Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 3:16 - ພຣະຄຳພີສັກສິ

16 ສ່ວນ​ປານຕີເອນ​ກໍ​ຮ້ອງໄຫ້​ຕາມ​ເມຍ​ຂອງຕົນ​ໄປ​ຈົນເຖິງ​ເມືອງ​ບາຮູຣິມ. ແຕ່​ເມື່ອ​ອັບເນ​ບອກ​ລາວ​ວ່າ, “ຈົ່ງ​ກັບ​ເມືອ​ສາ.” ລາວ​ຈຶ່ງ​ກັບ​ເມືອ.

Uka jalj uñjjattʼäta Copia luraña




2 ຊາມູເອນ 3:16
9 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ດາວິດ​ໄປ​ຮອດ​ເມືອງ​ບາຮູຣິມ​ພີ່ນ້ອງ​ຄົນ​ໜຶ່ງ​ຂອງ​ກະສັດ​ໂຊນ ຊີເມອີ​ລູກຊາຍ​ຂອງ​ເກຣາ ກໍ​ອອກ​ມາ​ພົບ​ກະສັດ​ດາວິດ​ພ້ອມ​ທັງ​ປ້ອຍດ່າ​ເພິ່ນ.


ແຕ່​ໃນ​ມື້​ໜຶ່ງ ມີ​ຊາຍໜຸ່ມ​ຜູ້ໜຶ່ງ​ໄດ້​ມາ​ເຫັນ​ພວກເຂົາ, ຈຶ່ງ​ໄປ​ບອກ​ໃຫ້​ອັບຊາໂລມ​ຮູ້. ດັ່ງນັ້ນ ໂຢນາທານ​ແລະ​ອາຮີມາອາດ​ຈຶ່ງ​ຟ້າວ​ໄປ​ລີ້​ຢູ່​ໃນ​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ທີ່​ບາຮູຣິມ. ຊາຍ​ຄົນ​ນີ້​ມີ​ນໍ້າສ້າງ​ຢູ່​ແປະ​ເຮືອນ ແລະ​ທັງສອງ​ຈຶ່ງ​ລົງ​ໄປ​ລີ້​ຢູ່​ໃນ​ນໍ້າສ້າງ​ນັ້ນ.


ໃນ​ເວລາ​ດຽວກັນ​ນັ້ນ ຊີເມອີ​ຄົນ​ເບັນຢາມິນ ແລະ​ເປັນ​ລູກຊາຍ​ຂອງ​ເກຣາ ຊາວ​ເມືອງ​ບາຮູຣິມ​ຈຶ່ງ​ຟ້າວ​ເຂົ້າ​ພົບ​ກະສັດ​ດາວິດ​ທີ່​ແມ່ນໍ້າ​ຈໍແດນ.


ມີ​ພັນ​ຄົນ​ຈາກ​ຕະກຸນ​ເບັນຢາມິນ​ໄປ​ກັບ​ລາວ. ຊີບາ ຄົນ​ຮັບໃຊ້​ປະຈຳ​ຄອບຄົວ​ຂອງ​ກະສັດ​ໂຊນ​ພ້ອມ​ກັບ​ລູກຊາຍ​ສິບຫ້າ​ຄົນ ແລະ​ຄົນ​ຮັບໃຊ້​ອີກ​ຊາວ​ຄົນ ກໍໄດ້​ມາ​ຄື​ກັນ. ພວກ​ເຫຼົ່ານີ້​ມາ​ຮອດ​ແມ່ນໍ້າ​ຈໍແດນ​ກ່ອນ​ກະສັດ​ດາວິດ.


ອາບີອານໂບນ ຊາວ​ອາຣະບາ; ອາຊະມາເວດ ຊາວ​ບາຮູຣິມ.


ສະນັ້ນ ອີຊະໂບເຊັດ​ຈຶ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ນາງ​ມີການ​ມາ​ແຕ່​ເຮືອນ​ຜົວ​ຂອງ​ນາງ​ຄື​ປານຕີເອນ​ລູກຊາຍ​ລາອິດ.


ຍັງ​ມີ​ອີກ​ຜູ້ໜຶ່ງ​ຊື່​ວ່າ​ຊີເມອີ ລູກຊາຍ​ຂອງ​ເກຣາ​ຊາວ​ເບັນຢາມິນ​ຈາກ​ເມືອງ​ບາຮູຣິມ. ເມື່ອ​ພໍ່​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ມະຫານາອິມ ລາວ​ໄດ້​ປ້ອຍດ່າ​ພໍ່​ຢ່າງ​ເຈັບແສບ. ແຕ່​ເມື່ອ​ລາວ​ໄດ້​ພົບ​ພໍ່​ທີ່​ແມ່ນໍ້າ​ຈໍແດນ ພໍ່​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ໂດຍ​ພຣະເຈົ້າຢາເວ​ວ່າ ພໍ່​ຈະ​ບໍ່​ຂ້າ​ລາວ.


ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ຈຶ່ງ​ອອກ​ຈາກ​ເມືອງ​ມີຊະປາ​ໄປ​ພົບ​ພວກເຂົາ ທັງ​ຮ້ອງໄຫ້​ດ້ວຍ. ເມື່ອ​ມາ​ເຖິງ​ພວກເຂົາ​ແລ້ວ ລາວ​ຈຶ່ງ​ເວົ້າ​ວ່າ, “ເຊີນ​ເຂົ້າ​ມາ​ເບິ່ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka