Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 3:14 - ພຣະຄຳພີສັກສິ

14 ຝ່າຍ​ດາວິດ​ຍັງ​ໄດ້​ສົ່ງ​ຄົນນຳຂ່າວ​ໄປ​ບອກ​ອີຊະໂບເຊັດ​ວ່າ, “ຂໍ​ໃຫ້​ສົ່ງ​ມີການ ເມຍ​ຂອງເຮົາ​ມາ​ໃຫ້​ເຮົາ. ເຮົາ​ໄດ້​ເອົາ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ລັບ​ຊາຍ​ຟີລິດສະຕິນ​ຮ້ອຍ​ຄົນ ເປັນ​ຄ່າ​ດອງ​ເພື່ອ​ເອົາ​ນາງ​ເປັນ​ເມຍ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 3:14
7 Jak'a apnaqawi uñst'ayäwi  

ອີຊະໂບເຊັດ​ມີ​ອາຍຸ​ສີ່ສິບ​ປີ ເມື່ອ​ເພິ່ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ດິນແດນ​ເປັນ​ເວລາ​ສອງ​ປີ. ສ່ວນ​ເຜົ່າຢູດາ​ນັ້ນ​ຈົງຮັກ​ພັກດີ​ຕໍ່​ກະສັດ​ດາວິດ


ສະນັ້ນ ອີຊະໂບເຊັດ​ຈຶ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ນາງ​ມີການ​ມາ​ແຕ່​ເຮືອນ​ຜົວ​ຂອງ​ນາງ​ຄື​ປານຕີເອນ​ລູກຊາຍ​ລາອິດ.


ພໍ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ມາ​ໃນ​ເມືອງ​ຂອງ​ດາວິດ, ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ຄິດ​ກຽດຊັງ​ກະສັດ​ດາວິດ​ຢູ່ໃນ​ໃຈ ເພາະ​ນາງ​ແນມ​ໄປ​ທາງ​ປ່ອງຢ້ຽມ​ເຫັນ​ເພິ່ນ​ກຳລັງ​ຟ້ອນ ແລະ​ເຕັ້ນລຳ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ເລື່ອງ​ລາວ​ການ​ເກີດ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ດັ່ງນີ້: ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ກ່ອນ​ທີ່​ທັງສອງ​ໄດ້​ຢູ່ກິນ​ຮ່ວມ​ກັນ ນາງ​ໄດ້​ຕັ້ງທ້ອງ​ແລ້ວ ດ້ວຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


ແລ້ວ​ກະສັດ​ໂຊນ​ກໍໄດ້​ສັ່ງ​ພວກເຂົາ​ໃຫ້​ໄປ​ບອກ​ດາວິດ​ວ່າ, “ກະສັດ​ຕ້ອງການ​ຄ່າ​ດອງ​ຈາກ​ເຈົ້າ​ພຽງແຕ່​ໜັງ​ຫຸ້ມປາຍ​ອະໄວຍະວະ​ລັບ​ຂອງ​ຊາວ​ຟີລິດສະຕິນ​ໜຶ່ງຮ້ອຍ​ຄົນ​ເທົ່ານັ້ນ ເພື່ອ​ເປັນ​ການ​ລ້າງແຄ້ນ​ສັດຕູ​ຂອງ​ເພິ່ນ.” (ອັນນີ້​ຄື​ແຜນການ​ທີ່​ກະສັດ​ໂຊນ​ຢາກ​ໃຫ້​ດາວິດ​ຖືກ​ຂ້າ​ໂດຍ​ພວກ​ຟີລິດສະຕິນ.)


ດາວິດ​ແລະ​ທະຫານ​ຂອງຕົນ​ໄດ້​ຂ້າ​ພວກ​ຟີລິດສະຕິນ​ສອງຮ້ອຍ​ຄົນ. ລາວ​ໄດ້​ເອົາ​ໜັງ​ຫຸ້ມປາຍ​ອະໄວຍະວະ​ລັບ​ຂອງ​ພວກເຂົາ​ມາ​ໃຫ້​ກະສັດ​ໂຊນ ໂດຍ​ເອົາ​ອອກ​ມາ​ນັບ​ໃຫ້​ເພິ່ນ​ເບິ່ງ​ທັງໝົດ ເພື່ອ​ລາວ​ຈະ​ໄດ້​ເປັນ​ລູກ​ເຂີຍ​ຂອງ​ເພິ່ນ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ມອບ​ນາງ​ມີການ ລູກສາວ​ຂອງຕົນ​ໃຫ້​ແຕ່ງງານ​ກັບ​ດາວິດ.


ໃນ​ລະຫວ່າງ​ນັ້ນ ກະສັດ​ໂຊນ​ກໍໄດ້​ມອບ​ນາງ​ມີການ​ລູກສາວ​ຂອງຕົນ ທີ່​ເປັນ​ເມຍ​ຂອງ​ດາວິດ​ໃຫ້​ປານຕີ ລູກຊາຍ​ຂອງ​ລາອິດ ຊາວ​ການລິມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka