36 ເມື່ອປະຊາຊົນເຫັນເຊັ່ນນີ້ ພວກເຂົາກໍມີຄວາມພໍໃຈໃນຕົວເພິ່ນ. ທຸກສິ່ງທີ່ກະສັດໄດ້ເຮັດລົງໄປນັ້ນເປັນທີ່ພໍໃຈປະຊາຊົນ.
ຄົນນຳຂ່າວໄດ້ມາລາຍງານຕໍ່ກະສັດດາວິດວ່າ, “ຊາວອິດສະຣາເອນກຳລັງປະຕິຍານຕົນຈົງຮັກພັກດີຕໍ່ອັບຊາໂລມ.”
ລາວປະຕິບັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນ ທີ່ມາຫາກະສັດເພື່ອໃຫ້ເພິ່ນຕັດສິນຄວາມໃຫ້; ດັ່ງນັ້ນ ພວກເຂົາຈຶ່ງມີຄວາມຈົງຮັກພັກດີຕໍ່ລາວ.
ຕະຫລອດທັງວັນ ປະຊາຊົນທັງໝົດໄດ້ພະຍາຍາມໃຫ້ກະສັດດາວິດກິນອາຫານ, ແຕ່ເພິ່ນກັບສັນຍາຢ່າງໜັກແໜ້ນວ່າ, “ຂໍໃຫ້ພຣະເຈົ້າລົງໂທດຂ້ານ້ອຍເຖິງຕາຍເຖີດ ຖ້າຂ້ານ້ອຍກິນສິ່ງໃດສິ່ງໜຶ່ງກ່ອນຕາເວັນຕົກດິນ.”
ຄົນຂອງກະສັດດາວິດທຸກຄົນກັບປະຊາຊົນທັງໝົດຂອງຊາດອິດສະຣາເອນ ຕ່າງກໍເຂົ້າໃຈວ່າ ກະສັດບໍ່ມີສ່ວນຮູ້ເຫັນໃດໆໃນການລອບສັງຫານອັບເນລູກຊາຍຂອງເນຣະ.
ມະນຸດຊາດລ້ວນແຕ່ປຽບດັ່ງລົມຫາຍໃຈ ຜູ້ໃຫຍ່ຫລືຜູ້ນ້ອຍກໍຕາມ ໄຮ້ຄ່າເໝືອນກັນ. ເມື່ອນຳພວກເຂົາມາຊັ່ງເບິ່ງກໍບໍ່ມີນໍ້າໜັກຫຍັງເລີຍ ພວກເຂົາເບົາກວ່າລົມຫາຍໃຈອີກຊໍ້າ.
ປະຊາຊົນຕ່າງກໍງຶດປະຫລາດໃຈຫລາຍຈຶ່ງເວົ້າກັນວ່າ, “ທຸກສິ່ງທີ່ທ່ານໄດ້ເຮັດ ລ້ວນແຕ່ເປັນການດີທັງສິ້ນ ແມ່ນແຕ່ຄົນຫູໜວກທ່ານກໍເຮັດໃຫ້ໄດ້ຍິນ ແລະຄົນປາກກືກກໍເຮັດໃຫ້ປາກໄດ້.”