Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 24:7 - ພຣະຄຳພີສັກສິ

7 ແລ້ວ​ພວກເຂົາ​ກໍໄດ້​ໄປ​ທາງທິດໃຕ້​ຈົນເຖິງ​ເມືອງ​ຕີເຣ ຊຶ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ ແລະ​ໄປ​ທົ່ວ​ທຸກ​ເມືອງ​ຂອງ​ຊາວ​ຮີວີ​ແລະ​ຂອງ​ຊາວ​ການາອານ ແລະ​ໃນທີ່ສຸດ ພວກເຂົາ​ກໍ​ມາ​ເຖິງ​ເມືອງ​ເບເອນເຊບາ ທາງ​ພາກໃຕ້​ຂອງ​ຢູດາຍ.

Uka jalj uñjjattʼäta Copia luraña




2 ຊາມູເອນ 24:7
10 Jak'a apnaqawi uñst'ayäwi  

ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ເວົ້າ​ກັບ​ໂຢອາບ ຜູ້​ບັນຊາການ​ທະຫານ​ຂອງ​ເພິ່ນ​ວ່າ, “ທ່ານ​ເອງ​ກັບ​ທະຫານ​ຂອງທ່ານ ຈົ່ງ​ອອກ​ໄປ​ໃນ​ທົ່ວ​ທຸກ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້. ແລ້ວ​ໃຫ້​ນັບ​ເບິ່ງ​ປະຊາຊົນ​ເພາະ​ເຮົາ​ເອງ​ຢາກ​ຮູ້​ວ່າ ພວກເຂົາ​ມີ​ຈຳນວນ​ຫລາຍ​ເທົ່າ​ໃດ.”


ຫລັງຈາກ​ໄດ້​ເດີນທາງ​ຜ່ານ​ໄປ​ທົ່ວ​ທຸກ​ເມືອງ ເປັນ​ເວລາ​ເກົ້າ​ເດືອນ​ກັບ​ຊາວ​ວັນ​ແລ້ວ ພວກເຂົາ​ກໍ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ.


ຕີເຣ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ຕົນເອງ ແລະ​ສະສົມ​ເງິນຄຳ​ໄວ້​ຢ່າງ​ຫລວງຫລາຍ ຈົນ​ເປັນ​ຂອງ​ທຳມະດາ​ດັ່ງ​ຂີ້ຝຸ່ນ​ດິນ


ແລ້ວ​ເພິ່ນ​ກໍ​ຍັງ​ສົ່ງ​ຄົນ​ໄປ​ບອກ​ຊາວ​ການາອານ ທີ່​ຢູ່​ທາງ​ສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ຈໍແດນ​ຄື: ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ ແລະ​ຊາວ​ເຢບຸດ​ທີ່​ຢູ່​ຕາມ​ເນີນພູ ຕະຫລອດ​ທັງ​ຊາວ​ຮີວີ​ທີ່​ຢູ່​ຕາມ​ຕີນ​ພູ​ເຮີໂມນ​ໃນ​ດິນແດນ​ມີຊະປາ.


ເອັບໂຣນ, ເຣໂຮບ, ຮາມໂມນ ແລະ​ການາ, ຈົນ​ໄປ​ຮອດ​ຊີໂດນ.


ແລ້ວ​ຊາຍແດນ​ນີ້​ກໍໄດ້​ລ້ຽວ​ໄປ​ທາງ​ຣາມາ ໂດຍ​ໄປ​ຈຸ​ກັບ​ຕີເຣ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ; ແລ້ວ​ລ້ຽວ​ໄປ​ທາງ​ໂຮສາ​ແລະ​ໄປ​ສຸດ​ທີ່​ທະເລ​ເມດີແຕຣາເນ. ດິນແດນ​ນີ້​ຍັງ​ໄດ້​ຮວມ​ເອົາ​ທັງ​ມາຮາລາບ, ອັກຊິບ,


ໄຊຊະນະ​ຂອງ​ຊາວ​ອິດສະຣາເອນ ໄດ້​ຊ່າລື​ໄປ​ຈົນເຖິງ​ກະສັດ​ທັງໝົດ ທີ່​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ດັ່ງນີ້: ພວກ​ທີ່​ຢູ່​ຕາມ​ເນີນພູ, ຕາມ​ຕີນ​ພູ, ຕາມ​ທົ່ງ​ຮາບພຽງ ແລະ​ຕາມ​ຝັ່ງ​ທະເລ​ເມດີແຕຣາເນ​ທາງເໜືອ​ຈົນເຖິງ​ເລບານອນ. ພວກ​ນີ້​ແມ່ນ​ກະສັດ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.


ແຕ່​ຊາວ​ອິດສະຣາເອນ​ໄດ້​ເວົ້າ​ຕໍ່​ຄົນ​ຮີວີ​ວ່າ, “ພວກເຈົ້າ​ອາດ​ຈະ​ຢູ່​ໃກ້​ກັບ​ພວກເຮົາ​ນີ້​ກໍໄດ້ ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ຈະ​ເຮັດ​ຂໍ້​ຕົກລົງ​ກັບ​ພວກເຈົ້າ?”


ພວກ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນັ້ນ ມີ​ດັ່ງນີ້: ຊາວ​ຟີລິດສະຕິນ​ຢູ່​ໃນ​ຫ້າ​ເມືອງ, ຊາວ​ການາອານ​ທັງໝົດ, ຊາວ​ຊີໂດນ ແລະ​ຊາວ​ຮີວີ​ທີ່​ຢູ່​ຕາມ​ເທິງ​ພູ​ເລບານອນ ຕັ້ງແຕ່​ພູ​ບາອານ-ເຮີໂມນ​ຈົນເຖິງ​ທາງ​ຜ່ານ​ຂອງ​ຊ່ອງແຄບ​ຮາມັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka