Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 24:5 - ພຣະຄຳພີສັກສິ

5 ພວກເຂົາ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຕັ້ງ​ຄ້າຍ​ຢູ່​ທາງທິດໃຕ້​ຂອງ​ອາໂຣເອ ຊຶ່ງ​ເປັນ​ເມືອງ​ໜຶ່ງ​ທີ່​ຢູ່​ກາງ​ຮ່ອມພູ​ໃນ​ເຂດແດນ​ຂອງ​ເຜົ່າກາດ. ຈາກ​ບ່ອນ​ນີ້ ພວກເຂົາ​ກໍ​ອອກ​ໄປ​ທາງທິດເໜືອ​ຈົນເຖິງ​ເມືອງ​ຢາເຊ

Uka jalj uñjjattʼäta Copia luraña




2 ຊາມູເອນ 24:5
12 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ໄດ້​ບັງຄັບ​ໃຫ້​ໂຢອາບ​ກັບ​ພວກ​ນາຍ​ທະຫານ ປະຕິບັດ​ຕາມ​ຄຳສັ່ງ​ຂອງຕົນ. ພວກເຂົາ​ຈຶ່ງ​ລາ​ເພິ່ນ​ໄປ​ເພື່ອ​ນັບ​ເບິ່ງ​ຈຳນວນ​ປະຊາຊົນ​ອິດສະຣາເອນ.


ເມືອງຕ່າງໆ​ຂອງ​ຊີເຣຍ​ຈະ​ເປົ່າຮ້າງ​ຫວ່າງຄົນ​ຕະຫລອດໄປ. ເມືອງ​ເຫຼົ່ານັ້ນ​ຈະ​ເປັນ​ທົ່ງຫຍ້າ ໃຫ້​ຝູງແກະ​ແລະ​ຝູງງົວ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ພວກມັນ​ໜີໄປ.


ແລະ​ໂມເຊ​ໄດ້​ສົ່ງ​ພວກ​ນັກສືບ​ເຂົ້າ​ໄປ​ສອດແນມ​ເບິ່ງ​ຊ່ອງທາງ ທີ່ດີ​ທີ່ສຸດ​ເພື່ອ​ເຂົ້າ​ໂຈມຕີ​ເມືອງ​ຢາເຊ. ຊາວ​ອິດສະຣາເອນ​ຈຶ່ງ​ຢຶດເອົາ​ຕົວເມືອງ​ໄດ້ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ແລະ​ໄດ້​ຂັບໄລ່​ຊາວ​ອາໂມ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້​ອອກໄປ.


ເຜົ່າ​ຣູເບັນ​ແລະ​ກາດ​ມີ​ຝູງສັດ​ເປັນ​ຈຳນວນ​ຫລວງຫລາຍ. ເມື່ອ​ພວກເຂົາ​ເຫັນ​ວ່າ ດິນແດນ​ຢາເຊ​ກັບ​ກີເລອາດ​ເໝາະ​ສຳລັບ​ການ​ລ້ຽງ​ສັດ


“ດິນແດນ​ສ່ວນ​ທີ່​ພຣະເຈົ້າຢາເວ​ໄດ້​ຢຶດເອົາ​ສຳລັບ​ປະຊາຊົນ​ອິດສະຣາເອນ​ເຊັ່ນ: ເມືອງ​ອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ​ເບໂອນ ເປັນ​ດິນ​ດີ​ຊຶ່ງ​ເໝາະ​ສຳລັບ​ລ້ຽງ​ສັດ ແລະ​ພວກ​ຄົນ​ຮັບໃຊ້​ຂອງທ່ານ​ກໍ​ມີ​ຝູງສັດ​ຫລາຍ.


ອັດໂຣດ​ໂຊຟັນ, ຢາເຊ, ໂຢກເບຮາ,


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ໃຫ້​ພວກເຮົາ​ຢຶດເອົາ​ເມືອງ​ຕ່າງໆ ຕັ້ງແຕ່​ອາໂຣເອ​ໄປ ດັ່ງນີ້: ເມືອງ​ແຄມ​ຮ່ອມພູ​ອາກໂນນ ແລະ​ເມືອງ​ທີ່​ຢູ່​ທາງ​ກາງ​ຮ່ອມພູ, ຕະຫລອດ​ທຸກ​ເມືອງ​ທີ່​ຢູ່​ຕາມ​ທາງ​ໄປ​ສູ່​ເຂດແດນ​ກີເລອາດ. ບໍ່ມີ​ເມືອງ​ໃດ​ທີ່​ມີ​ກຳແພງ​ແໜ້ນໜາ ພໍ​ທີ່​ພວກເຮົາ​ຈະ​ຢຶດເອົາ​ບໍ່ໄດ້.


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ຢູ່​ທີ່​ແຄມ​ຮ່ອມພູ​ອາກໂນນ) ແລະ​ໄປ​ຈົນເຖິງ​ເມືອງ​ທີ່​ຢູ່​ກາງ​ຮ່ອມພູ​ຕະຫລອດ​ທັງ​ພູພຽງ​ທັງໝົດ ທີ່​ຢູ່​ອ້ອມແອ້ມ​ເມືອງ​ເມເດບາ.


ເຂດແດນ​ຂອງ​ພວກເຂົາ​ນັ້ນ ມີ​ດັ່ງນີ້: ຢາເຊ​ແລະ​ເມືອງ​ທັງໝົດ​ຕາມ​ພູ​ກີເລອາດ, ດິນແດນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ອຳໂມນ​ໄປ​ຈົນເຖິງ​ເມືອງ​ອາໂຣເອ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຣັບບາ


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ເມືອງ​ອາໂຣເອ (ແຄມ​ຮ່ອມພູ​ອາກໂນນ) ແລະ​ເມືອງ​ທີ່​ຢູ່​ທາງ​ກາງ​ຮ່ອມພູ ຕະຫລອດ​ທັງ​ພູພຽງ​ຂອງ​ເມືອງ​ເມເດບາ​ໄປ​ຈົນເຖິງ​ເມືອງ​ດີໂບນ.


ອາໂຣເອ, ສີຟະໂມດ, ເອຊະເຕມົວ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka