Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 3:21 - ພຣະຄຳພີສັກສິ

21 ອັບເນ​ບອກ​ດາວິດ​ວ່າ, “ບັດນີ້ ຂ້ານ້ອຍ​ຈະ​ຕ້ອງ​ໄປ​ຮວບຮວມ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ໃຫ້​ທ່ານ. ພວກເຂົາ​ຈະ​ຍອມ​ຮັບ​ເອົາ​ທ່ານ​ໃຫ້​ເປັນ​ກະສັດ ແລະ​ທ່ານ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ທ່ານ​ໄດ້​ຕັ້ງໃຈ​ໄວ້​ນານ​ມາ​ແລ້ວ ແລະ​ຈະ​ໄດ້​ປົກຄອງ​ດິນແດນ​ທັງໝົດ.” ແລ້ວ​ດາວິດ​ກໍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ອັບເນ ແລະ​ສົ່ງ​ລາວ​ກັບ​ເມືອ.

Uka jalj uñjjattʼäta Copia luraña




2 ຊາມູເອນ 3:21
8 Jak'a apnaqawi uñst'ayäwi  

ຢູ່​ໃນ​ເມືອງ​ນີ້ ອັບເນ​ໄດ້​ແຕ່ງຕັ້ງ​ອີຊະໂບເຊັດ​ໃຫ້​ເປັນ​ກະສັດ​ປົກຄອງ ເຂດແດນ​ກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະ​ທົ່ວ​ທັງ​ດິນແດນ​ອິດສະຣາເອນ​ອີກ​ດ້ວຍ.


ໃນ​ເວລາ​ນັ້ນ ດາວິດ​ຍັງ​ຢູ່​ໃນ​ເມືອງ​ເຮັບໂຣນ ອັບເນ​ຈຶ່ງ​ໄດ້​ສົ່ງ​ຜູ້ນຳ​ຂ່າວ​ໄປ​ຫາ​ເພິ່ນ​ເພື່ອ​ບອກ​ວ່າ, “ແມ່ນ​ຜູ້ໃດ​ຈະ​ປົກຄອງ​ດິນແດນ​ນີ້? ຈົ່ງ​ຕົກລົງ​ກັບ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ຊ່ວຍ​ນຳ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ເປັນ​ຝ່າຍ​ຂອງທ່ານ.”


ເມື່ອ​ອັບເນ​ພ້ອມ​ທັງ​ຊາຍ​ຊາວ​ຄົນ​ໄດ້​ມາ​ຫາ​ດາວິດ​ນັ້ນ ເພິ່ນ​ໄດ້​ຈັດ​ງານລ້ຽງ​ພວກເຂົາ.


ດັ່ງນັ້ນ ເມື່ອ​ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ​ນັ້ນ ເພິ່ນ​ຈຶ່ງ​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ; ແລ້ວ​ພວກ​ຜູ້ນຳ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ.


ເຢໂຣໂບອາມ​ເອີຍ ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ກະສັດ​ຂອງ​ອິດສະຣາເອນ ແລະ​ເຈົ້າ​ຈະ​ປົກຄອງ​ທົ່ວ​ທັງ​ເຂດແດນ​ຕາມ​ທີ່​ເຈົ້າ​ຕ້ອງການ.


ຂໍ​ພຣະອົງ​ໂຜດ​ໃຫ້​ຕາມ​ທີ່​ທ່ານ​ປາຖະໜາ ແລະ​ນຳພາ​ແຜນການ​ທຸກຢ່າງ​ໃຫ້​ສຳເລັດ.


ສ່ວນ​ຄົນອື່ນໆ ຕ່າງ​ກໍ​ຫ່ວງ​ນຳ​ແຕ່​ທຸລະ​ສ່ວນຕົວ​ຂອງຕົນ ບໍ່​ຫ່ວງ​ນຳ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka