Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 3:24 - ພຣະຄຳພີສັກສິ

24 ດັ່ງນັ້ນ ໂຢອາບ​ຈຶ່ງ​ໄປ​ຖາມ​ກະສັດ​ວ່າ, “ອັບເນ​ໄດ້​ມາ​ຫາ​ທ່ານ ເປັນຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ລາວ​ກັບຄືນ​ໄປ​ຢ່າງ​ນັ້ນ? ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ເຊັ່ນນີ້?

Uka jalj uñjjattʼäta Copia luraña




2 ຊາມູເອນ 3:24
8 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ເອຢິບ​ກໍ​ເອີ້ນ​ອັບຣາມ​ມາ ແລະ​ສອບຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ແບບ​ນີ້? ເປັນຫຍັງ​ຈຶ່ງ​ບໍ່​ບອກ​ເຮົາ​ວ່າ ນາງ​ເປັນ​ເມຍ​ຂອງ​ເຈົ້າ?


ເມື່ອ​ໂຢອາບ​ແລະ​ຄົນ​ຂອງ​ລາວ​ມາ​ຮອດ ໄດ້​ມີ​ຄົນ​ມາ​ບອກ​ໂຢອາບ​ວ່າ, ອັບເນ​ລູກຊາຍ​ຂອງ​ເນຣະ​ໄດ້​ມາ​ຫາ​ກະສັດ ແລະ​ເພິ່ນ​ໄດ້​ສົ່ງ​ລາວ​ກັບ​ເມືອ ໂດຍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ລາວ.


ທ່ານ​ເອງ​ຄົງ​ຮູ້​ດີ​ວ່າ​ອັບເນ​ລູກຊາຍ​ຂອງ​ເນຣະ​ມາ​ນີ້​ເພື່ອ​ລໍ້ລວງ​ທ່ານ ແລະ​ເພື່ອ​ສືບ​ເອົາ​ເລື່ອງ​ຕ່າງໆ​ທີ່​ທ່ານ​ເຮັດ ຕະຫລອດ​ທັງ​ທຸກ​ບ່ອນ​ທີ່​ທ່ານ​ໄປ.”


ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ກະສັດ​ທີ່​ພຣະເຈົ້າ​ໄດ້​ຊົງ​ຫົດສົງ, ແຕ່​ເຮົາ​ກໍ​ຮູ້​ສຶກ​ອ່ອນແອ​ໃນວັນນີ້. ພວກ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ນີ້​ຊ່າງ​ໂຫດຮ້າຍ​ແກ່​ເຮົາ​ແທ້ນໍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຄາດຕະກອນ​ເຫຼົ່ານີ້ ຕາມ​ທີ່​ພວກເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ.”


ເລື່ອງ​ນີ້​ພາ​ໃຫ້​ອັບເນ​ໂກດຮ້າຍ​ທີ່ສຸດ ລາວ​ຈຶ່ງ​ຮ້ອງ​ອອກ​ມາ​ວ່າ, “ເຈົ້າ​ຄິດ​ວ່າ​ຂ້ອຍ​ທໍລະຍົດ​ຕໍ່​ກະສັດ​ໂຊນ​ຊັ້ນບໍ? ເຈົ້າ​ຄິດ​ວ່າ​ຂ້ອຍ​ກຳລັງ​ຮັບໃຊ້​ຢູດາ​ຊັ້ນບໍ? ແຕ່​ໃດໆ​ມາ ຂ້ອຍ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ​ຕໍ່​ພໍ່​ຂອງ​ເຈົ້າ, ຕໍ່​ອ້າຍ​ນ້ອງ​ຂອງ​ເພິ່ນ ແລະ​ຕໍ່​ໝູ່ເພື່ອນ​ຂອງ​ເພິ່ນ ແລະ​ຂ້ອຍ​ໄດ້​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້ ບໍ່​ໃຫ້​ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ດາວິດ, ແຕ່​ເຖິງ​ປານນັ້ນ ໃນວັນນີ້​ເຈົ້າ​ຍັງ​ຊອກ​ຫາ​ຄວາມຜິດ​ໃສ່​ຂ້ອຍ​ກ່ຽວກັບ​ເລື່ອງ​ຜູ້ຍິງ​ຊັ້ນບໍ?


ແລ້ວ​ເຈົ້າ​ບາຫລາກ​ກໍ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກະທຳ​ຕໍ່​ເຮົາ​ແບບນີ້? ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ທີ່ນີ້​ເພື່ອ​ໃຫ້​ເຈົ້າ​ສາບແຊ່ງ​ສັດຕູ​ຂອງ​ເຮົາ, ແຕ່​ເຈົ້າ​ກັບ​ມາ​ອວຍພອນ​ພວກເຂົາ​ແທນ.”


ປີລາດ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ຊາດ​ຢິວ​ຊັ້ນບໍ? ແມ່ນ​ຄົນ​ຂອງ​ຊາດ​ເຈົ້າ​ເອງ ແລະ​ພວກ​ມະຫາ​ປະໂຣຫິດ​ໄດ້​ມອບ​ເຈົ້າ​ໃຫ້​ຂ້ອຍ ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ແດ່?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka