2 ຊາມູເອນ 3:25 - ພຣະຄຳພີສັກສິ25 ທ່ານເອງຄົງຮູ້ດີວ່າອັບເນລູກຊາຍຂອງເນຣະມານີ້ເພື່ອລໍ້ລວງທ່ານ ແລະເພື່ອສືບເອົາເລື່ອງຕ່າງໆທີ່ທ່ານເຮັດ ຕະຫລອດທັງທຸກບ່ອນທີ່ທ່ານໄປ.” Uka jalj uñjjattʼäta |
ບັນດາຜູ້ນຳຊາວອຳໂມນກໍໄປບອກກະສັດຂອງພວກຕົນວ່າ, “ທ່ານຄິດເຫັນຢ່າງໃດທີ່ກະສັດດາວິດສົ່ງຄະນະທູດ ມາສະແດງຄວາມເສຍໃຈນຳທ່ານໃນເວລາເຊັ່ນນີ້ ເພື່ອເປັນການໃຫ້ກຽດແກ່ພໍ່ຂອງທ່ານຊັ້ນບໍ? ຄົງບໍ່ເປັນດັ່ງນັ້ນດອກ ເພິ່ນສົ່ງພວກເຫຼົ່ານີ້ມາສອດແນມເບິ່ງບ້ານເມືອງເພື່ອເອົາຊະນະພວກເຮົາ.”
ຈົນກວ່າຂ້າພະເຈົ້າຈະຈັດຫາບ່ອນໃຫ້ພວກທ່ານຕັ້ງຖິ່ນຖານຢູ່ໃນປະເທດໜຶ່ງ ຊຶ່ງຄ້າຍຄືກັບປະເທດຂອງພວກທ່ານເອງ ບ່ອນທີ່ມີສວນອະງຸ່ນເພື່ອເຮັດເຫຼົ້າອະງຸ່ນ ແລະມີເຂົ້າເພື່ອເຮັດເຂົ້າຈີ່; ເປັນດິນແດນແຫ່ງໝາກກອກເທດ, ນໍ້າມັນໝາກກອກ ແລະນໍ້າເຜິ້ງ. ຖ້າພວກທ່ານປະຕິບັດຕາມຄຳສັ່ງຂອງເພິ່ນ ພວກທ່ານກໍຈະບໍ່ຕາຍແຕ່ມີຊີວິດຢູ່. ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງພວກທ່ານໃຫ້ຄິດວ່າ ພຣະເຈົ້າຢາເວຈະຊ່ວຍກູ້ເອົາພວກທ່ານ.