23 ເມື່ອໂຢອາບແລະຄົນຂອງລາວມາຮອດ ໄດ້ມີຄົນມາບອກໂຢອາບວ່າ, ອັບເນລູກຊາຍຂອງເນຣະໄດ້ມາຫາກະສັດ ແລະເພິ່ນໄດ້ສົ່ງລາວກັບເມືອ ໂດຍຮັບຮອງຄວາມປອດໄພໃຫ້ແກ່ລາວ.
ຕໍ່ມາ ໂຢອາບແລະບັນດາຂ້າຣາຊການຄົນອື່ນໆຂອງດາວິດ ກໍກັບມາແຕ່ການປຸ້ນສະດົມ. ພວກເຂົານຳເອົາສິ່ງຂອງຢ່າງຫລວງຫລາຍທີ່ຢຶດໄດ້ມາ, ແຕ່ອັບເນບໍ່ໄດ້ຢູ່ໃນເມືອງເຮັບໂຣນກັບດາວິດ ເພາະເພິ່ນໄດ້ສົ່ງລາວກັບເມືອໂດຍຮັບຮອງຄວາມປອດໄພໃຫ້ແກ່ລາວແລ້ວ.
ດັ່ງນັ້ນ ໂຢອາບຈຶ່ງໄປຖາມກະສັດວ່າ, “ອັບເນໄດ້ມາຫາທ່ານ ເປັນຫຍັງທ່ານຈຶ່ງປ່ອຍໃຫ້ລາວກັບຄືນໄປຢ່າງນັ້ນ? ເປັນຫຍັງທ່ານຈຶ່ງເຮັດເຊັ່ນນີ້?
ຄົນດີຖືກລົງໂທດ ເພາະຄວາມຍຸດຕິທຳຖືກບິດເບືອນ, ຄົນບໍ່ມີຄວາມຜິດຖືກປັບໄໝ ແມ່ນບໍ່ເປັນການຖືກຕ້ອງ.
ເມຍຂອງກະສັດໂຊນຊື່ວ່າ ອາຮີໂນອາມລູກສາວຂອງອາຮີມາອາດ; ຜູ້ບັນຊາການກອງທັບແມ່ນຍາດຕິພີ່ນ້ອງຂອງເພິ່ນຊື່ວ່າ ອັບເນ; ລາວແມ່ນລູກຊາຍຂອງເນຣະຜູ້ເປັນລູງຂອງໂຊນ.