Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 24:3 - ພຣະຄຳພີສັກສິ

3 ແຕ່​ໂຢອາບ​ຕອບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໂຜດ​ໃຫ້​ມີ​ປະຊາຊົນ​ອິດສະຣາເອນ​ເພີ່ມ​ຂຶ້ນ​ຫລາຍກວ່າ​ດຽວ​ນີ້​ຮ້ອຍ​ເທົ່າ ແລະ​ຂໍ​ໃຫ້​ທ່ານ​ຈົ່ງ​ໝັ້ນຍືນ​ຈົນ​ໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ກະທຳການ​ເຖີດ. ເປັນຫຍັງ​ທ່ານ​ຈຶ່ງ​ຕ້ອງການ​ເຮັດ​ເຊັ່ນນີ້?”

Uka jalj uñjjattʼäta Copia luraña




2 ຊາມູເອນ 24:3
7 Jak'a apnaqawi uñst'ayäwi  

ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ ຂໍ​ໃຫ້​ພວກເຮົາ​ສູ້ຮົບ​ຢ່າງ​ເດັດດ່ຽວ​ເພື່ອ​ປະຊາຊົນ​ຂອງ​ພວກເຮົາ ແລະ​ເພື່ອ​ບັນດາ​ເມືອງ​ຕ່າງໆ​ຂອງ​ພຣະເຈົ້າ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ດຳເນີນການ ຕາມ​ທີ່​ພຣະອົງ​ເຫັນ​ຊອບ​ເຖີດ.”


ແຕ່​ກະສັດ​ໄດ້​ບັງຄັບ​ໃຫ້​ໂຢອາບ​ກັບ​ພວກ​ນາຍ​ທະຫານ ປະຕິບັດ​ຕາມ​ຄຳສັ່ງ​ຂອງຕົນ. ພວກເຂົາ​ຈຶ່ງ​ລາ​ເພິ່ນ​ໄປ​ເພື່ອ​ນັບ​ເບິ່ງ​ຈຳນວນ​ປະຊາຊົນ​ອິດສະຣາເອນ.


ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ ທັງ​ພວກເຈົ້າ ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ​ດ້ວຍ.


ມີ​ໄພ່ພົນ​ຫລາຍ​ພາ​ໃຫ້​ກະສັດ​ຍິ່ງໃຫຍ່ ກະສັດ​ສິ້ນ​ອຳນາດ​ເພາະ​ຂາດ​ໄພ່ພົນ.


ເຈົ້າ​ຈະ​ເຫັນ​ສິ່ງນີ້ ແລະ​ເຕັມ​ດ້ວຍ​ຄວາມ​ປິຕິ​ຍິນດີ ຈະ​ທັງ​ສັ່ນເຊັນ​ດ້ວຍ​ຄວາມ​ຕື່ນເຕັ້ນ. ຊັບສົມບັດ​ນາໆຊາດ​ຈະ​ຖືກ​ນຳ​ມາ​ຈາກ​ທີ່​ຫ່າງໄກ​ຂອງ​ທະເລ ຊັບສົມບັດ​ຂອງ​ພວກເຂົາ​ຈະ​ມາ​ຫາ​ເຈົ້າ.


ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ເຮັດ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ​ຕື່ມ​ເຖິງ​ພັນ​ເທົ່າ ແລະ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka