30 ໂຢອາບແລະອາບີໄຊນ້ອງຊາຍຂອງຕົນໄດ້ລອບສັງຫານອັບເນເພື່ອແກ້ແຄ້ນ ເພາະອັບເນໄດ້ຂ້າອາສາເຮນນ້ອງຊາຍຂອງພວກເຂົາໃນສະໜາມຮົບທີ່ກີເບໂອນ.
ເມື່ອພວກເຂົາມາຮອດໂງ່ນຫີນໃຫຍ່ທີ່ກີເບໂອນນັ້ນ, ອາມາສາໄດ້ມາພົບພວກເຂົາ. ໂຢອາບນຸ່ງເຄື່ອງອອກສູ້ຮົບໂດຍມີດາບຢູ່ໃນຝັກຄັດແອວໄວ້. ໃນຂະນະທີ່ໂຢອາບຍ່າງກ້າວເຂົ້າມານັ້ນ ດາບຂອງລາວຫລຸດລົງ.
ຜູ້ມີໂທດຖານຂ້າຄົນ ກໍກຳລັງແລ່ນໄປສູ່ຂຸມຝັງສົບຢ່າພະຍາຍາມຢັບຢັ້ງລາວໄວ້.
ພີ່ນ້ອງຜູ້ໃກ້ຊິດຂອງຜູ້ຕາຍຕ້ອງຮັບຜິດຊອບ ລົງໂທດຜູ້ຂ້າຄົນນັ້ນໃຫ້ເຖິງຕາຍ. ເມື່ອຫາຕົວພົບເມື່ອໃດ ໃຫ້ຂ້າຖິ້ມເມື່ອນັ້ນ.
ເມື່ອຊາວພື້ນເມືອງຂອງເກາະນີ້ ເຫັນງູຫ້ອຍຢູ່ທີ່ມືຂອງໂປໂລ ພວກເຂົາຈຶ່ງເວົ້າກັນວ່າ, “ຄົນນີ້ຄົງເປັນຜູ້ຂ້າຄົນ ເພາະເວນກຳຍັງນຳມາສະໜອງເອົາຊີວິດລາວຢູ່ ເຖິງແມ່ນວ່າລາວພົ້ນຈາກທະເລແລ້ວກໍຕາມ.”