Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 24:4 - ພຣະຄຳພີສັກສິ

4 ແຕ່​ກະສັດ​ໄດ້​ບັງຄັບ​ໃຫ້​ໂຢອາບ​ກັບ​ພວກ​ນາຍ​ທະຫານ ປະຕິບັດ​ຕາມ​ຄຳສັ່ງ​ຂອງຕົນ. ພວກເຂົາ​ຈຶ່ງ​ລາ​ເພິ່ນ​ໄປ​ເພື່ອ​ນັບ​ເບິ່ງ​ຈຳນວນ​ປະຊາຊົນ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 24:4
7 Jak'a apnaqawi uñst'ayäwi  

ແຕ່​ໂຢອາບ​ຕອບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໂຜດ​ໃຫ້​ມີ​ປະຊາຊົນ​ອິດສະຣາເອນ​ເພີ່ມ​ຂຶ້ນ​ຫລາຍກວ່າ​ດຽວ​ນີ້​ຮ້ອຍ​ເທົ່າ ແລະ​ຂໍ​ໃຫ້​ທ່ານ​ຈົ່ງ​ໝັ້ນຍືນ​ຈົນ​ໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ກະທຳການ​ເຖີດ. ເປັນຫຍັງ​ທ່ານ​ຈຶ່ງ​ຕ້ອງການ​ເຮັດ​ເຊັ່ນນີ້?”


ພວກເຂົາ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຕັ້ງ​ຄ້າຍ​ຢູ່​ທາງທິດໃຕ້​ຂອງ​ອາໂຣເອ ຊຶ່ງ​ເປັນ​ເມືອງ​ໜຶ່ງ​ທີ່​ຢູ່​ກາງ​ຮ່ອມພູ​ໃນ​ເຂດແດນ​ຂອງ​ເຜົ່າກາດ. ຈາກ​ບ່ອນ​ນີ້ ພວກເຂົາ​ກໍ​ອອກ​ໄປ​ທາງທິດເໜືອ​ຈົນເຖິງ​ເມືອງ​ຢາເຊ


ແຕ່​ກະສັດ​ກໍ​ບອກ​ໃຫ້​ໂຢອາບ​ເຮັດ​ຕາມ​ຄຳສັ່ງ. ໂຢອາບ​ໄດ້​ເດີນທາງ​ໄປ​ທົ່ວ​ປະເທດ​ອິດສະຣາເອນ ແລ້ວ​ລາວ​ກໍ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ.


ແຕ່​ນາງ​ໝໍ​ຕຳແຍ​ທັງສອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ. ພວກ​ນາງ​ບໍ່ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ຟາໂຣ ແລະ​ປ່ອຍ​ເດັກນ້ອຍ​ຜູ້ຊາຍ​ໃຫ້​ມີ​ຊີວິດ​ຢູ່.


“ເມື່ອ​ເຈົ້າ​ຈົດ​ທະບຽນ​ສຳມະໂນຄົວ​ປະຊາຊົນ​ອິດສະຣາເອນ ຈົ່ງ​ໃຫ້​ຊາຍ​ແຕ່ລະຄົນ​ຈ່າຍ​ຄ່າ​ຊີວິດ​ຂອງຕົນ​ແກ່​ພຣະເຈົ້າຢາເວ ເພື່ອ​ວ່າ​ໄພ​ອັນຕະລາຍ​ຈະ​ບໍ່​ມາ​ຖືກ​ພວກເຂົາ ໃນ​ຂະນະທີ່​ມີ​ການ​ຈົດ​ທະບຽນ​ນັ້ນ.


ກະສັດ​ເຮັດ​ທຸກສິ່ງ​ດ້ວຍ​ອຳນາດ ແລະ​ບໍ່ມີ​ຜູ້ໃດ​ທ້າທາຍ​ສິ່ງ​ທີ່​ເພິ່ນ​ເຮັດ​ນັ້ນ​ໄດ້.


ແຕ່​ເປໂຕ​ກັບ​ອັກຄະສາວົກ​ຄົນອື່ນໆ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈຳ​ຕ້ອງ​ເຊື່ອຟັງ​ພຣະເຈົ້າ​ຫລາຍກວ່າ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka