Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 3:1 - ພຣະຄຳພີສັກສິ

1 ການ​ຕໍ່ສູ້​ກັນ​ລະຫວ່າງ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ໂຊນ ແລະ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ດາວິດ ໄດ້​ດຳເນີນ​ໄປ​ເປັນ​ເວລາ​ນານ. ໃນ​ຂະນະທີ່​ກະສັດ​ດາວິດ​ເຂັ້ມແຂງ​ຂຶ້ນ​ນັ້ນ ຝ່າຍ​ຄູ່ແຂ່ງ​ຂອງ​ເພິ່ນ​ກໍ​ອ່ອນ​ກຳລັງ​ລົງ.

Uka jalj uñjjattʼäta Copia luraña




2 ຊາມູເອນ 3:1
26 Jak'a apnaqawi uñst'ayäwi  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ແລ້ວ​ການ​ສູ້ຮົບ​ກັນ​ກໍ​ລະເບີດ​ຂຶ້ນ​ຢ່າງ​ດຸເດືອດ. ທະຫານ​ຝ່າຍ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ອັບເນ​ແລະ​ຊາວ​ອິດສະຣາເອນ.


ແລ້ວ​ໂຢອາບ​ກໍ​ເປົ່າແກ​ສັນຍານ​ໃຫ້​ຄົນ​ຂອງຕົນ ເຊົາ​ໄລ່​ພວກ​ອິດສະຣາເອນ; ແລ້ວ​ການ​ສູ້ຮົບ​ກັນ​ກໍ​ຢຸດຕິ​ລົງ.


ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ກະບົດ ໂຜດ​ໃຫ້​ໄດ້​ປົກຄອງ​ບັນດາ​ປະຊາຊາດ. ຊົນຊາດ​ທີ່​ຂ້ານ້ອຍ​ບໍ່ເຄີຍ​ຮູ້ຈັກ​ພວກເຂົາ ບັດນີ້​ກໍໄດ້​ກາຍມາເປັນ​ຜູ້ຮັບໃຊ້.


ໃນ​ຂະນະທີ່​ການ​ຕໍ່ສູ້​ກັນ​ດຳເນີນ​ຕໍ່ໄປ ລະຫວ່າງ​ກຳລັງ​ຂອງ​ດາວິດ ແລະ​ກຳລັງ​ທີ່​ຈົງຮັກ​ພັກດີ​ຕໍ່​ຄອບຄົວ​ກະສັດ​ໂຊນ ອັບເນ​ກໍ​ມີ​ອຳນາດ​ຫລາຍ​ຂຶ້ນ​ໃນ​ທ່າມກາງ​ພັກພວກ​ຂອງ​ກະສັດ​ໂຊນ.


ເພິ່ນ​ມີ​ອຳນາດ​ເຂັ້ມແຂງ​ຂຶ້ນ​ຕະຫລອດ​ມາ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ສະຖິດ​ຢູ່​ກັບ​ເພິ່ນ.


ຕະຫລອດ​ເວລາ​ເຫຼົ່ານີ້ ກະສັດ​ເຣໂຫໂບອາມ ແລະ​ກະສັດ​ເຢໂຣໂບອາມ ໄດ້​ເຮັດ​ເສິກ​ຕໍ່ສູ້​ກັນ​ຢູ່​ບໍ່​ຂາດ.


ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ ແລະ​ເຈົ້າ​ບາອາຊາ​ກະສັດ​ແຫ່ງ​ອິດສະຣາເອນ ໄດ້​ເຮັດ​ເສິກ​ຕໍ່ສູ້​ກັນ​ຢູ່​ບໍ່​ຂາດ.


ເຈົ້າ​ອາສາ​ກະສັດ​ແຫ່ງ​ຢູດາຍ ແລະ​ເຈົ້າ​ບາອາຊາ​ກະສັດ​ແຫ່ງ​ອິດສະຣາເອນ ໄດ້​ເຮັດ​ເສິກ​ຕໍ່ສູ້​ກັນ​ຕະຫລອດ​ເວລາ​ທີ່​ທັງສອງ​ຍັງ​ຄອງ​ອຳນາດ​ຢູ່.


ກະສັດ​ດາວິດ​ມີ​ອຳນາດ​ເຂັ້ມແຂງ​ຍິ່ງໆ​ຂຶ້ນ ເພາະ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ສະຖິດ​ຢູ່​ກັບ​ເພິ່ນ.


ຕໍ່ໄປນີ້​ແມ່ນ​ລູກຊາຍ​ຂອງ​ກະສັດ​ດາວິດ​ຕາມ​ລຳດັບ​ອາຍຸ ເກີດ​ໃນ​ເວລາ​ທີ່​ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຮັບໂຣນ ມີ​ດັ່ງນີ້: ອຳໂນນ ມີ​ແມ່​ຊື່​ນາງ​ອາຮີໂນອາມ ຊາວ​ຢິດຊະເຣນ ດານີເອນ ມີ​ແມ່​ຊື່​ນາງ​ອາບີກາຍ ຊາວ​ກາເມນ


ລາວ​ໄດ້​ບອກ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ທັງໝົດ​ແກ່​ເມຍ ແລະ​ໝູ່ເພື່ອນ​ຂອງ​ລາວ. ແລ້ວ​ເມຍ​ລາວ​ພ້ອມທັງ​ໝູ່ເພື່ອນ​ຜູ້​ທີ່​ສະຫລາດ​ກໍ​ບອກ​ລາວ​ວ່າ, “ທ່ານ​ກຳລັງ​ສູນເສຍ​ອຳນາດ​ໃຫ້​ແກ່​ມໍເດໄກ. ລາວ​ເປັນ​ຄົນ​ຢິວ ທ່ານ​ຈະ​ເອົາ​ຊະນະ​ລາວ​ບໍ່ໄດ້​ດອກ. ລາວ​ຈະ​ຕ້ອງ​ເອົາ​ຊະນະ​ທ່ານ​ຢ່າງ​ແນ່ນອນ.”


ບັດນີ້ ກໍ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ທົ່ວ​ທັງ​ອານາຈັກ​ແລ້ວ​ວ່າ ມໍເດໄກ​ມີ​ອຳນາດ​ໃນ​ຣາຊວັງ ແລະ​ມີ​ອຳນາດ​ຫລາຍ​ຂຶ້ນ​ເລື້ອຍໆ.


ຂໍ​ໃຫ້​ຄົນ​ຊອບທຳ​ນັ້ນ​ມີ​ຄວາມ​ອົດທົນ​ດົນນານ ຂໍ​ໃຫ້​ຜູ້​ທີ່​ມື​ສະອາດ​ດີ ມີ​ໃຈ​ເຂັ້ມແຂງ​ເຖິງ​ສອງເທົ່າ.


ຊັບສິນ​ຂອງເຈົ້າ​ຈາກ​ສິ່ງ​ທີ່​ໄດ້​ເສຍ​ໄປ ກໍ​ບໍ່​ເທົ່າໃດ​ດອກ ເມື່ອ​ທຽບ​ໃສ່​ກັບ​ທີ່​ພຣະອົງ​ຈະ​ໃຫ້​ເຈົ້າ​ເທື່ອໃໝ່.


ພຣະອົງ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ກະບົດ ແລະ​ໃຫ້​ເປັນ​ຜູ້ປົກຄອງ​ບັນດາ​ປະຊາຊາດ; ປະຊາຊົນ​ທີ່​ຂ້ານ້ອຍ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ ບັດນີ້ ກໍ​ກາຍມາເປັນ​ຜູ້ຮັບໃຊ້​ຂ້ານ້ອຍ.


ພຣະອົງ​ເຮັດ​ໃຫ້​ເສິກ​ສົງຄາມ​ໃນ​ທົ່ວ​ໂລກ​ຢຸດຕິ​ລົງ ຫັກ​ຄັນທະນູ​ທຳລາຍ​ຫອກ​ແລະ​ຈູດ​ໂລ້.


ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນ​ຂະນະທີ່​ເດີນທາງ​ໄປ ທີ່​ພູເຂົາ​ຊີໂອນ​ຈະ​ພົບ​ເຫັນ​ພຣະເຈົ້າ​ຜູ້​ຊົງ​ຢູ່​ເໜືອ​ບັນດາ​ພະ​ທັງຫຼາຍ.


ດ້ວຍວ່າ, ສັນດານ​ຕັນຫາ​ມະນຸດ​ກໍ​ຕໍ່ສູ້​ກັບ​ພຣະວິນຍານ ແລະ​ພຣະວິນຍານ​ກໍ​ຕໍ່ສູ້​ກັບ​ສັນດານ​ຕັນຫາ​ມະນຸດ ທັງສອງ​ຝ່າຍ​ເປັນ​ສັດຕູ​ກັນ. ດັ່ງນັ້ນ ສິ່ງ​ທີ່​ພວກເຈົ້າ​ຢາກ​ເຮັດ​ຈຶ່ງ​ເຮັດ​ບໍ່ໄດ້.


ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ຕໍ່ສູ້​ກັບ​ເລືອດ​ແລະ​ເນື້ອໜັງ ແຕ່​ຕໍ່ສູ້​ກັບ​ເຫຼົ່າ​ວິນຍານ ທີ່​ມີ​ອຳນາດ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ ຄື​ຜູ້​ຄອບຄອງ, ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ເຫຼົ່າ​ວິນຍານ​ຜີຊົ່ວຮ້າຍ​ທັງຫລາຍ ທີ່​ຄອບຄອງ​ຢູ່​ໃນ​ຍຸກ​ມືດ​ນີ້.


ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ຂາວ​ໂຕໜຶ່ງ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ນັ້ນ​ຖື​ທະນູ​ແລະ​ໄດ້​ຮັບ​ມົງກຸດ ແລ້ວ​ຂີ່​ມ້າ​ອອກ​ໄປ​ໂດຍ​ໄວ​ຢ່າງ​ຜູ້​ມີໄຊ ເພື່ອ​ຈະ​ກຳ​ເອົາ​ໄຊຊະນະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka