Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 3:32 - ພຣະຄຳພີສັກສິ

32 ຊາກສົບ​ຂອງ​ອັບເນ​ໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ເຮັບໂຣນ. ທີ່​ຂຸມຝັງສົບ ກະສັດ​ໄດ້​ຮ້ອງໄຫ້​ສຽງດັງ ແລະ​ປະຊາຊົນ​ກໍ​ຮ້ອງໄຫ້​ເຊັ່ນດຽວ​ກັນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 3:32
8 Jak'a apnaqawi uñst'ayäwi  

ພວກເຂົາ​ຮ້ອງໄຫ້​ເສຍໃຈ​ແລະ​ໄວ້ທຸກ​ທັງ​ອົດ​ອາຫານ​ຈົນ​ຮອດ​ຄໍ່າ ໃຫ້​ກະສັດ​ໂຊນ​ແລະ​ໂຢນາທານ​ລູກຊາຍ​ຂອງ​ເພິ່ນ ແລະ​ກອງທັບ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ເພາະ​ມີ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະໜາມຮົບ.


ເມື່ອ​ໄດ້ຍິນ​ດັ່ງນັ້ນ ກະສັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມທຸກໃຈ. ເພິ່ນ​ລຸກ​ຂຶ້ນ​ຍ່າງ​ໄປ​ພ້ອມ​ທັງ​ຮ້ອງໄຫ້ ແລະ​ຈົ່ມ​ວ່າ, “ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ ຖ້າ​ເປັນ​ໄປ​ໄດ້​ພໍ່​ເອງ​ຢາກ​ຈະ​ຕາຍ​ແທນ​ລູກ​ເສຍ ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ! ລູກຊາຍ​ຂອງ​ພໍ່​ເອີຍ!”


ກະສັດ​ດາວິດ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ພວກ​ທະຫານ​ຂອງ​ເພິ່ນ ຂ້າ​ເຣກາບ​ແລະ​ບາອານາ​ທັງ​ໃຫ້​ຕັດ​ມື​ແລະ​ຕີນ​ຂອງ​ພວກເຂົາ​ຖິ້ມ ແລະ​ແຂວນ​ຊາກສົບ​ຂອງ​ພວກເຂົາ​ໄວ້​ໃກ້​ສະນໍ້າ​ທີ່​ເມືອງ​ເຮັບໂຣນ. ສ່ວນ​ຫົວ​ອີຊະໂບເຊັດ​ນັ້ນ​ຖືກ​ນຳ​ໄປ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ອັບເນ​ທີ່​ເມືອງ​ເຮັບໂຣນ.


ບາບ​ຢ່າງນີ້ ສົມຄວນ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ເພາະ​ຫັກຫລັງ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ຂ້ອຍ​ບໍ່ເຄີຍ​ສົມນໍ້າໜ້າ ເມື່ອ​ສັດຕູ​ໄດ້​ທົນທຸກ ຫລື​ພໍໃຈ​ນຳ ທີ່​ພວກເຂົາ​ໄດ້​ປະສົບ​ຄວາມ​ຈິບຫາຍ.


ຢ່າ​ດີໃຈ​ເມື່ອ​ສັດຕູ​ຂອງເຈົ້າ​ໄດ້​ຮັບ​ໄພພິບັດ ແລະ​ຢ່າ​ດີໃຈ​ເມື່ອ​ລາວ​ສະດຸດ​ລົ້ມ.


ດາວິດ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ຈຶ່ງ​ຮ້ອງໄຫ້​ຈົນ​ອ່ອນເພຍ​ເສຍກຳລັງໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka