Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 3:3 - ພຣະຄຳພີສັກສິ

3 ກີເລອາບ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ອາບີກາຍ​ຊາວ​ກາເມນ ເມຍ​ໝ້າຍ​ຂອງ​ນາບານ; ອັບຊາໂລມ ຜູ້​ທີ່​ເປັນ​ແມ່​ແມ່ນ​ນາງ​ມາອາກາ ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເກຊູ;

Uka jalj uñjjattʼäta Copia luraña




2 ຊາມູເອນ 3:3
22 Jak'a apnaqawi uñst'ayäwi  

ອັບຊາໂລມ​ລູກຊາຍ​ຂອງ​ກະສັດ​ດາວິດ​ມີ​ນ້ອງສາວ​ຄົນ​ໜຶ່ງ​ທີ່​ງາມ​ຫລາຍ ແລະ​ຍັງ​ບໍ່​ທັນ​ໄດ້​ແຕ່ງງານ​ເທື່ອ​ຊື່​ວ່າ ຕາມາ. ອຳໂນນ​ລູກຊາຍ​ຄົນອື່ນ​ອີກ​ຂອງ​ກະສັດ​ດາວິດ​ຫລົງ​ຮັກ​ກັບ​ນາງ.


ແລ້ວ​ລາວ​ກໍ​ລຸກ​ຂຶ້ນ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ເກຊູ ແລະ​ນຳ​ເອົາ​ອັບຊາໂລມ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ.


ເຖິງ​ຢ່າງ​ໃດ​ກໍຕາມ ກະສັດ​ໄດ້​ອອກ​ຄຳສັ່ງ​ບໍ່​ໃຫ້​ອັບຊາໂລມ​ຢູ່​ໃນ​ຣາຊວັງ​ຕໍ່ໄປ. ເພິ່ນ​ກ່າວ​ວ່າ, “ເຮົາ​ບໍ່​ຢາກ​ເຫັນ​ໜ້າ​ລາວ.” ດັ່ງນັ້ນ ອັບຊາໂລມ​ຈຶ່ງ​ຢູ່​ໃນ​ເຮືອນ​ຂອງ​ຕົນເອງ ແລະ​ບໍ່ໄດ້​ມາ​ປາກົດ​ຕົວ​ຕໍ່ໜ້າ​ກະສັດ.


ອັບຊາໂລມ​ຕອບ​ວ່າ, “ກໍ​ເພາະ​ເຈົ້າ​ບໍ່​ຍອມ​ມາ ເມື່ອ​ຂ້ອຍ​ສົ່ງ​ຄົນ​ໄປ​ເອີ້ນ​ເຈົ້າ. ຂ້ອຍ​ຢາກ​ໃຫ້​ເຈົ້າ​ໄປ​ຫາ​ກະສັດ ແລະ​ຖາມ​ເພິ່ນ​ໃຫ້​ຂ້ອຍ​ວ່າ, ‘ເຫດໃດ​ຂ້ອຍ​ຈຶ່ງ​ຈາກ​ເມືອງ​ເກຊູ​ມາ​ຢູ່​ທີ່​ນີ້? ຖ້າ​ຂ້ອຍ​ຢູ່​ພຸ້ນ​ຄົງ​ຈະ​ເປັນ​ການ​ດີກວ່າ.’ ດຽວນີ້ ຂ້ອຍ​ຢາກ​ໃຫ້​ເຈົ້າ​ຫາທາງ​ໃຫ້​ຂ້ອຍ​ໄດ້​ເຂົ້າ​ໄປ​ພົບ​ກະສັດ ແລະ​ຖ້າ​ຂ້ອຍ​ເປັນ​ຄົນ​ຜິດ​ກໍ​ໃຫ້​ເພິ່ນ​ຂ້າ​ຂ້ອຍ​ເສຍ.”


ຫລັງຈາກ​ນັ້ນ​ມາ​ສີ່​ປີ ອັບຊາໂລມ​ໄດ້​ເວົ້າ​ກັບ​ກະສັດ​ດາວິດ​ວ່າ, “ຂໍ​ຊົງ​ໂຜດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄປ​ເມືອງ​ເຮັບໂຣນ​ແດ່ທ້ອນ ເພື່ອ​ໄປ​ປະຕິບັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າຢາເວ.


ເມື່ອ​ຂ້ານ້ອຍ​ຢູ່​ທີ່​ເມືອງ​ເກຊູ​ໃນ​ຊີເຣຍ​ນັ້ນ ຂ້ານ້ອຍ​ໄດ້​ສາບານ​ໄວ້​ວ່າ, ຖ້າ​ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ຂ້ານ້ອຍ​ຈະ​ນະມັດສະການ​ພຣະເຈົ້າຢາເວ​ທີ່​ເມືອງ​ເຮັບໂຣນ.”


ເມື່ອ​ໄດ້ຍິນ​ດັ່ງນັ້ນ ກະສັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມທຸກໃຈ. ເພິ່ນ​ລຸກ​ຂຶ້ນ​ຍ່າງ​ໄປ​ພ້ອມ​ທັງ​ຮ້ອງໄຫ້ ແລະ​ຈົ່ມ​ວ່າ, “ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ ຖ້າ​ເປັນ​ໄປ​ໄດ້​ພໍ່​ເອງ​ຢາກ​ຈະ​ຕາຍ​ແທນ​ລູກ​ເສຍ ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ! ລູກຊາຍ​ຂອງ​ພໍ່​ເອີຍ!”


ດັ່ງນັ້ນ ດາວິດ​ຈຶ່ງ​ໄປ​ທີ່​ເມືອງ​ເຮັບໂຣນ​ພ້ອມ​ເມຍ​ທັງສອງ​ຂອງຕົນ ຄື​ອາຮີໂນອາມ​ຊາວ​ຢິດຊະເຣນ ແລະ​ອາບີກາຍ​ເມຍ​ໝ້າຍ​ສາວ​ຂອງ​ນາບານ​ຊາວ​ກາເມນ.


ລາວ​ຕອບ​ວ່າ, “ເຈົ້າ​ຄົງ​ຮູ້​ແລ້ວ​ວ່າ ຂ້ອຍ​ຄວນ​ຈະ​ໄດ້​ເປັນ​ກະສັດ ແລະ​ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ກໍ​ມີ​ຄວາມຫວັງ​ຢ່າງ​ນັ້ນ, ແຕ່​ເຫດການ​ກັບ​ກາຍ​ມາ​ເປັນ​ຢ່າງ​ອື່ນ ຄື​ນ້ອງຊາຍ​ຂອງ​ຂ້ອຍ​ໄດ້​ຂຶ້ນ​ເປັນ​ກະສັດ ເພາະ​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ.


ຕໍ່ໄປນີ້​ແມ່ນ​ລູກຊາຍ​ຂອງ​ກະສັດ​ດາວິດ​ຕາມ​ລຳດັບ​ອາຍຸ ເກີດ​ໃນ​ເວລາ​ທີ່​ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຮັບໂຣນ ມີ​ດັ່ງນີ້: ອຳໂນນ ມີ​ແມ່​ຊື່​ນາງ​ອາຮີໂນອາມ ຊາວ​ຢິດຊະເຣນ ດານີເອນ ມີ​ແມ່​ຊື່​ນາງ​ອາບີກາຍ ຊາວ​ກາເມນ


ອັບຊາໂລມ ມີ​ແມ່​ຊື່​ນາງ​ມາອາກາ ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເມືອງ​ເກຊູ ອາໂດນີຢາ ມີ​ແມ່​ຊື່​ນາງ​ຮັກກິດ


ຢາອີ​ຜູ້​ທີ່​ເປັນ​ຄົນ​ໃນ​ເຜົ່າ​ມານາເຊ ໄດ້​ຢຶດຄອງ​ຂົງ​ເຂດ​ອັກໂກບ​ທັງໝົດ ຄື​ບາຊານ ໄກ​ອອກ​ໄປ​ຈົນ​ຮອດ​ຊາຍແດນ​ຂອງ​ເກຊູ​ແລະ​ມາອາກາ. ລາວ​ໃສ່​ຊື່​ໝູ່ບ້ານ​ເຫຼົ່ານັ້ນ​ຕາມ​ຊື່​ຂອງຕົນ ຊຶ່ງ​ຍັງ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ໝູ່ບ້ານ​ຂອງ​ຢາອີ.)


ເຖິງ​ຢ່າງ​ໃດ​ກໍຕາມ ຊາວ​ອິດສະຣາເອນ​ບໍ່ໄດ້​ຂັບໄລ່​ພວກ​ເກຊູ ແລະ​ພວກ​ມາອາກາ​ໃຫ້​ອອກ​ໄປ, ແຕ່​ພວກ​ນີ້​ຍັງ​ຢູ່​ຕາມ​ດິນແດນ​ອິດສະຣາເອນ​ຕໍ່ໄປ.


ແລ້ວ​ນາງ​ກໍ​ຟ້າວ​ລຸກ​ຂຶ້ນ ແລະ​ຂີ່​ລໍ​ໄປ​ພ້ອມ​ດ້ວຍ​ສາວໃຊ້​ຫ້າ​ຄົນ. ນາງ​ໄປ​ກັບ​ພວກ​ຄົນ​ຮັບໃຊ້​ຂອງ​ດາວິດ ແລະ​ກາຍເປັນ​ເມຍ​ຂອງ​ເພິ່ນ.


ໃນ​ສະໄໝ​ນັ້ນ ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ກໍໄດ້​ໂຈມຕີ​ຊາວ​ເກຊູ, ຊາວ​ກີຣິຊີ ແລະ​ຊາວ​ອາມາເຫຼັກ ຊຶ່ງ​ເປັນ​ພວກ​ທີ່​ຢູ່​ໃນ​ດິນແດນ​ນັ້ນ​ດົນນານ​ມາ​ແລ້ວ. ເພິ່ນ​ໄດ້​ຫລອນ​ໂຈມຕີ​ດິນແດນ​ຂອງ​ພວກເຂົາ ໄປ​ຈົນເຖິງ​ເມືອງ​ຊູເຣ​ແລະ​ລົງ​ໄປ​ເຖິງ​ດິນແດນ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka