23 ອາໂຣນາໄດ້ມອບສິ່ງທັງໝົດນີ້ໃຫ້ກະສັດ ແລະເວົ້າກັບເພິ່ນວ່າ, “ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ຮັບເອົາເຄື່ອງຖວາຍຂອງທ່ານເຖີດ.”
ກະສັດຂອງຂ້ານ້ອຍເອີຍ ທ່ານຈະມີລູກຊາຍຫລາຍຄົນ ເພື່ອຂຶ້ນເປັນກະສັດສືບປົກຄອງແທນທ່ານ. ບັນພະບຸລຸດຂອງທ່ານ ແລະທ່ານເອງຈະເຮັດໃຫ້ພວກເຂົາໄດ້ເປັນຜູ້ປົກຄອງ ເໜືອທົ່ວທັງໂລກນີ້.
ແຕ່ຄົນທີ່ມີກຽດກະທຳຢ່າງສັດຊື່ ແລະຕັ້ງໝັ້ນຄົງຢູ່ໃນຄວາມຖືກຕ້ອງ.
ຝູງແກະທັງໝົດຂອງເນບາໂຢດແລະເກດາ ຈະຖືກນຳມາຖວາຍເປັນເຄື່ອງບູຊາແກ່ເຈົ້າ ແລະຖວາຍທີ່ເທິງແທ່ນບູຊາ ພຣະອົງຈະເຮັດໃຫ້ວິຫານຂອງພຣະອົງຮຸ່ງເຮືອງຍິ່ງໆຂຶ້ນ.
ພວກເຂົາເຜົາຖວາຍບູຊາແກ່ເຮົາ ແລະກິນຊີ້ນທີ່ໄດ້ບູຊານັ້ນ. ແຕ່ພຣະເຈົ້າຢາເວບໍ່ພໍໃຈກັບພວກເຂົາ; ມາບັດນີ້ ເຮົາຈະຈົດຈຳການບາບຂອງພວກເຂົາ ແລະລົງໂທດພວກເຂົາຍ້ອນການບາບນັ້ນ; ເຮົາຈະສົ່ງພວກເຂົາກັບຄືນໄປປະເທດເອຢິບ.
ເຈົ້າທັງຫລາຍກໍເປັນເໝືອນຫີນທີ່ມີຊີວິດຢູ່ ພວກເຈົ້າຈົ່ງຍອມໃຫ້ພຣະເຈົ້າຊົງກໍ່ຂຶ້ນເປັນວິຫານຝ່າຍວິນຍານ ເປັນປະໂຣຫິດບໍຣິສຸດ ເພື່ອຖວາຍເຄື່ອງບູຊາຝ່າຍວິນຍານ ຊຶ່ງພໍພຣະໄທຂອງພຣະເຈົ້າ ໂດຍທາງພຣະເຢຊູຄຣິດເຈົ້າ.