Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 24:25 - ພຣະຄຳພີສັກສິ

25 ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ ແລະ​ຖວາຍ​ເຄື່ອງ​ເຜົາບູຊາ​ຕະຫລອດ​ທັງ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ດາວິດ ແລ້ວ​ໂຣກ​ລະບາດ​ໃນ​ດິນແດນ​ອິດສະຣາເອນ​ກໍໄດ້​ໝົດໄປ.

Uka jalj uñjjattʼäta Copia luraña




2 ຊາມູເອນ 24:25
16 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ເມື່ອ​ເດີນທາງ​ມາ​ຮອດ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ​ໄວ້​ແລ້ວ ອັບຣາຮາມ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ແລະ​ຈັດ​ເອົາ​ຟືນ​ວາງ​ໄວ້​ເທິງ​ແທ່ນ​ນັ້ນ. ເພິ່ນ​ມັດ​ລູກຊາຍ​ຂອງຕົນ​ວາງ​ໄວ້​ທີ່​ກອງຟືນ​ເທິງ​ແທ່ນບູຊາ.


ແລ້ວ​ໂນອາ​ກໍໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ; ເພິ່ນ​ເອົາ​ສັດ​ແລະ​ນົກ​ແນວ​ລະ​ໂຕ ທີ່​ບໍ່​ເປັນ​ມົນທິນ ຂ້າ​ເຜົາ​ຖວາຍ​ທັງ​ໂຕ​ເທິງ​ແທ່ນບູຊາ.


ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ດາວິດ ພວກເຂົາ​ໄດ້​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ໄປ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກີເຊ​ພໍ່​ຂອງ​ກະສັດ​ໂຊນ ທີ່​ເມືອງ​ເຊລາ​ໃນ​ເຂດແດນ​ຂອງ​ພວກ​ເບັນຢາມິນ. ຫລັງຈາກ​ນັ້ນ​ມາ ພຣະເຈົ້າ​ກໍ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຂົາ​ສຳລັບ​ປະເທດ​ຊາດ​ບ້ານ​ເມືອງ.


ກະສັດ​ດາວິດ​ຕອບ​ລາວ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ, ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ​ເຮົາ. ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”


ມາບັດນີ້ ກະສັດ​ດາວິດ​ກໍ​ເຖົ້າແກ່​ຊະຣາ​ຫລາຍ​ແລ້ວ ເຖິງ​ແມ່ນ​ວ່າ ພວກ​ຄົນ​ຮັບໃຊ້​ຫົ່ມ​ຜ້າ​ໃຫ້​ເພິ່ນ​ຫລາຍ​ຜືນ​ກໍ​ຍັງ​ບໍ່​ອົບອຸ່ນ.


ແລ້ວ​ເຮົາ​ກໍ​ຈະ​ສະຫງົບ​ອາຣົມ ແລະ​ເຊົາ​ໂກດຮ້າຍ​ເຈົ້າ. ເຮົາ​ຈະ​ບໍ່​ໂກດຮ້າຍ​ຫລື​ຫວງແຫນ​ເຈົ້າ​ອີກ​ຕໍ່ໄປ.


ທຸກໆ​ຄົນ​ທີ່​ເຂົ້າ​ໄປ​ໃກ້​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ຕ້ອງ​ຕາຍ ພວກເຮົາ​ທັງໝົດ​ຈະ​ບໍ່​ຕາຍ​ໝົດ​ບໍ?”


ແລ້ວ​ເຊົ້າ​ມື້​ໃໝ່​ມາ ປະຊາຊົນ​ກໍ​ລຸກ​ແຕ່​ເດິກໆ ແລະ​ສ້າງ​ແທ່ນບູຊາ​ຂຶ້ນ​ໃນ​ທີ່ນັ້ນ. ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເຜົາ​ສັດ​ທັງ​ໂຕ​ເປັນ​ເຄື່ອງ​ບູຊາ.


ແລ້ວ​ກີເດໂອນ​ກໍໄດ້​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າຢາເວ​ຢູ່​ໃນ​ທີ່ນັ້ນ ແລະ​ໃສ່​ຊື່​ວ່າ, “ພຣະເຈົ້າຢາເວ​ອົງ​ແຫ່ງ​ສັນຕິສຸກ.” (ແທ່ນບູຊາ​ນີ້​ຍັງ​ຢູ່​ໃນ​ບ້ານ​ໂອຟະຣາ ແລະ​ເປັນ​ຂອງ​ຕະກຸນ​ອາບີເອເຊ​ຈົນເທົ່າ​ເຖິງທຸກ​ວັນ​ນີ້.)


ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ເອົາ​ເຄື່ອງ​ເຜົາບູຊາ​ກັບ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ມາ​ໃຫ້​ເຮົາ.” ເພິ່ນ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ​ນັ້ນ


ກະສັດ​ໂຊນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ຊຶ່ງ​ເປັນ​ແທ່ນບູຊາ​ທຳອິດ​ທີ່​ເພິ່ນ​ໄດ້​ສ້າງ​ຖວາຍ​ແກ່​ພຣະເຈົ້າຢາເວ.


ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ເມືອ​ເຮືອນ​ຂອງ​ເພິ່ນ​ທີ່​ເມືອງ​ຣາມາ ບ່ອນ​ທີ່​ເພິ່ນ​ຮັບໃຊ້​ເປັນ​ຜູ້​ຕັດສິນ​ຄວາມ​ຄືກັນ. ຢູ່​ໃນ​ເມືອງ​ຣາມາ​ນີ້ ເພິ່ນ​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ.


ຊາມູເອນ​ຂ້າ​ແກະໜຸ່ມ​ໂຕໜຶ່ງ ແລະ​ເຜົາ​ທັງ​ໂຕ​ຖວາຍ​ແກ່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍໄດ້​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ​ໂຜດ​ຊ່ວຍເຫລືອ​ຊາດ​ອິດສະຣາເອນ ແລະ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka