຄອງ​ນັ້ນ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ເກີດຜົນ​ປະໂຫຍດ​ສຳລັບ​ເຈົ້າ, ແຕ່​ຖ້າ​ເຈົ້າ​ເຮັດ​ການ​ຊົ່ວ ເຈົ້າ​ຈົ່ງ​ຢ້ານ​ເພິ່ນ ເພາະ​ຜູ້ປົກຄອງ​ນັ້ນ ບໍ່ໄດ້​ຖື​ດາບ​ໄວ້​ລ້າໆ, ແຕ່​ເພິ່ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ດຳເນີນ​ການ​ຕັດສິນ​ລົງໂທດ​ແກ່​ທຸກຄົນ​ທີ່​ເຮັດ​ການ​ຊົ່ວ.


ອາເລັກຊັນເດີ​ຊ່າງ​ທອງແດງ​ນັ້ນ ໄດ້​ເຮັດ​ຮ້າຍ​ຕໍ່​ເຮົາ​ຫລາຍ​ຢ່າງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ຕອບແທນ​ໃຫ້​ສົມກັບ​ການ​ທີ່​ລາວ​ເຮັດ​ນັ້ນ.


ພຣະເຈົ້າ​ຍັງ​ໄດ້​ເຮັດ​ໃຫ້​ຊາວ​ຊີເຄມ​ທົນທຸກ ຍ້ອນ​ຜົນກຳ​ແຫ່ງ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ ຊຶ່ງ​ເປັນ​ໄປ​ຕາມ​ທີ່​ໂຢທາມ​ລູກຊາຍ​ຂອງ​ກີເດໂອນ ໄດ້​ບອກ​ໄວ້​ວ່າ​ຈະ​ເກີດຂຶ້ນ ຕອນ​ທີ່​ລາວ​ສາບແຊ່ງ​ພວກເຂົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka