Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 3:12 - ພຣະຄຳພີສັກສິ

12 ໃນ​ເວລາ​ນັ້ນ ດາວິດ​ຍັງ​ຢູ່​ໃນ​ເມືອງ​ເຮັບໂຣນ ອັບເນ​ຈຶ່ງ​ໄດ້​ສົ່ງ​ຜູ້ນຳ​ຂ່າວ​ໄປ​ຫາ​ເພິ່ນ​ເພື່ອ​ບອກ​ວ່າ, “ແມ່ນ​ຜູ້ໃດ​ຈະ​ປົກຄອງ​ດິນແດນ​ນີ້? ຈົ່ງ​ຕົກລົງ​ກັບ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ຊ່ວຍ​ນຳ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ເປັນ​ຝ່າຍ​ຂອງທ່ານ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 3:12
15 Jak'a apnaqawi uñst'ayäwi  

ຄຳເວົ້າ​ຂອງ​ກະສັດ​ດາວິດ​ໄດ້​ຊະນະ​ຈິດໃຈ​ຊາວ​ຢູດາ​ທັງໝົດ; ສະນັ້ນ ພວກເຂົາ​ຈຶ່ງ​ມາ​ເຊີນ​ເອົາ​ເພິ່ນ​ກັບຄືນ​ເມືອ ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ​ດ້ວຍ.


ຕໍ່ມາ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ເປັນຫຍັງ​ພີ່ນ້ອງ​ຊາວ​ຢູດາ​ຈຶ່ງ​ມີ​ສິດ​ນຳ​ເອົາ​ທ່ານ, ຄອບຄົວ​ຂອງທ່ານ ແລະ​ທະຫານ​ຂອງທ່ານ​ຂ້າມ​ແມ່ນໍ້າ​ຈໍແດນ?”


ທ່ານ​ຄັດຄ້ານ​ຜູ້​ທີ່​ຮັກ​ທ່ານ ແລະ​ສະໜັບ​ສະໜູນ​ຜູ້​ທີ່​ກຽດຊັງ​ທ່ານ. ທ່ານ​ເຮັດ​ຢ່າງ​ນີ້​ກໍ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ນາຍ​ທະຫານ​ແລະ​ພວກ​ທະຫານ​ຂອງທ່ານ​ບໍ່ມີ​ຄວາມ​ສຳຄັນ​ຫຍັງ​ໝົດ​ສຳລັບ​ທ່ານ. ຂ້ານ້ອຍ​ຮູ້​ວ່າ​ໃນວັນນີ້ ຖ້າ​ອັບຊາໂລມ​ຍັງ​ມີ​ຊີວິດ​ຢູ່​ແລະ​ພວກ​ຂ້ານ້ອຍ​ທຸກຄົນ​ຕາຍໄປ ທ່ານ​ກໍ​ຄົງ​ຈະ​ພໍໃຈ.


ອີຊະໂບເຊັດ​ຢ້ານກົວ​ອັບເນ​ຫລາຍ​ຈົນ​ເວົ້າ​ບໍ່​ອອກ.


ດາວິດ​ຕອບ​ວ່າ, “ດີ​ແລ້ວ ເຮົາ​ຈະ​ເຮັດ​ສັນຍາ​ກັບ​ເຈົ້າ, ແຕ່​ມີ​ເງື່ອນໄຂ​ຢູ່​ວ່າ​ເມື່ອ​ເຈົ້າ​ມາ​ພົບ​ເຮົາ ໃຫ້​ເຈົ້າ​ນຳ​ເອົາ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ມາ​ໃຫ້​ເຮົາ.”


ອັບເນ​ບອກ​ດາວິດ​ວ່າ, “ບັດນີ້ ຂ້ານ້ອຍ​ຈະ​ຕ້ອງ​ໄປ​ຮວບຮວມ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ໃຫ້​ທ່ານ. ພວກເຂົາ​ຈະ​ຍອມ​ຮັບ​ເອົາ​ທ່ານ​ໃຫ້​ເປັນ​ກະສັດ ແລະ​ທ່ານ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ທ່ານ​ໄດ້​ຕັ້ງໃຈ​ໄວ້​ນານ​ມາ​ແລ້ວ ແລະ​ຈະ​ໄດ້​ປົກຄອງ​ດິນແດນ​ທັງໝົດ.” ແລ້ວ​ດາວິດ​ກໍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ອັບເນ ແລະ​ສົ່ງ​ລາວ​ກັບ​ເມືອ.


ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ກະສັດ​ກ່າວ​ແກ່​ບັນດາ​ຂ້າຣາຊການ​ຂອງຕົນ​ວ່າ, “ພວກທ່ານ​ຮູ້​ບໍ​ວ່າ​ວັນ​ນີ້ ມີ​ຜູ້ນຳ​ຄົນ​ສຳຄັນ​ໃນ​ຊາດ​ອິດສະຣາເອນ​ໄດ້​ຕາຍໄປ.


ມະນຸດ​ຊາດ​ລ້ວນແຕ່​ປຽບ​ດັ່ງ​ລົມຫາຍໃຈ ຜູ້ໃຫຍ່​ຫລື​ຜູ້ນ້ອຍ​ກໍຕາມ ໄຮ້​ຄ່າ​ເໝືອນກັນ. ເມື່ອ​ນຳ​ພວກເຂົາ​ມາ​ຊັ່ງ​ເບິ່ງ​ກໍ​ບໍ່ມີ​ນໍ້າໜັກ​ຫຍັງເລີຍ ພວກເຂົາ​ເບົາກວ່າ​ລົມຫາຍໃຈ​ອີກ​ຊໍ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka