8 ຫລັງຈາກໄດ້ເດີນທາງຜ່ານໄປທົ່ວທຸກເມືອງ ເປັນເວລາເກົ້າເດືອນກັບຊາວວັນແລ້ວ ພວກເຂົາກໍກັບຄືນມາສູ່ນະຄອນເຢຣູຊາເລັມ.
ແລ້ວພວກເຂົາກໍໄດ້ໄປທາງທິດໃຕ້ຈົນເຖິງເມືອງຕີເຣ ຊຶ່ງເປັນເມືອງທີ່ມີປ້ອມປ້ອງກັນອັນເຂັ້ມແຂງ ແລະໄປທົ່ວທຸກເມືອງຂອງຊາວຮີວີແລະຂອງຊາວການາອານ ແລະໃນທີ່ສຸດ ພວກເຂົາກໍມາເຖິງເມືອງເບເອນເຊບາ ທາງພາກໃຕ້ຂອງຢູດາຍ.
ພວກເຂົາໄດ້ລາຍງານຕໍ່ກະສັດຈຳນວນປະຊາຊົນທັງໝົດທີ່ເປັນທະຫານໄດ້ ມີດັ່ງນີ້: ແປດແສນຄົນ ໃນດິນແດນອິດສະຣາເອນແລະ ຫ້າແສນຄົນໃນດິນແດນຢູດາຍ.